ກະສິກອນເມືອງເຊບັ້ງໄຟ ຂຸ້ນຂ່ຽວປັກດຳເຂົ້ານາປີ

ແຫລ່ງຂ່າວຈາກ ແຂວງຄຳມ່ວນໃຫ້ຮູ້ວ່າ: ປັດຈຸບັນ ກະສິກອນເມືອງເຊບັ້ງໄຟ ແຂວງຄຳມ່ວນ ພວມຂຸ້ນຂ່ຽວປັກດຳເຂົ້ານາປີ, ຊຶ່ງສາມາດດຳເນີນການປັກດຳໄດ້ 65% ຂອງແຜນການ ໂດຍປະຊາຊົນນຳໃຊ້ເທັກນິກການປູກແບບນາຢອດ ແລະ ນາປັກດຳ ຢ່າງລະ 50%, ສະເພາະນາປັກດໍາສາມາດຕົກກ້າໄດ້ 90% ແລະ ປັກດຳໄດ້ 30% ຂອງແຜນການ, ຄາດວ່າຈະສຳເລັດໃນທ້າຍເດືອນກໍລະກົດ 2026 ນີ້.
ທ່ານ ຈູມສີ ໄຊຍະວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2026 ເມືອງເຊບັ້ງໄຟ ວາງແຜນປູກເຂົ້ານາປີ ໃນເນື້ອທີ່ 9.000 ເຮັກຕາ, ຄາດຄະເນຜົນຜະລິດສະເລ່ຍ 4 ໂຕນຕໍ່ເຮັກຕາ ໂດຍແບ່ງເປັນການຜະລິດເພື່ອສະບຽງອາຫານ 5.400 ເຮັກຕາ ແລະ ຜະລິດເປັນສິນຄ້າ 3.600 ເຮັກຕາ.
ນອກຈາກນັ້ນ, ເມືອງຍັງໄດ້ຊຸກຍູ້ການປູກພືດລະດູຝົນໃນເນື້ອທີ່ 1.000 ເຮັກຕາ ດຳເນີນໄດ້ແລ້ວ 95% ຂອງແຜນການ ພ້ອມທັງສົ່ງເສີມການລ້ຽງສັດ ແລະ ປະມົງ ໂດຍມີແຜນປ່ອຍປາປະມານ 710.000 ໂຕ ແລະ ສົ່ງເສີມການລ້ຽງກົບແບບຄອບຄົວ ເພື່ອຮອງຮັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສ້າງລາຍໄດ້ໃຫ້ປະຊາຊົນ. ພ້ອມທັງຍັງໄດ້ສົ່ງເສີມການປູກຕົ້ນໄມ້ ເພື່ອເພີ່ມພື້ນທີ່ສີຂຽວ ແລະ ຮັກສາສິ່ງແວດລ້ອມ ໃຫ້ແກ່ເມືອງຕື່ມອີກ.