ເມືອງພູວົງ ປູກຢາງພາລາ 2 ສາຍພັນ ເພື່ອຂະຫຍາຍແນວພັນ

ເມືອງພູວົງ ແຂວງອັດຕະປື ໄດ້ຈັດພິທີປູກຢາງພາລາ ສາຍພັນ RRIT 251 ແລະ RRIM 600 ເພື່ອຂະຫຍາຍແນວພັນ ຢູ່ທີ່ສວນມິດຕະພາບເມືອງພູວົງ - ງັອກໂຮ່ຍ, ໃນວັນທີ 1 ກໍລະກົດຜ່ານມາ ໂດຍມີ ທ່ານ ດາບແກ້ວ ໄຊຍະແສງ ກໍາມະການພັກແຂວງ ເລຂາພັກເມືອງ, ທ່ານ ຄູນສະໄໝ ວຽງພະຈັນ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ມີຄະນະນຳຂັ້ນເມືອງ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ທ່ານ ສົມຈິດ ວັນນະຊົນ ຮອງຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໄດ້ລາຍ ງານໃຫ້ຮູ້ວ່າ: ການຈັດພິທີປູກຢາງພາລາ ໃນຄັ້ງນີ້ໄດ້ເປັນສ່ວນໜຶ່ງຂອງແຜນງານໃຫຍ່ຂອງລັດຖະບານ, ຕາມ 6 ແຜນງານ ຂອງກະຊວງກະສິກຳ ແລະສິ່ງແວດລ້ອມ ແລະ 6 ແຜນງານຂອງສະຖາບັນ NAFRI 2021. ເຊິ່ງການປູກຢາງພາລາ ເປັນສ່ວນໜຶ່ງ ຊ່ວຍເພີ່ມປະລິມານຄວາມປົກຫຸ້ມຂອງປ່າໄມ້, ປະກອບສ່ວນຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ ແລະຮັກສາສິ່ງແວດລ້ອມແບບຍືນຍົງ. ພ້ອມກັນນັ້ນເບ້ຍແນວພັນຢາງພາລາ ຈໍານວນ 4,000 ກ່ວາເບ້ຍ ແມ່ນໄດ້ຮັບການສະໜັບສະໜູນຈາກ ທ່ານ ພົນໂທ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ມູນຄ່າ 150 ລ້ານກີບ, ປູກໃນພື້ນທີ່ສວນມິດຕະພາບເມືອງພູວົງ - ງັອກໂຮ່ຍ ມີເນື້ອທີ່ທັງໝົດ 6 ກວ່າເຮັກຕາ, ເຊິ່ງໄດ້ກໍານົດເອົາເນື້ອທີ່ເໝາະສົມ ເພື່ອປູກຢາງພາລາຂະຫຍາຍພັນ ແລະ ສ້າງສວນກ້າເບ້ຍ ຈໍານວນ 2 ເຮັກຕາ.
ໃນໄລຍະຜ່ານມາ ເມືອງພູວົງ ໄດ້ມີການບຸກເບີກພື້ນທີ່, ກໍ່ສ້າງອ່າງເກັບນໍ້າ ແລະ ຕິດຕັ້ງລະບົບນໍ້າຢອດ, ປັກແລວປູກ, ຂຸດຂຸມ, ໃສ່ຝຸ່ນ, ສ້ອມແປງຫຼັກຮົ້ວ, ສ້ອມແປງຕາຂ່າຍໄຟຟ້າ, ສ້ອມ ແປງເຮືອນພັກເຊົາທີ່ຈຳເປັນ, ການຄຸມຫຍ້າກ່ອນປູກ, ແນວພັນຢາງພາລາທີ່ນຳມາປູກໃນຄັ້ງນີ້ແມ່ນເອົາມາແຕ່ສູນຄົ້ນຄວ້າວິໄຈຢາງພາລາ ແລະ ພືດກະສິກຳລາວ ນະຄອນຫຼວງວຽງຈັນ ຈໍານວນ 4,000 ກ່ວາເບ້ຍ ລວມມີ 2 ສາຍພັນຄື: ສາຍພັນ RRIM 600 ມີ 2,200 ເບ້ຍ ແລະ ສາຍພັນ RRIT 251 ມີ 2,200 ກ່ວາເບ້ຍ, ການຂະຫຍາຍພັນແມ່ນ ຈະໃຊ້ວິທີຕັດແຕ່ງເອົາກິ່ງງ່າແມ່ພັນ ໂດຍການຕິດຕາໃສ່ຕົ້ນພັນອື່ນ ເພື່ອຂະຫຍາຍ ເປັນເບ້ຍພັນແລ້ວຈໍາໜ່າຍໃຫ້ຜູ້ທີ່ສົນໃຈປູກ.