ສະພາແຫ່ງຊາດ ກຽມໄຂກອງປະຊຸມວິສາມັນ ພິຈາລະນາບັນຫາສຳຄັນ ແລະຮີບດ່ວນຂອງຊາດ ພ້ອມທັງຮັບຟັງຄຳສະເໜີຈາກປະຊາຊົນ

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈະໄຂຂຶ້ນໃນລະຫວ່າງວັນທີ 6-10 ກໍລະກົດ 2026 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ເພື່ອພິຈາລະນາ ແລະ ຕົກລົງບັນຫາສຳຄັນ-ຮີບດ່ວນຂອງຊາດ.
 
ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຄະນະປະຈໍາສະພານແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນຕອນບ່າຍວັນທີ 2 ກໍລະກົດ 2026ນີ້ວ່າ: ອີງຕາມມາດຕາ 58 ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ສະບັບປັບປຸງປີ 2024 ກ່ຽວກັບການດຳເນີນກອງປະຊຸມສະໄໝວິສາມັນຂອງສະພາແຫ່ງຊາດ ແລະ ປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 169/ຄປຈ, ລົງວັນທີ 30 ມິຖຸນາ 2026 ວ່າດ້ວຍການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X.
 
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈະໄຂຂຶ້ນເພື່ອພິຈາລະນາ, ຕົກລົງບັນຫາ ສໍາຄັນ ແລະ ຮີບດ່ວນ ດັ່ງນີ້: ວຽກງານລັດຖະບານ ມີ 4 ເນື້ອໃນຄື: ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ພິຈາລະນາ, ຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ; ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່); ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ).
 
ບົດປະກອບຄໍາເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ວຽກງານລັດຖະບານ ມີ 2 ບົດ ຄື: ບົດລາຍງານຂອງລັດຖະບານ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2026; ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.
 
ສ່ວນມະຕິກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາເນື້ອໃນດັ່ງກ່າວ ມີ 4 ສະບັບຄື: ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ມະຕິຮັບຮອງເອົາກົດໝາຍວ່າດ້ວຍ ຄັງເງິນແຫ່ງລັດ; ມະຕິຮັບຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ.
 
ໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໃນນາມຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ຂໍເຊີນຊວນບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນ ລາວບັນດາ ເຜົ່າທຸກຊັ້ນຄົນໃນທົ່ວປະເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດຕາມການດໍາເນີນກອງປະຊຸມດັ່ງກ່າວ ຕາມສິດ ແລະ ໜ້າທີ່ຂອງຕົນ.
 
ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນ ສົ່ງໄປຍັງກອງປະຊຸມ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານຮັບຄຳສະເໜີ ໂດຍປະຊາຊົນສາມາດຕິດຕໍ່ໄດ້ 3 ຊ່ອງທາງ ດັ່ງນີ້: ໂທລະສັບສາຍດ່ວນ: ໝາຍເລກ 156 (ໂທຟຣີ) ແຕ່ວັນທີ 3 ເຖິງວັນທີ 10 ກໍລະກົດ 2026 ໃນໂມງລັດຖະການ; ອີເມວ (Email): nalaow.156@gmail.com; ແອັບພລິເຄຊັນ (Application): ລາວນາ (Laona).
ຂ່າວ: ສາວລາວໃຕ້