ກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປີ 2026

ໂດຍປະຕິບັດຕາມແຜນດໍາເນີນງານຮ່ວມ ກໍ່ຄື ປະຕິບັດກົນໄກການປະສານງານ ແລະການປຶກສາຫາລືຮ່ວມ ລະຫວ່າງ ລັດຖະບານ ແລະສະພາແຫ່ງຊາດ ທີ່ດຳເນີນມາເປັນປົກກະຕິ, ໃນຕອນເຊົ້າວັນທີ 02 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ດໍາເນີນກອງປະຊຸມຮ່ວມ ລະຫວ່າງ ຄະນະລັດຖະບານ ແລະ ຄະນະປະຈຳສະພາແຫ່ງຊາດ ຄັ້ງທີ I ປະຈໍາປີ 2026 ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະປະຈຳສະພາແຫ່ງຊາດ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ສະມາຊິກລັດຖະ ບານ, ກໍາມະການຄະນະປະຈຳສະພາແຫ່ງຊາດ, ປະທານ-ຮອງປະທານກຳມາທິການສະພາແຫ່ງຊາດ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
 
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມຄັ້ງທຳອິດ ລະຫວ່າງ ຄະນະລັດຖະບານ ຊຸດທີ X ແລະ ຄະນະປະຈຳສະພາແຫ່ງຊາດ ຊຸດທີ X ໂດຍມີຈຸດປະສົງ ເພືີ່ອພ້ອມກັນປຶກສາ, ແລກປ່ຽນຄຳເຫັນ ແລະ ສ້າງຄວາມເອກະພາບ ຕໍ່ບັນດາບັນຫາສໍາຄັນ ທີ່ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນເວລາອັນໃກ້ໆນີ້ ກໍຄືວິທີການ, ບັນດາມາດຕະການ ແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆທີ່ເກີດຂຶ້ນ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍລະບຽບກົດໝາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ແນໃສ່ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການພັດທະນາ ແລະ ປັບປຸງນັບມື້ດີຂຶ້ນ, ເຊິ່ງເປັນການຢັ້ງຢືນເຖິງຄວາມຮັບຜິດຊອບສູງຂອງລັດຖະບານ ແລະ ສະພາແຫ່ງຊາດ ຕໍ່ສູນກາງພັກ, ເຮັດໃຫ້ການຕັດສິນໃຈລະດັບຊາດ ເກີດຜົນປະໂຫຍດສູງສຸດ ຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ ຢ່າງແທ້ຈິງ.
 
ສໍາລັບເນື້ອໃນທີ່ນຳມາປຶກສາຫາລື ໃນກອງປະຊຸມເທື່ອນີ້ ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຈະໄດ້ພ້ອມກັນສຸມໃສ່ປຶກ ສາຫາລື, ຄົ້ນຄວ້າ ແລະ ເປັນເອກະພາບ ຕໍ່ບັນຫາທີ່ສໍາຄັນ ຄື:
1. ຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 06 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມໄລຍະ 06 ເດືອນທ້າຍປີ 2026;
2. ຮ່າງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ;
3. ມາດຕະການສົ່ງເສີມການຊົມໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ;
4. ​ທິດທາງການພັດທະນາແຮ່ທາດ ໃນໄລຍະໃໝ່ ພາຍໃຕ້ເງື່ອນໄຂໃໝ່.
ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກໍານົດໄວ້, ໃນໂອກາດກ່າວເປີດກອງປະຊຸມ ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານ ລັດຖະມົນຕີ, ຜູ້ຕາງໜ້າຈາກກະຊວງ ທີ່ຮັບຜິດຊອບແຕ່ລະຫົວຂໍ້ນັ້ນ ລາຍງານຢ່າງກະທັດຮັດ, ສອດຄ່ອງກັບຄວາມເປັນຈິງ, ຍົກໃຫ້ເຫັນບັນຫາທີ່ເກີດຂຶ້ນຢ່າງຄົບຖ້ວນ ແລະ ສຸມໃສ່ສະເໜີບັນຫາທີ່ຂໍທິດຊີ້ນຳ ຫຼື ຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດແທ້, ພ້ອມກັນນັ້ນ ການປະກອບຄໍາເຫັນຂອງບັນດາທ່ານ ຜູ້ເຂົ້າຮ່ວມກອງປະຊຸມ ກໍໃຫ້ລົງເລິກບັນຫາທີ່ຍົກຂຶ້ນຢ່າງກົງໄປກົງມາ, ມີຈຸດສຸມ, ຊອກໃຫ້ເຫັນສາເຫດທີ່ເກີດຂຶ້ນ ແລະ ສະເໜີທິດທາງແກ້ໄຂທີ່ຊັດເຈນ ເພື່ອໃຫ້ບັນດາກະຊວງກ່ຽວຂ້ອງ ກໍຄືລັດຖະບານ ໄດ້ນຳໄປຄົ້ນຄວ້າປັບປຸງບົດລາຍງານຕ່າງໆ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຮັດກຸມຍິ່ງຂຶ້ນ, ທັງມີຄວາມເປັນເອກະພາບ, ເຮັດໃຫ້ຜົນຂອງກອງປະຊຸມເທື່ອນີ້ ເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ເພື່ອແກ້ໄຂບັນຫາຕ່າງໆ ໄດ້ຢ່າງມີປະສິດທິຜົນ ແລະ ເປັນຮູບປະທໍາຫຼາຍຂຶ້ນ.
ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ.