ອໍເນີເປີດໂຕ ໂມງແຂນອັດສະລິຍະຕົວໃໝ່

ອໍເນີປະກາດເປີດໂຕໂມງ ແຂນລຸ້ນໃໝ່ຫຼ້າສຸດ” HONOR Watch Magic”  ໂມງອັດສະລິຍະທີ່ອອກແບບມາເພື່ອຕອບໂຈດທຸກ ການໃຊ້ງານໃນຊີວິດປະຈຳວັນ ພາຍໃຕ້ຄອນເຊບ ”More Action, More Style”.

ຈຸດເດັ່ນຂອງໂມງ HONOR Watch Magic ຈະມີໜ້າຈໍຂະ ໜາດໃຫຍ່ຮອງຮັບການໃຊ້ງານທັງການອອກກຳລັງກາຍຫຼາຍ ແບບເຊັ່ນ: ການຂີ່ລົດຖີບ, ການລອຍນ້ຳ, ການຍ່າງ ຫຼື ການແລ່ນຮອງຮັບການອອກກຳລັງກາຍ ແບບ Multi Sport ສາມາດຈັບGPS 3 ດວງ ແລະມີລະບົບວັດແທກກຳມະຈອນແຖມຍັງສາມາດ ວັດການນອນໄດ້ນອກຈາກນີ້ຍັງດ້ແບັດເຕີຣີທີ່ທົນຄວາມຈຸຂະໜາດ178 mAh ຢູ່ໄດ້ດົນສຸດ 7 ວັນມາພ້ອມກັບໂໝດກີລາ, Smart Life, ແລະລວມທັງມີການແຈ້ງເຕືອນຂອງ Smart Phoneໄດ້ຢ່າງງ່າຍດາຍແຖມຍັງໃຊ້ໜ້າຈໍ ແບບ AMOLED ບອກໄດ້ວ່າຂະ ໜາດໜ້າຈໍໃຫຍ່ພໍສົມຄວນ ແລະມາພ້ອມຄວາມບາງຂອງເຄື່ອງ ພຽງ 9,8 ມິນລິແມັດ.

HONOR Watch Magic ມີລາຄາຢູ່ທີ່ 155,93 ໂດລາສະຫະລັດພ້ອມຈຳໜ່າຍແລ້ວຕັ້ງແຕ່ວັນ  ທີ 19  ເມສາ 2019 ເປັນຕົ້ນໄປ.

ພາບ ແລະຂ່າວໂດຍ: ໜັງສືພິມເສດຖະກິດ-ສັງຄົມ

ໝາຍເຫດ: ແຊຣໄດ້ ແຕ່ຫ້າມກັອບປີ້ຂ່າວ