ແອັດສະປາຍ ຖະຫຼົ່ມ ໂອຕຣິດ 3-0 ຜ່ານເຂົ້າຮອບ 16 ທີມສຸດທ້າຍ

ມິເກວ ໂອຢາຊາບານ ໂຊຟອມໄດ້ຢ່າງໂດດເດັ່ນ ຍິງຄົນດຽວ 2 ປະຕູຊ່ວຍໃຫ້ ທີມຊາດແອັດສະປາຍ ເອົາຊະນະ ທີມຊາດໂອຕຣິດໄປ 3-0 ຜ່ານເຂົ້າຮອບ 16 ທີມສຸດທ້າຍ ໄດ້ສຳເລັດ.
ການແຂ່ງຂັນເຕະບານໂລກ 2026 ຮອບ 32 ທີມສຸດທ້າຍ, ເມື່ອຕອນເຊົ້າຂອງວັນທີ 3 ກໍລະກົດ 2026, ເປັນການພົບກັນລະຫວ່າງ ແອັດສະປາຍ ພົບກັບ ໂອຕຣິດ, ຜົນການແຂ່ງຂັນປາກົດວ່າ ແອັດສະປາຍ ໄລ່ຖະຫຼົ່ມ ໂອຕຣິດ 3-0 ປະຕູ, ໂດຍໄດ້ປະຕູທຳອິດໃນນາທີທີ 36 ຈາກການຍິງຂອງ ມິເກວ ໂອຢາຊາບານ, ເປໂດຣ ປໍໂຣ ນາທີທີ 66 ແລະ ມິເກວ ໂອຢາຊาບານ ນาທີທີ 89.