ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງຊາດ

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 6 ກໍລະກົດ 2026 ນີ້, ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາທ່ານການນໍາຂັ້ນສູງ, ອາດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸລະກິດ, ຕະຫຼອດຮອດບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນປະຈໍາລາວ.
ໃນໂອກາດກ່າວສູນທອນພົດເປີດກອງປະຊຸມ, ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໜັກວ່າ: ກອງປະຊຸມສະໄໝວິສາມັນໃນຄັ້ງນີ້ ແມ່ນປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 61 ແລະ ຕາມການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ. ກອງປະຊຸມໄດ້ດຳເນີນຂຶ້ນໃນທາມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ 3, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ເຂົ້າໃນທຸກຂົງເຂດວຽກງານ ແລະ ພວມກະກຽມສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 35 ປີ ຢ່າງເປັນຂະບວນຟົດຟື້ນ. ການດຳເນີນກອງປະຊຸມຄັ້ງນີ້ ຖືເປັນການສະແດງອອກເຖິງຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງສະພາແຫ່ງຊາດ ແລະ ລັດຖະບານ ໃນການຫັນແນວທາງນະໂຍບາຍຂອງພັກໃຫ້ເປັນອັນລະອຽດ, ເພື່ອສືບຕໍ່ສ້າງໃຫ້ປະເທດເຮົາມີການພັດທະນາຕາມທິດສີຂຽວ, ຍືນຍົງ ແລະ ສູ້ຊົນໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ມີປະສິດທິພາບສູງຂຶ້ນ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ຈະໄດ້ຮ່ວມກັນຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້: ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026; ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ).
ເພື່ອຮັບປະກັນໃຫ້ກອງປະຊຸມບັນລຸຕາມຄາດໝາຍທີ່ວາງໄວ້, ທ່ານປະທານສະພາແຫ່ງຊາດ ໄດ້ຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ ຄວາມສາມາດ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ, ກົງໄປກົງມາ ແລະ ສ້າງສັນ. ພ້ອມກັນນັ້ນ ກໍໄດ້ຮຽກຮ້ອງມາຍັງສະມາຊິກລັດຖະບານ, ຜູ້ຕາງໜ້າອົງການຈັດຕັ້ງທຸກພາກສ່ວນ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ ແລະ ຂໍເຊີນຊວນປວງຊົນລາວບັນດາເຜົ່າ ຕິດຕາມການດຳເນີນກອງປະຊຸມ ຜ່ານພາຫະນະສື່ມວນຊົນຕ່າງໆ.
ກອງປະຊຸມສະໄໝວິສາມັນໃນຄັ້ງນີ້ ຈະດຳເນີນໄປຮອດວັນທີ 10 ກໍລະກົດ 2026. ໃນໄລຍະດຳເນີນກອງປະຊຸມ, ທາງສະພາແຫ່ງຊາດ ໄດ້ເປີດບໍລິການສາຍດ່ວນ (Hotline) 156 ເພື່ອຮັບເອົາຄຳຄິດຄຳເຫັນ, ຂໍ້ຂ້ອງໃຈ ແລະ ຄຳສະເໜີຕ່າງໆ ຂອງພໍ່ແມ່ປະຊາຊົນ ຕໍ່ກັບບັນຫາທີ່ສ້າງຄວາມເດືອດຮ້ອນໃນສັງຄົມ. ສາຍດ່ວນດັ່ງກ່າວ ຈະເປີດຮັບສາຍສະເພາະໂມງລັດຖະການ (ຕອນເຊົ້າ: 08:00 - 11:30 ໂມງ ແລະ ຕອນບ່າຍ: 13:30 - 16:00 ໂມງ). ນອກຈາກນີ້, ປະຊາຊົນຍັງສາມາດສົ່ງຄຳສະເໜີຜ່ານຊ່ອງທາງອື່ນໆ ເປັນຕົ້ນແມ່ນ: ແອັບພລິເຄຊັນ Lao NA, ອີເມວ: nalao.156@gmail.com, ແລະ ໂທລະສານ: 021 454790 .
ຂ່າວ: ສາວລາວໃຕ້
ພາບ: ມີເດຍລາວ