ໂຮງໝໍສາກົນ - ຄຳມ່ວນ ເອົາໃຈໃສ່ຮັບໃຊ້ປະຊາຊົນ ແລະຈິງໃຈໃນການບໍລິການ

ທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍສາກົນ - ຄຳມວ່ນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງຄຳມ່ວນວ່າ: ໂຮງໝໍສາກົນ-ຄຳມ່ວນ ໄດ້ເລີ້ມກໍ່ສ້າງແຕ່ວັນທີ 1 ມັງກອນ 2024 ຮອດວັນທີ 30 ມັງກອນ 2025 ໄດ້ສໍາເລັດການກໍ່ສ້າງ ແລະ ໄດ້ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຮອດວັນທີ 15 ພຶດສະພາ 2025 ໄດ້ເປີດຮັບໃຊ້ບໍລິການຂຶ້ນຢ່າງເປັນທາງການ ໂດຍແມ່ນເອກະຊົນເປັນຜູ້ລົງທຶນ 100% ມູນຄ່າການລົງທຶນໃນການກໍ່ສ້າງ ແລະ ອຸປະກອນຮັບໃຊ້ພາຍໃນໂຮງໝໍປະມານ 10 ລ້ານໂດລາສະຫາລັດ. ຫຼັງຈາກເປີດບໍລິການຮັບໃຊ້ປະຊາຊົນບັນດາເຜົ່າທັງພາຍໃນແຂວງ ແລະ ຕ່າງແຂວງແລ້ວ ປະຊາຊົນສ່ວນຫຼາຍ ກໍ່ພາກັນຄິດວ່າ ເປັນໂຮງໝໍເອກະຊົນ ການບໍລິການ ແລະ ຄ່າໃຊ້ຈ່າຍຕ່າງໆ ອາດຈະມີມູນຄ່າສູງ ແຕ່ມີປະຊາຊົນຈຳນວນໜຶ່ງໄດ້ເຂົ້າມາຮັບບໍລິການປິ່ນປົວແລ້ວ ຄ່າປິ່ນປົວ ກໍ່ບໍ່ໄດ້ແຕກຕ່າງກັບໂຮງໝໍທົ່ວໄປ ດັ່ງນັ້ນ ຈຶ່ງມີປະຊາຊົນຈຳນວນຫຼາຍເຂົ້າມາຮັບບໍລິການປິ່້ນປົ່ວຢ່າງທົ່ວເຖິງ. ໂຮງໝໍສາກົນ - ຄຳມ່ວນ ຫ່າງຈາກເທສະບານເມືອງທ່າແຂກປະມານ 6 ກິໂລແມັດ ຕິດກັບເສັ້ນທາງເລກທີ 13 ໃນນີ້ແມ່ນໄດ້ກໍ່ສ້າງຕຶກ 4 ຫຼັງ, ຕຶກທາງທິດເໜືອ ເປັນຕຶກທີ່ຮັບຮອງອຸປະກອນການແພດທີ່ທັນສະໄໝເພື່ອຈະໄດ້ໃຫ້ ປະຊາຊົນເຂົ້າມາກວດສຸຂະພາບ ເປັນຕົ້ນແມ່ນເຄື່ອງ RMI, ເຄື່ອງ TC ສະແກ່ນ, ເຄື່ອງຮູບພາບລັງສີດິຈິຕ໋ອນ ແລະ ປັກເຂັມຢາພື້ນເມືອງແພດແຜນຈີນ . ຫ້ອງແພດແຜນຈີນ, ຫ້ອງປັກເຂັມ, ເຄາະກວດແກ້ວ ເພື່ອໃຫ້ປະຊາຊົນເຂົ້າມາຮັບໃໍຊ້ບໍລິການ, ຕຶກທາງທິດຕາເວັນອອກແມ່ນຕຶກ ຫ້ອງຊັກລີດ, ຫ້ອງຂ້າເຊື້ອ, ສາງເກັບມ້ຽນເຄື່ອງ ແລະ ເປັນຫ້ອງ PCR ເພື່ອກວດຫາເຊື້ອພະຍາດ, ຕຶກທາງທິດຕາເວັນຕົກ ເປັນຕຶກຫ້ອງນອນຜູ້ບໍລິຫານ, ຫ້ອງນອນແພດໝໍ, ຫ້ອງອາຫານ, ຫ້ອງຕິດຕາມຄົນເຈັບ, ພິເສດແມ່ນຕຶກ 5 ຊັ້ນ ທີ່ຕິດກັບເສັ້ນທາງເລກທີິ 13 ໃຕ້, ຊັ້ນທີ 1 ແມ່ນຊັ້ນບໍລິການພະແນກກວດຄົນໄຂ້ເຂດນອກ ຫຼື OPD ໃນນັ້ນແມ່ນມີຫຼາຍຫ້ອງປະກອບເຂົ້າໂດຍສະເພາະແມ່ນ ຫ້ອງກວດເຂດນອກ, ຫ້ອງກວດເຂດນອກຂອງພາຍໃນ, ຫ້ອງກວດເຂດນອກຂອງປະສູດພະຍາດຍິງ, ຫ້ອງກວດເຂດນອກຂອງເດັກນ້ອຍ, ຫ້ອງຜ່າຕັດນ້ອຍ, ຫ້ອງສຸກເສີນ ແລະ ຫ້ອງເອໂກ້, ຫັອງແທກຫົວໃຈ, ຫ້ອງຈ່າຍຢາ, ຫ້ອງວິເຄາະເລືອດ, ອາຈົມ, ຍ່ຽວຕ່າງໆ, ຊັ້ນທີ 2 ແມ່ນໄດ້ຈັດສັນເປັນຫ້ອງຜ່າຕັດ 2 ຫ້ອງ, ມີຫ້ອງກະດູກ ແລະ ຫ້ອງຜ່າຕັດຜົ່ງທ້ອງ, ຫ້ອງ ICU , ຫ້ອງລໍຄອດ, ຫ້ອງທໍາຄອດ ແລະ ຫ້ອງລໍຕິດຕາມໃນການທໍາຄອດ, ຊັ້ນທີ 3 ຫ້ອງນອນທົ່ວໄປ ແລະ ຊັ້ນທີ 4, ຊັ້ນທີ 5 ເປັນຫ້ອງນອນຂອງຄົນໄຂ້ ລວມທັງໝົດມີ 70 ຫ້ອງ, ປະກອບມີ 100 ຕຽງນອນ, ຜ່ານການຮັບບໍລິການຜ່ານມາ ເຫັນວ່າການກວດເຂດນອກສະເລ່ຍ 25-30 ກໍລະນີ, ສຳລັບຄົນນອນ ສະເສ່ຍປະມານ 20-25 ຄົນ/ວັນ, ມາຮອດປະຈຸບັນກໍ່ໄດ້ມີປະຊາຊົນເຂົ້າມາຮັບບໍລິການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍແມ່ນປະຊາຊົນພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມຮັບບໍລິການ. ດ້ານຄ່າໃຊ້ຈ່າຍໃນການບໍລິການປິ່ນປົ່ວ ແມ່ນສາມາດໃຊ້ຈ່າຍເປັນເງິນສົດ, ເງິນໂອນ, ຕາມບິນຢາ ແລະ ຄ່າສັ່ງກວດຕ່າງໆ ຕາມເງື່ອນໄຂຂອງພະຍາດ, ສຳລັບການຜ່າຕັດໜິ່ວຖົງບີ, ໜິ່ວໄຂ້ຫຼັງ, ໜິ່ວພົກຍ່ຽວ ແລະ ຜ່າຕັດອຶ່ນ ທັງເຮັດລະບົບມອບເໝົາ ກໍ່ຄື ທາງໂຮງໝໍກັບຄົນເຈັບ ໄດ້ປຶກສາຮ່ວມກັນ ໃນການປິ່ນປົ່ວ ລວມທັງຄ່າຢາ, ຫ້ອງນອນ ແລະ ອຶ່ນໆ ຢູ່ໃນມູນຄ່າ ປະມານ 15-20 ລ້ານກີບ, ໜິ່ວຖົງບີ ຜ່າຕັດຜ່ານທໍ່ແມ່ນ 25-30 ລ້ານກີບ, ລວມທັງໝົດທັງຄ່າຫ້ອງນອນ, ຄ່າຢາ ແລະ ຄ່າໃຊ້ຈ່າຍຕ່າງໆ ຈົນຫາຍດີ.
ທ່ານ ແກ້ວອຸດົມ ລອດທຳມະວົງ ຜູ້ອຳນວຍການໂຮງໝໍສາກົນ - ຄຳມວ່ນໄດ້ກ່າວຕື່ມອີກວ່າ : ສຳລັບທິດທາງໃນຕໍ່ໜ້າ ແມ່ນຈະໄດ້ຖອດຖອນບົດຮຽນໄປພ້ອມໆ ກັນ ເພື່ອປັບປຸງຟື້ນຖານໂຄງລ່າງ ທີ່ຍັງບໍ່ທັນແທດເໝາະ ແລະ ບໍ່ທັນສອດຄ່ອງ, ດ້ານຂອດບໍລິການ ແມ່ນຈະໄດ້ອົບຮົມພະນັກງານແພດໝໍທັງໝົດ ໂດຍເລັ່ງໃສ່ ຈັນຍາບັນ, ຈັນຍາທຳຂອງແພດໝໍ ໃຫ້ມີຄວາມຈິງໃຈຕໍ່ຄົນເຈັບ, ການຮັບຕ້ອນດີ,ເວົ້າດີ ແລະ ໃສ່ໃຈຄົນເຈັບຢ່າງໃກ້ຊິດ, ດ້ານອຸປະກອນການແພດອັນໃດທີ່ຄວນນຳເຂົ້າມາເພີ່ມ ໂດຍສະເພາະແມ່ນອຸປະກອນການແພດທີ່ທັນສະໄໝ ແລະພະນັກງານແພດໝໍທີ່ຊ່ຽວຊານ, ທີ່ຈຳເປັນ ພ້ອມທັງມີການປະເມີນຄືນໃນການບໍລິການໃນໄລຍະຜ່ານມາເພື່ອເຮັດແນວໃດໃຫ້ປະຊາຊົນມີຄວາມເພິ່ງພໍໃຈ ແລະ ມີຄວາມເຊື້ອໝັ້ນຕໍ່ການບໍລິການແພດໝໍຂອງພວກເຮົາ. ມາທຽບໃສ່ປະຈຸບັນນີ້ດ້ານອຸປະກອນການແພດທີ່ນໍາເຂົ້າມາແລ້ວ ແລະ ທ່ານໝໍກໍ່ຄືຊ່ຽວຊານຈໍານວນໜຶ່ງທັງຈີນ-ລາວ ທີ່ພໍ່ແມ່ປະຊາຊົນໄດ້ໄປປິ່ນປົວຢູ່ບ່ອນອື່ນໆຜ່ານມາເຊິ່ງເຫັນວ່າພວກເຮົາຈະໄດ້ມີການປັບປຸງຄືນໃໝ່ບາງຈຸດ,ບາງອັນ ແລະບາງຂະແໜງການເພື່ອໃຫ້ຄົບວົງຈອນ ແລະ ເພື່ອຕອບສະໜອງກັບພໍ່ແມ່ປະຊາຊົນທີ່ເຂົ້າມາໃຊ້ບໍລິການໃນໂຮງໝໍສາກົນ-ຄໍາມ່ວນໄດ້ຮັບການກວດທຸກຂະແໜງການ,ທຸກພາກສ່ວນ ເຊິ່ງໃນປະຈຸບັນນີ້ແມ່ນຍັງມີບາງຂະແໜງການທີ່ຍັງບໍ່ທັນມີທ່ານໝໍ , ບໍ່ທັນມີອຸປະກອນການແພດ , ບາງຂະແໜງການມີອຸປະກອນການແພດແຕ່ຍັງບໍ່ທັນມີທ່ານໝໍທີ່ມາປະຈໍາເປັນຕົ້ນແມ່ນຊ່ຽວຊານດ້ານແຍ່ກະເພາະອາຫານ Under scope , ນອກຈາກນັ້ນຍັງບໍ່ທັນມີທ່ານໝໍທີ່ກວດພາກສ່ວນຫູ-ຕາ-ດັງ-ຄໍ ຫຼື ຊ່ຽວຊານສະເພາະທາງ . ພ້ອມກັນນັ້ນທ່ານຜູ້ອຳນວຍການໂຮງໝໍສາກົນ - ຄຳມວ່ນຍັງໄດ້ເຖິງພໍ່ແມ່ປະຊາຊົນພາຍໃນແຂວງ ແລະ ບັນດາແຂວງໃກ້ຄຽງໄດ້ເຂົ້າໃຈວ່າໂຮງໝໍແຫ່ງນີ້ແມ່ນເປັນໂຮງໝໍເອກະຊົນພຽງແຫ່ງດຽວຢູ່ແຂວງຄໍາມ່ວນເຊິ່ງບໍ່ໃຫ້ຄິດວ່າຄ່າບໍລິການຈະແພງເກີນໄປ ທີ່ສໍາຄັນແມ່ນການຍົກສູງຄຸນນະພາບການປິ່ນປົວ ແລະ ການບໍລິການທີ່ດີ . ໃນເດືອນມິຖຸນາ 2026 ຜ່ານມານີ້ທາງໂຮງໝໍສາກົນ-ຄໍາມ່ວນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກັບກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມກ່ຽວກັບການອະນຸຍາດ ໃຫ້ໂຮງໝໍສາກົນ-ຄໍາມ່ວນໄດ້ກວດສຸຂະພາບໃຫ້ແກ່ພະນັກງານຢູ່ບັນດາບໍລິສັດ, ຫ້າງຮ້ານຕ່າງໆທັງພາຍໃນ ແລະ ຕ່າງປະເທດທີ່ມາຕັ້ງບໍລິສັດ ຫຼື ດໍາເນີນທຸລະກິດຢູ່ ສປປ ລາວ ໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ .