ປະທານາທິບໍດີ ແຫ່ງ ສສ ມຽນມາ ຢ້ຽມຢາມຫໍພິພິທະພັນແຫ່ງຊາດຫຼວງພະບາງ

ວັນທີ່ 5 ກໍລະກົດ 2026 ນີ້ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະຄະນະໄດ້ເດີນທາງມາຢ້ຽມຢາມ ຫໍພິພິທະພັນແຫ່ງຊາດຫຼວງພະບາງ, ເຊີ່ງໄດ້ເຂົ້າຂາບໄຫວ້ອົງພຣະບາງ ອົງພຣະທີ່ສັກສິດ ເປັນທີ່ເຄົາລົບ-ນົບໄຫວ້ຂອງປວງຊົນລາວຊາວພຸດ, ຈາກນັ້ນ ໄດ້ເຂົ້າຢ້ຽມຊົມພາຍໃນຫໍພິພິທະພັນແຫ່ງຊາດຫຼວງພະບາງ ໂດຍໄດ້ຮັບຟັງການບັນຍາຍຈາກ ວິຊາການປະຈຳຫໍພິພິທະພັນແຫ່ງຊາດຫຼວງພະບາງ. ເຊີ່ງຫໍພິພິທະພັນແຫ່ງຊາດຫຼວງພະບາງ ຫຼື ພະຣາຊະວັງເກົ່າ ມີເນື້ອທີ່ 37,000 ຕາແມັດ, ສ້າງຂຶ້ນໃນປີ ຄ.ສ 1904 ແລະສຳເລັດໃນ ຄ.ສ 1909, ໃນລາຊະການຂອງ ເຈົ້າມະຫາຊີວິດ ສີສະວ່າງວົງ. ຈູດເດັ່ນຂອງອາຄານແມ່ນ ສີໜ້າ ແລະຍອດຊໍ່ຟ້າ, ສີໜ້າຕົກແຕ່ງດ້ວຍຊ້າງສາມຫົວກັ້ງຣົມຂາວ ແລະພະຍານາກ 15 ຕະກູນ (ຄວາມໝາຍຂອງຊ້າງສາມຫົວ ແມ່ນຊ້າງຂອງພະອິນ ກໍ່ຄືພາຫະນະຂອງພະອິນ ຕອນພະອິນຂີ່ຊ້າງລົງມາໂລກມະນຸດ), ສ່ວນພະຍານາກ 15 ຕະກູນນີ້ (ຈະກ່າວເຖິງພະຣັດສີ ສອງພີ່ນ້ອງມາປັກຫຼັກໝາຍເມືອງຢູ່ທີ່ພູຊວງ, ກໍ່ຄືພູສີໃນປະຈຸບັນ ແລະພະຣັດສີໄດ້ຕັ້ງຊື່ເມືອງນີ້ວ່າ: ເມືອງຊຽງດົງ ຊຽງທອງ ສີສັດຕະນາກ ເມືອງຊວາ) ພາຍຫຼັງປັກຫຼັກໝາຍເມືອງ ແລະ ຕັ້ງຊື່ ເມືອງເປັນອັນເສັດສິ້ນທຸກສິ່ງບໍລິບູນແລ້ວ, ພະຣັດສີສອງ ພີ່ນ້ອງ ຈຶ່ງໄດ້ພາກັນມານັ່ງຢູ່ປາກແມ່ນໍ້າຄານກ້ອງຕົ້ນທອງ ພະຣັດສີ ຈຶ່ງເອີ້ນຮຽກ ທ້າວ ທັງໝູ່ນາຄາມາຊຸມນຸມທຸກຕົວໃຫ້ຄົບຖ້ວນ. ພາຍຫຼັງປະເທດຊາດ ໄດ້ຮັບການສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ເຈົ້າຊີວິດສີສະວ່າງ ວັດທະນາ ຣາຊະໂອລົດ ຂອງເຈົ້າມະຫາຊີວິດ ສີສະວ່າງວົງ ໄດ້ສະຫຼະບັນລັງ ແລະມອບພະລາຊະວັງ ໃຫ້ແກ່ລັດຖະບານລາວ. ລັດຖະບານ ຈຶ່ງໄດ້ປັບປຸງປ່ຽນແປງພະລາຊະວັງແຫ່ງນີ້ ມາເປັນ ຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ແຕ່ວັນທີ 13 ມີນາ 1976 ເປັນຕົ້ນມາຈົນເຖິງປັດຈຸບັນ. ໂອກາດນີ້ ພະນະທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ໃຫ້ກຽດລົງນາມໃນປື້ມບັນທຶກຄຳເຫັນຂອງຜູ້ນຳຂັ້ນສູງ ຂອງຫໍພິພິທະພັນແຫ່ງຊາດ ຫຼວງພະບາງ ຕື່ມອີກ.