ລັດຖະບານ ສະເໜີຕົວເລກລັດຖະກອນໃໝ່ ປະຈຳປີ 2026 ຈຳນວນ 2,500 ໂກຕ້າ ຕໍ່ກອງປະຊຸມສະພາແຫ່ງຊາດ

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ດຳເນີນໄປໃນວັນທີ 06-10 ກໍລະກົດ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຜ່ານບົດລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026. ໃນໂອກາດດຽວກັນ, ລັດຖະບານໄດ້ຍົກຂໍ້ສະເໜີສຳຄັນກ່ຽວກັບການຈັດສັນບຸກຄະລາກອນພາກລັດ ຕໍ່ກອງປະຊຸມ ເພື່ອພິຈາລະນາຮັບຮອງ.
 
ໃນພາກທີ 3 ວ່າດ້ວຍຂໍ້ສະເໜີ, ທ່ານນາຍົກລັດຖະມົນຕີ ໄດ້ແຈ້ງໃຫ້ຊາບວ່າ: ລັດຖະບານໄດ້ເຫັນດີດ້ານຫຼັກການອະນຸມັດຕົວເລກລັດຖະກອນໃໝ່ ປະຈຳປີ 2026 ທັງໝົດຈຳນວນ 2,500 ໂກຕ້າ. ຕົວເລກດັ່ງກ່າວແມ່ນໄດ້ຜ່ານວິວັດການຄົ້ນຄວ້າຢ່າງລະອຽດ ບົນພື້ນຖານຄວາມຕ້ອງການຕົວຈິງ ແລະ ການສະເໜີຈາກຄະນະຈັດຕັ້ງສູນກາງພັກ.
 
ປັດຈຸບັນ, ລັດຖະບານໄດ້ແຕ່ງຕັ້ງຄະນະຮັບຜິດຊອບສະເພາະກິດ ເພື່ອສືບຕໍ່ດຳເນີນການຄົ້ນຄວ້າ, ພິຈາລະນາຢ່າງລະອຽດ ແລະ ແບ່ງປັນຕົວເລກໂກຕ້າດັ່ງກ່າວ ໃຫ້ແກ່ບັນດາກະຊວງ, ອົງການທຽບເທົ່າ ແລະ ທ້ອງຖິ່ນໃນທົ່ວປະເທດ ຢ່າງສົມເຫດສົມຜົນ, ໂປ່ງໃສ ແລະ ມີຈຸດສຸມ ເພື່ອໃຫ້ສອດຄ່ອງກັບແຜນຄວາມຕ້ອງການບຸກຄະລາກອນໃນຂະແໜງການບູລິມະສິດ ໂດຍສະເພາະແມ່ນຂະແໜງສຶກສາທິການ ແລະ ສາທາລະນະສຸກ.
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນໄປຕາມຫຼັກການ, ຂັ້ນຕອນ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ລັດຖະບານ ຈຶ່ງໄດ້ສະເໜີມາຍັງກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ເພື່ອພິຈາລະນາ ແລະ ຮັບຮອງເອົາຕົວເລກລັດຖະກອນໃໝ່ ປະຈຳປີ 2026 ຢ່າງເປັນທາງການ.
ຂ່າວ: ສາວລາວໃຕ້