ຈີນ ສົ່ງອອກຫຸ່ນຍົນມະນຸດໄປຍັງ 150 ກວ່າປະເທດ ແລະ ເຂດແຄວ້ນທົ່ວໂລກ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 5 ກໍລະກົດ ຜ່ານມາວ່າ: ນັບແຕ່ຕົ້ນປີເປັນຕົ້ນມາ, ການສົ່ງອອກຫຸ່ນຍົນມະນຸດຂອງຈີນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ໄດ້ປັບປຸງອົງປະກອບປະເພດໃຫ້ສົມບູນຂຶ້ນເລື້ອຍໆ ຊຶ່ງໄດ້ເພີ່ມພະລັງຂັບເຄື່ອນໃໝ່ໃຫ້ແກ່ການສົ່ງອອກຜະລິດຕະພັນລະດັບສູງ.
ຂ່າວລະບຸວ່າ: ຕາມສະຖິຕິຈາກອົງການພາສີຈີນ, 5 ເດືອນຕົ້ນປີນີ້ ຈີນໄດ້ສົ່ງອອກຫຸ່ນຍົນມະນຸດປະເພດຕ່າງໆທັງໝົດ 10.37 ລ້ານເຄື່ອງໄປ 150 ກວ່າປະເທດ ແລະ ເຂດແຄວ້ນໃນທົ່ວໂລກ. ໃນນັ້ນ, ສ່ວນໃຫຍ່ສົ່ງອອກໄປສູ່ສະຫະພາບເອີຣົບ ແລະ ອາຊຽນ.