ນອກແວ ຊະນະ ບຣາຊິນ ຜ່ານເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026

ທີມຊາດບຣາຊິນ ອະດີດແຊັມໂລກ 5 ສະໄໝ ຕ້ອງຈອດພຽງຮອບ 16 ທີມສຸດທ້າຍ ເມື່ອຖືກ ນອກແວ ເຂ່ຍຕົກຮອບ ກ່ອນໄວອັນຄວນ ໃນການແຂ່ງຂັນເຕະບານໂລກ 2026.
 
ການແຂ່ງຂັນເຕະບານໂລກ ຮອບ 16 ທີມສຸດທ້າຍ ເມື່ອຄືນວັນທີ 5 ກໍລະກົດ ຫຼື ຕອນເຊົ້າມືດຂອງວັນທີ 6 ກໍລະກົດ ຕາມເວລາໃນປະເທດເຮົາ, ຄູ່ທຳອິດ ເປັນການພົບກັນລະຫວ່າງ ບຣາຊິນ ພົບກັບ ນອກແວ.
 
ເກມນີ້ ເຄິ່ງເວລາທຳອິດ ທັງສອງທີມເປີດເກມບຸກແລກກັນ ແລະ ກໍເປັນບຣາຊິນທີ່ມີໂອກາດຂຶ້ນນຳກ່ອນ ເມື່ອບຣາຊິນໄດ້ລູກຈຸດໂທດໃນນາທີທີ 14, ໂດຍເປັນ ບຣູໂນ ກີມາໄຣ ຮັບໜ່າທີ່ຍິງຈຸດໂທດ ແຕ່ຜູ້ຮັກສາປະຕູຂອງ ນອກແວ ເຊັບ (ປ້ອງກັນໄວ້ໄດ້).
 
ເຄິ່ງເວລາຫຼັງ ບຣາຊິນ ເປີດເກມບຸກໜັກ ແລະ ສົ່ງທັງ ເອນດຣິກ ລວມເຖິງ ເນມາ ລົງສະໜາມ ຫວັງຍິງປະຕູ ແຕ່ກໍຍັງເຈາະບໍ່ເຂົ້າ. ຈົນຮອດນາທີ 79 ກາຍເປັນ ນອກແວ ທີ່ພິກຂຶ້ນນຳຈາກການຍິງຂອງ ເອີລິງ ຮາລັນ. ກ່ອນທີ່ນາທີສຸດທ້າຍ ຮາລັນ ຈະໂຊຄວາມຄົມ ຍິງປະຕູທີສອງຂອງຕົນເອງນຳຫ່າງເປັນ 2-0 ເຖິງວ່າ ເນມາ ຈະມາຍິງຈຸດໂທດໃນໄລຍະທົດເວລາບາດເຈັບ ແຕ່ກໍໄລ່ບໍ່ທັນ. ຈົບເກມ ນອກແວ ເອົາຊະນະ ບຣາຊິນ 2-1 ຜ່ານເຂົ້າສູ່ຮອບກ່ອນຮອງຊະນະເລີດ (8 ທີມສຸດທ້າຍ) ໄດ້ສຳເລັດ. ເຮັດໃຫ້ແຊ້ມໂລກ 5 ສະໄໝ ຕ້ອງຢຸດຕິເສັ້ນທາງການແຂ່ງຂັນເຕະບານໂລກ 2026 ໄວ້ພຽງຮອບ 16 ທີມສຸດທ້າຍ