ຍ້ອນຫຍັງ “ການຜະລິດຂອງຈີນ” ຈິ່ງໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ເຄື່ອງປັບອາກາດເຄື່ອນທີ່ ທີ່ບໍ່ຈໍາເປັນຕ້ອງເຈາະຮູ, ຄັນຮົ່ມກັນແດດທີ່ສາມາດພົ່ນອາຍນ້ຳໄດ້, ພັດລົມຕິດແອວ ແລະ ອື່ນໆ... ໃນລະດູຮ້ອນປີນີ້, ຄື້ນຄວາມຮ້ອນທີ່ສຸດພັດເຂົ້າປົກຄຸມເອີຣົບ, “ເຄື່ອງທໍາຄວາມເຢັນຂັ້ນເທບ” ຈາກຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າຊາວເອີຣົບ. ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: 5 ເດືອນຕົ້ນປີນີ້, ຈຳນວນເຄື່ອງປັບອາກາດທີ່ຈີນ ສົ່ງອອກບັນດາປະເທດເອີຣົບຕາເວັນຕົກ ເຊັ່ນ: ຝຣັ່ງ, ໂຮນລັງ ແລະ ແບນຊິກ ໄດ້ເພີ່ມຂຶ້ນ 1 ເທົ່າ; ເດືອນມິຖຸນາ ຜ່ານມາ, ເຄື່ອງປັບອາກາດທີ່ຈີນ ສົ່ງອອກເອີຣົບ ໄດ້ເພີ່ມຂຶ້ນ 72,8% ເມື່ອທຽບໃສ່ເດືອນມິຖຸນາ ປີຜ່ານມາ.
 
“ການຜະລິດຂອງຈີນ” ໄດ້ກາຍເປັນຫົວຂໍ້ຈຸດສຸມໃນສື່ສັງຄົມອອນລາຍຕ່າງປະເທດ ເຊັ່ນ: “ວິສາຫະກິດຈີນ ພວມເລັ່ງການຜະລິດເຄື່ອງປັບອາກາດ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງບັນດາປະເທດເອີຣົບ ທີ່ເພີ່ມຂຶ້ນຢ່າງວ່ອງໄວ”, “ຜະລິດຕະພັນຈີນ ມີຄຸນນະພາບດີ ທັງລາຄາຖືກ”, “ຂ້າມຜ່ານໄລຍະທາງທີ່ໄກແສນໄກເພື່ອແກ້ໄຂບັນຫາຄວາມຮີບດ່ວນຂອງເອີຣົບ” ແລະອື່ນໆ. ໂດຍມີການຕອບສະໜອງຕາມຄວາມຕ້ອງການຂອງຕະຫລາດຢ່າງຖືກຕ້ອງແມ່ນຢຳ, ບວກກັບຕ່ອງໂສ້ອຸດສາຫະກຳທີ່ຄົບຊຸດ ແລະ ລະບົບການຈໍລະຈອນສິນຄ້າທີ່ໂລ່ງລ່ຽນ, ຜະລິດຕະພັນຈີນ ສາມາດ “ສົ່ງຄວາມເຢັນ” ໄປໃຫ້ປະຊາຊົນເອີຣົບ ຢ່າງທັນການ.
 
ປັດຈຸບັນ, ລັດທິຝ່າຍດຽວ ແລະ ລັດທິປົກປ້ອງການຄ້າ ໄດ້ຟື້ນຕົວຄືນຢ່າງຕໍ່ເນື່ອງ. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ສະຫະພາບເອີຣົບ ໄດ້ວາງມາດຕະການຈຳກັດດ້ານເສດຖະກິດການຄ້າຕໍ່ຈີນ ຫລາຍເທື່ອ. ພາຍໃຕ້ສະພາບການດັ່ງກ່າວ, “ເຄື່ອງທໍາຄວາມເຢັນຂັ້ນເທບ” ຂອງຈີນ ເຊັ່ນ: ເຄື່ອງປັບອາກາດເປັນຕົ້ນ ໄດ້ຂາຍດິບຂາຍດີຢູ່ເອີຣົບ, 5 ເດືອນທຳອິດຂອງປີນີ້, ຍອດມູນຄ່າການຄ້າ ຈີນ-ເອີຣົບ ໄດ້ເພີ່ມຂຶ້ນ 10,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງພິສູດໃຫ້ເຫັນຢ່າງເຕັມທີ່ວ່າ: ທາດແທ້ແຫ່ງການຮ່ວມມືດ້ານເສດຖະກິດການຄ້າ ຈີນ-ເອີຣົບ ແມ່ນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
 
ເລື່ອງລາວ “ຄູ່ຮ່ວມມືຈີນ” ແບບນີ້ໄດ້ສະແດງອອກໃນຂອບເຂດທົ່ວໂລກ. ໃນລະດູຮ້ອນປີນີ້, ສິນຄ້າທີ່ລະນຶກໃນງານແຂ່ງຂັນບານເຕະຊີງແຊ້ມໂລກ ທີ່ຜະລິດໂດຍ ເມືອງຢີ້ອູ ຂອງຈີນ ໄດ້ຂາຍດິບຂາຍດີ, ລົດໄຟຟ້າ 3 ລໍ້ຂອງຈີນ ໄດ້ຂາຍດີຢູ່ຕ່າງປະເທດ, ຜະລິດຕະພັນສາຍແກ້ວໄຍແສງ ແລະ ສາຍໃຍແກ້ວ (OPGW) ຂອງຈີນ ໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທົ່ວໂລກ ແລະ ອື່ນໆ.
 
ຍ້ອນຫຍັງ “ການຜະລິດຂອງຈີນ” ຈິ່ງໄດ້ຮັບຄວາມນິຍົມຊົມຊອບໃນທົ່ວໂລກ? ທ່ານ ພານຢວນຢວນ ນັກຄົ້ນຄວ້າຄັງສະໝອງຍຸດທະສາດທົ່ວໂລກແຫ່ງຊາດ ສະພາບັນດິດວິທະຍາສາດສັງຄົມຈີນ ໃຫ້ສຳພາດຕໍ່ນັກຂ່າວວ່າ: ນີ້ເປັນຍ້ອນຈີນ ໃຫ້ຄວາມສໍາຄັນໃນການຕິດຕາມຄວາມຕ້ອງການຕົວຈິງຂອງລູກຄ້າທົ່ວໂລກ ຢ່າງສະເໝີຕົ້ນສະເໝີປາຍ, ໄດ້ເກັບຮວບຮວມຂໍ້ມູນທາງການຕະຫລາດຢ່າງມີໄຫວພິບ ແລະ ສາມາດສະໜອງຜະລິດຕະພັນທີ່ມີຄຸນນະພາບດີ ແລະ ລາຄາທີ່ສາມາດເຂົ້າເຖິງໄດ້, ລວມທັງແຜນການແກ້ໄຂຢ່າງວ່ອງໄວ ບົນພື້ນຖານລະບົບອຸດສາຫະກຳທີ່ຄົບຖ້ວນ, ຕ່ອງໂສ້ການສະໜອງທີ່ສົມບູນ ແລະ ເຄືອຂ່າຍຈໍລະຈອນສິນຄ້າທີ່ມີປະສິດທິພາບສູງ.