ຊາວກະສິກອນເມືອງຜາອຸດົມລົງມືທໍາການຜະລິດພືດລະດູຝົນປະຈໍາປີ 2026

ອີງຕາມການລາຍງານຂອງ ທ່ານ ສົມໄຊ ແສງທອງ ຫົວໜ້າໜ່ວຍງານປູກຝັງຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດການຜະລິດພືດລະດູແລ້ງປີ 2026 ຂອງ ເມືອງຜາອຸດົມ ການປູກເຂົ້າໄຮ່ມີເນື້ອທີ່ 3,850 ເຮັກຕ່າ ມີ 53 ບ້ານ ມີ 3,850 ຄອບຄົວ, ຄາດຄະເນສະມັດຕະພາບ 1,2 ໂຕນ/ເຮັກຕ່າ, ຄາດຄະເນຜົນຜະລິດ 4,620 ໂຕ່ນ, ປັດຈຸບັນການສັກເຂົ້າໄຮ່ແມ່ນສໍາເລັດແລ້ວ 100%, ແລະພວມຢູ່ໃນການບົວລະບັດຮັກສາ, ການເສຍຫຍ້າພວນດິນ ແລະການປ້ອງກັນສັດຕູພືດທີ່ມາທໍາລາຍ, ການປູກເຂົ້ານາປີ ມີເນື້ອທີ 2,470 ເຮັກຕ່າ, ມີ 35 ບ້ານ ມີ 2,090 ຄອບຄົວ, ຄາດຄະເນສະມັດຕະພາບ 4,4 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດໄດ້ 10,868 ໂຕ່ນ, ການກະກຽມແມ່ນໄດ້ອະນາໄມຮ່ອງເໝືອງ ແລະເອົານໍ້າເຂົ້ານາສໍາເລັດແລ້ວ 100%, ປະຈຸບັນຕົກກ້າສໍາເລັດແລ້ວ 80%, ການໄຖກຽມດິນ ສໍາເລັດແລ້ວ 60 %, ການປູກເຂົ້ານາແບບຢອດເມັດມີ 7 ບ້ານ ມີ 55 ຄອບຄົວ, ປູກໃນເນື້ອທີ່ 50 ເຮັກຕ່າ, ຄາດຄະເນສະມັດຕະພາບ 4,4 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດ 220 ໂຕ່ນ, ປັດຈຸບັນການໄຖກຽມດິນປູກເຂົ້າຢອດເມັດແຫ້ງໄດ້ຈໍານວນ 47 ຄອບຄົວມີເນື້ອທີ່ 35,97 ເຮັກຕ່າ, ເທົ່າກັບ 90%, ນອກຈາກການປູກເຂົ້າແລ້ວຊາວກະຊິກອນເມືອງຜາອຸດົມຍັງໄດ້ປູກພຶດເປັນສະບຽງອາຫານເປັນຕົ້ນແມ່ນ ການປູກພືດຜັກ, ສາລີຫວານ, ເຜືອກ-ມັນ, ໄມ້ໃຫ້ໝາກ, ໃນນີ້, ການປູກພຶດຜັກມີເນື້ອທີ່ 20 ເຮັກຕ່າ, ມີຈໍານວນ 10 ບ້ານ, ມີ 65 ຄອບຄົວ, ຄາດຄະເນສະມັດຕະພາບ 2,5 ໂຕ່ນ, ຄາດຄະເນຜົນຜະລິດໄດ້ 50 ໂຕ່ນ, ການກຽມດິນ ແລະກຽມໜານປູກ ສໍາເລັດແລ້ວ 100%, ປັດຈຸບັນພວມຢູ່ໃນໄລຍະການບົວລະບັດຮັກສາ, ການເສຍຫຍ້າພວນດິນ ແລະການປ້ອງກັນສັດຕູພືດທີ່ມາທໍາລາຍ, ປູກສາລີຫວານໃນເນື້ອທີ່ 30 ເຮັກຕ່າ, ມີຈໍານວນ 23 ບ້ານ, ມີ 130 ຄອບຄົວ, ຄາດຄະເນສະມັດຕະພາບ 3 ໂຕ່ນ/ເຮັກຕ່າ ປະຈຸບັນກະກຽມດິນສຳເລັດແລ້ວ 100%, ການປູກເຜືອກ-ມັນ ໃນເນື້ອທີ່ 20 ເຮັກຕ່າ, ມີຈໍານວນ 30 ບ້ານ, ມີ 50 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 11 ໂຕນ/ເຮັກຕາ, ຄາດຄະເນຜົນຜະລິດໄດ້ 220 ໂຕ່ນ, ປັດຈຸບັນປູກສໍາເລັດແລ້ວ 100% ແລະພວມຢູໃນໄລຍະບົວລະບັດຮັກສາ, ເສຍຫຍ້າພວນດິນ, ການປູກໄມ້ໃຫ້ໝາກມີເນື້ອທີ 62 ເຮັກຕ່າ, ຄາດຄະເນສະມັດຕະພາບ 25 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດໄດ້ 1,550 ໂຕ່ນ, ນອກຈາກການປູກພືດເປັນສະບຽງອາຫານແລ້ວຊາວກະຊິກອນເມືອງຜາອຸດົມຍັງໄດ້ປູກພືດເປັນສິນຄ້ານໍາອີກເປັນຕົ້ນແມ່ນ ສາລີແຂງ, ໝາກງາ, ໝາກເດືອຍ, ໃນນີ້, ປູກສາລີແຂງມີເນື້ອທີ່ 50 ເຮັກຕ່າ, ມີຈໍານວນ 36 ບ້ານ, ມີ 655 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 3 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດໄດ້ 150 ໂຕ່ນ ການກະກຽມດິນປູກສຳເລັດແລ້ວ 100%, ປັດຈຸບັນແມ່ນກໍາລັງປູກສໍາເລັດແລ້ວ 70%, ປູກໝາກງາມີເນື້ອທີ່ 118 ເຮັກຕ່າ, ມີຈໍານວນ 35 ບ້ານ, ມີ 140 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 1 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດໄດ້ 118 ໂຕ່ນ ການກຽມດິນປູກແມ່ນສໍາເລັດ 100% ປັດຈຸບັນແມ່ນກໍາລັງປູກສໍາເລັດ 60%, ໝາກເດື່ອຍ ປູກໃນເນື້ອທີ່ 264 ເຮັກຕ່າ, ມີຈໍານວນ 46 ບ້ານ, ມີ 210 ຄອບຄົວ, ຄາດຄະເນສະມັດຕະພາບໄດ້ 3 ໂຕ່ນ/ເຮັກຕ່າ, ຄາດຄະເນຜົນຜະລິດໄດ້ 792 ໂຕ່ນ.
 
ປັດຈຸບັນກໍາລັງປູກສໍາເລັດແລ້ວ 70%, ນອກນີ້, ໂຄງການ CCA ຍັງໄດ້ສະໜອງແນວພັນໝາກເດື່ອຍໃຫ້ກັບປະຊາຊົນ 3 ບ້ານ ຄື ບ້ານ ວຽງຄໍານ້ອຍ, ບ້ານ ມົກຄະເທິງ ແລະບ້ານມົກປອນ ຈຳນວນ 65 ຄອບຄົວ, ມີແນວພັນທັງໝົດ 2,890 ກິໂລ, ປູກໃນເນື້ອທີ່ 87.57 ເຮັກຕ່າ.
ພາບ-ຂ່າວ: ໂສພາ ທິບພະວົງ.