ສຊປລ ຮ່ວມກັບ ກະຊວງກະສິກຳ-ສິ່ງແວດລ້ອມຍົກລະດັບຊີວິການເປັນຢູ່ຂອງຊາວໜຸ່ມ

ທ້າຍອາທິດຜ່ານມາ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ກັບ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຫົວໜ້າກົມ-ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການລົງນາມຄັ້ງນີ້, ເປັນການສ້າງຄູ່ຮ່ວມມືຍຸດທະສາດ ເພື່ອສຸມໃສ່ການແກ້ໄຂຄວາມທຸກຍາກ ແລະ ຍົກລະດັບຊີວິການເປັນຢູ່ຂອງປະຊາຊົນ ໂດຍສະເພາະແມ່ນຊາວໜຸ່ມ, ເຍົາວະຊົນລາວບັນດາ ເຜົ່າໃຫ້ດີຂຶ້ນຢ່າງເປັນຮູບປະທຳ ແລະ ສ້າງການຫັນປ່ຽນຂະແໜງກະສິກຳຈາກຮູບແບບກຸ້ມຕົນເອງ ສູ່ລະບົບການຜະລິດເປັນສິນຄ້າທີ່ທັນສະໄໝ ແລະ ມີຄຸນນະພາບ ແມ່ນເປັນວຽກງານທີ່ຮີບດ່ວນໃນຍຸກປັດຈຸບັນ, ສ້າງກາລະໂອກາດທີ່ມີປັບປຸງສືມືແຮງແຮງທີ່ມີຄຸນນະພາບ, ສ້າງບຸກຄະລາກອນເປັນມືອາ ຊີບ, ສ້າງເຕັກນິກວິຊາການໃຫ້ເຂັ້ມແຂງ ໃນຂະແໜງກະສິກໍາທີ່ເປັນມິດກັບສິ່ງແວດລ້ອມ. ນອກນີ້, ເພື່ອສ້າງນັກທຸລະກິດກະສິກໍາໜຸ່ມໃຫ້ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບ.
ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ບົດບັນທຶກຮ່ວມມືໃຫ້ປະກົດຜົນເປັນຈິງທັງສອງຝ່າຍຈະຕ້ອງພ້ອມກັນເອົາໃຈໃສ່ ແລະ ຈັດຕັ້ງປະຕິບັດບາງໜ້າວຽກຈຸດສຸມທີ່ສຳຄັນຄື: ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະເປັນເຈົ້າການໃນການລະດົມ ແລະ ຄັດເລືອກແຮງງານຊາວໜຸ່ມທີ່ມີຝືມືເຂົ້າສູ່ລະບົບການຜະລິດພາຍໃນ, ຊຸກຍູ້ນັກທຸລະກິດໜຸ່ມລົງທຶນສ້າງໂຮງງານຫົວອາຫານສັດ, ຟາມພໍ່ພັນ-ແມ່ພັນ ແລະ ບໍລິຫານຈັດການຕ່ອງໂສ້ ການສະໜັບສະໜູນວັດຖຸດິບ ເພື່ອເພີ່ມຂີດຄວາມສາມາດ ໃນການຕໍ່ລອງລາຄາ ແລະ ການສົ່ງອອກ, ຄັດເລືອກຊາວໜຸ່ມເປົ້າໝາຍ ເຂົ້າຮັບການຍົກລະດັບວິຊາຊີບ ແລະເຕັກໂນໂລຊີກະສິກຳທີ່ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ. ນອກນີ້, ຍັງອຳນວຍຄວາມສະດວກ ແລະໃຫ້ຄຳປຶກສາ, ສະໜັບສະໜູນດ້ານການວາງແຜນການເງິນ,ການເຂົ້າເຖິງແຫລ່ງທຶນດອກເບ້ຍຕໍ່າໃຫ້ແກ່ຜູ້ປະກອບການໜຸ່ມ,ລະດົມອາສາສະໝັກຊາວໜຸ່ມ ແລະເຍົາວະຊົນ ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ ຟື້ນຟູປ່າ ແລະ ການສ້າງແຫລ່ງນ້ຳຊຸມຊົນ ເພື່ອນຳພາຈັດກິດຈະກຳຫລຸດ ຜ່ອນບັນຫາຂີ້ເຫຍື້ອ ແລະ ການໂຄສະນາສຶກສາອົບຮົມ ປູກຈິດສຳນຶກໃນຮູບແບບຕ່າງໆ ຜ່ານສື່ສັງ ຄົມອອນລາຍ. ສຳລັບຝ່າຍກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອງເປັນເຈົ້າການດ້ານວິຊາການຕິດພັນກັບນະໂນບາຍ ສຸມໃສ່ສະໜອງວິຊາການ, ຄູ່ມື, ນະໂນບາຍການສ້າງຕັ້ງກຸ່ມຜະລິດ, ສະຫະກອນການປູກ-ລ້ຽງ, ການກວດກາຢັ້ງຢືນຟາມປິດໃຫ້ໄດ້ມາດຕະຖານ, ຊຸກຍູ້ການພັດທະນາບຸກຄະລາກອນ ແລະ ເຕັກໂນໂລຊີ, ຊຸກຍູ້ການຕະຫລາດ ແລະ ງານວາງສະແດງ, ເປັນຜູ້ນຳໜ້າການອະນຸລັກສິ່ງແວດ ລ້ອມ ແລະ ຟື້ນຟູທຳມະຊາດ, ສົ່ງເສີມການທ່ອງທ່ຽວກະສິກຳ, ເຮັດໜ້າທີ່ຕິດຕາມ ແລະ ຍ້ອງຍໍ.
ຂ່າວ: ສື່ມວນຊົນໜຸ່ມລາວ