ຄໍາມ່ວນ ປູກເຂົ້ານາປີໄດ້ 50 ພັນກວ່າເຮັກຕາ

ປັດຈຸບັນ, ແຂວງຄຳມ່ວນ ປູກເຂົ້ານາປີ (ນາລວມ) ໄດ້ 50.828 ເຮັກຕາ ເທົ່າກັບ 54,01% ຂອງເນື້ອທີ່ແຜນການທັງໝົດໃນນີ້, ນາຫວ່ານປະຕິບັດໄດ້ 28.249 ເຮັກຕາ ເທົ່າກັບ 30%, ນາດໍາປະຕິບັດໄດ້ 22.579 ເຮັກຕາ ເທົ່າກັບ 23,99%. ສໍາລັບການປູກເຂົ້າເນີນສູງສໍາເລັດໃນເນື້ອທີ່ 302 ເຮັກຕາ, ມີ 02 ເມືອງຄື: ເມືອງບົວລະພາ 130 ເຮັກຕາ ແລະ ເມືອງນາກາຍ 172 ເຮັກຕາ.
ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຄຳມ່ວນ ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສໍາລັບການປູກເຂົ້າເປັນສະບຽງອາຫານປະຕິບັດໄດ້ 29.982 ເຮັກຕາ ເທົ່າກັບ 55,20% ຂອງເນື້ອທີ່ແຜນການ, ການປູກເຂົ້າເປັນສິນຄ້າປະຕິບັດໄດ້ 20.846 ເຮັກຕາ ເທົ່າກັບ 52,40% ຂອງເນື້ອທີ່ແຜນການ, ເມືອງທີ່ມີເນື້ອທີ່ແຜນການປູກເຂົ້ານາປີຫລາຍກວ່າໝູ່ແມ່ນເມືອງໜອງບົກ, ເມືອງທ່າແຂກ, ເມືອງມະຫາໄຊ ແລະ ເມືອງໄຊບົວທອງຕາມລໍາດັບ. ການປູກເຂົ້າຂອງກະສິກອນໃນແຕ່ລະເຂດຂອງແຂວງຄໍາມ່ວນ ສ່ວນຫລາຍແມ່ນສຸມໃສ່ນາຫວ່ານ ເນື່ອງຈາກມີຂໍ້ດີຫລາຍຢ່າງເປັນຕົ້ນ ການປະຢັດແຮງງານ, ປະຢັດຕົ້ນທຶນການຜະລິດ ແລະ ປະຢັດເວລາ.
ໃນລະດູການຜະລິດເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນ ມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94.102 ເຮັກຕາ, ຄາດຄະເນຜົນຜະລິດ 344.651 ໂຕນ, ຄາດຄະເນແນວປູກ 5.646 ໂຕນ ໃນນັ້ນ, ແຜນການປູກພືດເພື່ອເປັນສະບຽງອາຫານ 54.319 ເຮັກຕາ, ຄາດຄະເນຜົນຜະລິດ 197.009 ໂຕນ; ແຜນການປູກພືດເພື່ອເປັນສິນຄ້າ 39.783 ເຮັກຕາ, ຄາດຄະເນຜົນຜະລິດ 147.641 ໂຕນ. ຖ້າທຽບປີຜ່ານມາເຫັນວ່າເນື້ອທີ່ແຜນການປູກເຂົ້ານາປີຂອງປີນີ້ເພີ່ມຂຶ້ນ 1.311 ເຮັກຕາ ເນື່ອງຈາກກະສິກອນແຕ່ລະເມືອງໄດ້ມີການບຸກເບີກເນື້ອທີ່ນາເພີ່ມຕື່ມ.
ຂ່າວ-ພາບ: ແດງສະຫວັດ ແສນພານິດ