ປກສ ເມືອງໄຊທານີ ສາມາດນໍາຈັບເປົ້າໝາຍປຸ້ນຊັບມາດໍາເນີນຄະດີ

ວັນທີ 5 ມີນາ 2026 ເຈົ້າໜ້າທີ່ໜ່ວຍງານ ສືບສວນ-ສອບສວນ ຄະດີອາຍາ-ເສດຖະກິດ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມຈາກ ປກສ ກຸ່ມ ໂຄກສີວິໄລ ວ່າ: ມີຄົນຮ້າຍປຸ້ນເອົາຊັບຂອງຜົນລະເມືອງ ຢູ່ບ້ານໂຄກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງລົງສົມທົບກັບ ສນ 1191 ໂຄກສິໄລ, ປກສ ກຸ່ມ ໂຄກສີວິໄລ, ການຈັດຕັ້ງບ້ານໂຄກໃຫຍ່ ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີມູນຄວາມຈິງແທ້, ຜູ້ເສຍຫາຍ ຊື່ທ້າວ ເຮີເຕີ ລາວຕ້ວງ ອາຍຸ 61 ປີ, ບ້ານໂຄກໃຫຍ່ ເມືອງໄຊທານີ; ຜົນເສຍຫາຍມີສາຍຄໍຄໍາສໍາເລັດຮູບລັກສະນະລາຍປ້ອງອ້ອຍ ນໍ້າໜັກ 2 ບາດ, ເງິນ 400,000 ກີບ, 1 ໂດລ່າ, 8 ຢວນ, ພຣະພຸດທະຮູບສີດໍາ 1 ອົງ ແລະ ສະພາບຮ່າງກາຍໄດ້ຮັບບາດເຈັບສາຫັດ.
 
ຜ່ານການກວດກາສະຖານທີ່ເກີດເຫດຂອງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນ, ຫຼັກຖານທາງດ້ານວັດຖຸ ແລະ ເອກະສານຕ່າງໆ ຢ່າງລະອຽດຖີ່ຖ້ວນ, ມາຮອດວັນທີ 4 ເມສາ 2026 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈຶ່ງສາມາດຈັບຕົວເປົ້າໝາຍກໍ່ເຫດໄດ້ ຊື່ທ້າວ ສາຍຄໍາ ຫຼື ບຸນມີ ມາສອບສວນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
 
ຜ່ານການສອບສວນ ທ້າວ ສາຍຄໍາ ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນຄັ້ງວັນທີ 11 ມິຖຸນາ 2017 ຖືກສານປະຊາຊົນແຂວງບໍລິຄຳໄຊ ຕັດສິນລົງໂທດຕັດອິດສະລະພາບລົງໂທດ 6ປີ 6 ເດືອນ, ປັບໃໝ 1.600.000 ກີບໃນຂໍ້ຫາ: ການຫຼິ້ນການພະນັ້ນທີ່ຕ້ອງຫ້າມ, ການທໍາຮ້າຍຮ່າງກາຍ, ການລັກຊັບພົນລະເມືອງ ແລະ ການໂຕນໜີອອກຈາກຄ້າຍຄຸມຂັງ-ດັດສ້າງ.
 
ທ້າຍເດືອນ ທັນວາ 2025 ມາເຮັດວຽກເປັນກໍາມະກອນກໍ່ສ້າງຢູ່ບໍລິສັດແຫ່ງໜຶ່ງ ບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແຕ່ພັກເຊົາຢູ່ບ້ານດົງໝາກຄາຍ ແລະ ບ້ານຕານມີໄຊ ໃນການທຽວໄປເຮັດວຽກນັ້ນ ຜູ້ກ່ຽວເຄີຍແວ່ຊື້ເຄື່ອງດື່ມ ຢູ່ຮ້ານຂາຍເຄື່ອງຂອງທ້າວ ເຮີເຕີ ລາວຕ້ວງ ບ້ານໂຊກໃຫຍ່ ເມືອງໄຊທານີ ນະຄອນຫຼວງວຽງຈັນຫຼາຍເທື່ອ, ມາຮອດວັນທີ 3 ມີນາ 2026 ຜູ້ກ່ຽວໄປຊື້ເຄື່ອງໃຊ້ຢູ່ຮ້ານຂາຍເຄື່ອງທ້າວ ເຮີເຕີ ລາວຕ້ວງ ແລະໄດ້ຢືມໂທລະສັບ ເພື່ອໂທຫາຍາດພີ່ນ້ອງ ເວລາດັ່ງກ່າວນັ້ນ ທ້າວ ເຮີເຕີ ລາວຕ້ວງ ໄດ້ຖາມວ່າ ລູກບໍ່ມີໂທລະສັບໃຊ້ບໍ? ພໍ່ຈະຂາຍໂທລະສັບຍີ່ຫໍ້ຢູນີເທວໃຫ້ໃນລາຄາ 300.000 ກີບ ແລ້ວເອົາໄປສາກແບັດເຕີລີໂທລະສັບຈົນເຕັມ ແລ້ວກວດເບິ່ງໂທລະສັບເຫັນວ່າ ເບີໂທລະສັບໃຊ້ບໍ່ ຈຶ່ງບອກໃຫ້ຜູ້ກ່ຽວໄປຊອກຊື້ເບີມາໃສ່ ຈາກນັ້ນ ທ້າວ ສາຍຄໍາ ໄດ້ກັບໄປແຄ້ມນອນຢູ່ບ້ານດົງໝາກຄາຍ, ມາຮອດວັນທີ 4 ມີນາ 2026 ທ້າວ ສາຍຄໍາ ໄປສະໝັກເປັນກໍາມະກອນກໍ່ສ້າງເຮືອນຢູ່ບ້ານໂຄກໃຫຍ່ ພ້ອມທັງພັກເຊົາຢູ່ແຄ້ມບ່ອນກໍ່ສ້າງ ຢູ່ຫ່າງຈາກຮ້ານຂາຍເຄື່ອງ ທ້າວ ເຮີເຕີ ລາວຕ້ວງ ປະມານ 500 ແມັດ, ມາຮອດເວລາປະມານ 12 ໂມງປາຍຂອງວັນທີ 5 ມີນາ 2026 ຜູ້ກ່ຽວໄດ້ອອກໄປຊື້ເຄື່ອງໃຊ້ສ່ວນຕົວຢູ່ຮ້ານ ທ້າວ ເຮີເຕີ ລາວຕ້ວງ ພໍໄປຮອດໜ້າປະຕູທາງເຂົ້າແນມເຫັນ ທ້າວ ເຮີເຕີ ລາວຕ້ວງ ນອນຢູ່ໃນຮ້ານ ແລະ ເຫັນໃສ່ສາຍຄໍຄຳ ເມື່ອເຫັນແນນນັ້ນ ຜູ້ກ່ຽວເກີດມີແນວຄິດຢາກໄດ້ຊັບ (ສາຍຄໍຄໍາ) ຈຶ່ງໄດ້ສັງເກດບໍລິເວນອ້ອມເຮືອນ ແຕ່ບໍ່ເຫັນຄົນຢູ່ເຮືອນ ເມື່ອເຫັນວ່າມີເງື່ອນໄຂ ແລະ ໂອກາດ ຜູ້ກ່ຽວຈຶ່ງໄດ້ລົງມືກໍ່ເຫດດ້ວຍການໃຊ້ກ້ອນຫີນ ໃຫຍ່ ໄປຕີໃສ່ບໍລິເວນງ່ອນ ເບື້ອງຂວາຂອງ ທ້າວ ເຮີເຕີ ລາວຕ້ວງ ຢ່າງແຮງ 2-3 ບາດ ເຮັດໃຫ້ ທ້າວ ເຮີເຕີ ລາວຕ້ວງ ສະຫຼົບ ຈາກນັ້ນ ຜູ້ກ່ຽວໄດ້ປົດເອົາສາຍຄໍຄໍາ ພ້ອມດ້ວຍກີ້ພະ ແລະ ກະເປົາເງິນ ແລ້ວຟ້າວໜີອອກຈາກຮ້ານໄປໄດ້ປະມານ 500 ແມັດ ຈຶ່ງໄດ້ຈົກເອົາ ເງິນຢູ່ກະເບົາ 400.000 ກີບ, 1 ໂດລາ, 8 ຢວນ, ຈາກນັ້ນໄດ້ຖິ້ມກະເປົາເຂົ້າປ່າແຄມທາງ (ບໍ່ຈື່ບ່ອນ) ແລ້ວເອົາຕົວຫຼົບໜີໄປຢູ່ແຂວງຈໍາປາສັກ ແລ້ວເອົາສາຍຄໍຄໍາໄປຂາຍຢູ່ຮ້ານ (ບໍ່ຈື່) ໄດ້ເງິນ 60,000,000 ກີບ ແລ້ວເອົາໄປຊື້ໂທລະສັບຍີ່ຫໍ້ຊຳຊຸງ 1 ໜ່ວຍ ລາຄາ 2,000,000ກີບ , ຊື້ຄໍານໍ້າໜັກ 2 ສະຫຼຶງ 27.800.000 ກີບ, ຊື້ເຄື່ອງນຸ່ງ ແລະ ເຄື່ອງໃຊ້ສ່ວນຕົວ 5.000.000 ກີບ , ສ່ວນທີ່ເຫຼືອໃຊ້ຈ່າຍຫຼິ້ນກິນຟູມເຟືອຍໝົດ; ມາຮອດວັນທີ 4 ເມສາ 2026 ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ໄດ້ປະສານສົມທົບກັບເຈົ້າໜ້າທີ່ວິຊາສະເພາະແຂວງຈໍາປາສັກ ເພື່ອນໍາຈັບຕົວມາສອບສວນ ແລະ ດໍາເນີນຄະດີຕາມກົດໝາຍ.
 
ຕໍ່ເຫດການດັ່ງກ່າວ ເຫັນວ່າ: ການກະທໍາຂອງ ທ້າວ ສາຍຄໍາ ສຸລິຍະວົງ ແມ່ນຄົບອົງປະກອບຂອງການກະທໍາຜິດທາງອາຍາ ເຊິ່ງເປັນການກະທຳຜິດໂດຍເຈດຕະນາປຸ້ນເອົາຊັບຂອງບຸກຄົນອື່ນ; ສະນັ້ນ, ກອງບັນຊາການ ປກສ ເມືອງໄຊທານີ ຈຶ່ງສະຫຼຸບສໍານວນຄະດີ ສົ່ງໃຫ້ອົງການໄອຍະການ ປະຊາຊົນເຂດ II ນະຄອນຫຼວງວຽງຈັນ ດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
ຂ່າວ: ປກສ ເມືອງໄຊທານີ