ເຄິ່ງປີ ລັດຖະບານ ເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ

  ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານໂດຍສັງເຂບກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຕໍ່ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X ວ່າ: ໄລຍະ 6 ເດືອນຕົ້ນປີ 2026 ການພັດທະນາທາງດ້ານເສດຖະກິດແມ່ນມີການເຕີບໂຕ ແລະ ຂະຫຍາຍຕົວໃນລະດັບ 5% ສະເລ່ຍມູນຄ່າໃນປີເທົ່າກັບ 199,987 ຕື້ກີບ ຫຼື ເທົ່າກັບ 48% ຂອງແຜນ ການ; ໃນນີ້, ຂະແໜງກະສິກຳສາມາດຂະຫຍາຍຕົວ 4,3% ກວມເອົາ 17,4%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 5,1% ກວມເອົາ 35,0%, ຂະແໜງບໍລິການຂະຫຍາຍຕົວ 5,3% ກວມເອົາ 37,2% ແລະ ພາສີ-ອາກອນຜະລິດຕະ ພັນສຸດທິ ຂະຫຍາຍຕົວ 4,9% ກວມເອົາ 10,5%.
 
ການປະຕິບັດແຜນງົບປະມານແຫ່ງລັດ ກໍໄດ້ສຸມໃສ່ປະຕິບັດຕາມມາດຕະການຕ່າງໆ ເພື່ອຊຸກຍູ້ໃຫ້ແກ່ການປະຕິບັດແຜນງົບປະມານໂດຍສະເພາະການເກັບລາຍຮັບໃຫ້ໄດ້ຕາມແຜນ ຫຼື ເກີນແຜນທີ່ສະພາແຫ່ງຊາດຮັບຮອງ ແລະ ຜ່ານການປະຕິບັດໃນ 6 ເດືອນຕົ້ນປີ ສາມາດເຮັດໃຫ້ລາຍຮັບມີທ່າອ່ຽງເພີ່ມຂຶ້ນ ໃນນີ້, ເກັບລາຍຮັບໄດ້ 44,956 ຕື້ກີບ ເທົ່າກັບ 54% ຂອງແຜນການ ເມື່ອທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 19% ເປັນເງິນປະມານ 7,198 ຕື້ກີບ ແລະ ທາງດ້ານແຜນເງິນຕາ ແມ່ນໄດ້ດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ໂດຍການປັບຫຼຸດອັດຕາດອກ ເບ້ຍພື້ນຖານຂອງ ທຫລ ສະກຸນເງິນກີບ ຈາກລະດັບ 8,5% ຕໍ່ປີ ມາເປັນ 8% ຕໍ່ປີ, ອອກ ແລະ ຈຳໜ່າຍພັນທະ ບັດໄລຍະສັ້ນ, ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ, ຊຸກຍູ້ຕະຫຼາດແລກປ່ຽນ, ຊື້-ຂາຍເງິນຕາຕ່າງປະເທດຜ່ານຕະຫຼາດເອເລັກໂຕຣນິກ (LFX) ໃຫ້ມີການເຄື່ອນໄຫວກວ້າງອອກ ແລະ ຜ່ານການປະຕິບັດຕົວຈິງໃນໄລຍະ 6 ເດືອນຕົ້ນປີ ເຫັນວ່າປະລິມານເງິນ M2 ຂະຫຍາຍຕົວຢູ່ໃນລະດັບ 15,92%; ຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5,17 ເດືອນ (ແຜນການຢ່າງໜ້ອຍ 5 ເດືອນ) ສາມາດຮັກສາຄວາມເຊື່ອໝັ້ນ ແລະ ສາມາດຮອງຮັບການຊໍາລະໜີ້ສິນຕ່າງປະເທດ; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPLs) ຢູ່ໃນລະດັບ 0,98%; ອັດຕາເງິນເຟີ້ 6 ເດືອນຕົ້ນປີ ຢູ່ໃນລະດັບ 8% ແລະ ຄ່າເງິນກີບເຫັນວ່າຍັງມີສະຖຽນລະພາບ ເປັນຕົ້ນແມ່ນດັດສະນີເງິນກີບສະເລ່ຍ 6 ເດືອນຕົ້ນປີອ່ອນຄ່າ 3,09% ເມື່ອທຽບກັບໄລຍະດຽວກັນຂອງປີ 2025.
 
ຄຽງຄູ່ດຽວກັນນີ້, ທາງດ້ານວຽກປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ກໍສາມາດຮັກສາໄດ້ສະຖຽນລະພາບທາງດ້ານເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ ສະແດງອອກໃນການເພີ່ມທະວີວຽກງານສະກັດກັ້ນ ແລະ ສຸມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ຢ່າງຕັ້ງໜ້າ ເປັນຕົ້ນ ແມ່ນການສຸມໃສ່ແກ້ໄຂບັນຫາຢາເສບຕິດ ສາມາດມ້າງໄດ້ 1,700 ກວ່າເລື່ອງ ກັກຕົວພວກຖືກຫາໄດ້ 4,025 ຄົນ ພ້ອມທັງຢຶດຂອງກາງປະເພດຢາເສບຕິດໄດ້ຈໍານວນຫຼາຍ ແລະ ພາຫະນະອີກຈໍານວນໜຶ່ງ. ນອກນັ້ນ, ຍັງສາມາດແກ້ໄຂກຸ່ມແກ້ງສໍ້ໂກງສັບທາງເອເລັກໂຕຣນິກ ຫຼື ອາຊະຍາກໍາທາງໄຊເບີ ໄດ້ທັງໝົດ 44 ຄັ້ງ ແລະ ກັກຕົວພວກຖືກຫາໄດ້ 4,400 ກວ່າຄົນ ຍິງ 1,032 ຄົນ ລວມມີ 25 ສັນຊາດ