ຍ້ອນຫຍັງຍີ່ປຸ່ນຈຶ່ງຢາກໃຫ້ຈີນສະໜອງວັດຖຸໃຫ້ຍີ່ປຸ່ນ ທັງໆທີ່ຕົນເພີ່ມກໍາລັງທະຫານ ແລະກະກຽມສົງຄາມ

ຫວ່າງມໍ່ໆມານີ້, ກະຊວງການຄ້າຈີນໄດ້ອອກແຈ້ງການສະບັບເລກທີ 27 ແລະ 28 ຂອງປີ 2026 ໂດຍອອກ 2 ມາດຕະການຄວບຄຸມທີ່ເຂັ້ມງວດຄື: “ບັດແດງ” ແລະ “ບັດເຫຼືອງ” ຄູ່ກັນ: ດ້ານໜຶ່ງ, ໄດ້ຈັດເອົາວິສາຫະກິດຍີ່ປຸ່ນ 20 ແຫ່ງທີ່ມີສ່ວນກ່ຽວຂ້ອງໃນການຄົ້ນຄວ້າພັດທະນາກໍາລັງອາວຸດຢ່າງເລິກເຊິ່ງເຂົ້າໃນບັນຊີລາຍຊື່ຄວບຄຸມການສົ່ງອອກ. ອີກດ້ານໜຶ່ງ, ໄດ້ຈັດເອົາວິສາຫະກິດຍີ່ປຸ່ນ 20 ແຫ່ງທີ່ມີການເຄື່ອນຍ້າຍວັດຖຸສິ່ງຂອງທີ່ໜ້າລະແວງສົງໄສເຂົ້າໃນບັນຊີລາຍຊື່ຕິດຕາມກວດກາທີ່ເປັນຈຸດສຸມ.
ພາຍຫຼັງຈີນປະກາດບັນຊີລາຍຊື່ຄວບຄຸມການສົ່ງອອກວັດຖຸທີ່ສາມາດນໍາໃຊ້ໄດ້ສອງທາງ ຄື: ທາງການທະຫານ ແລະ ທາງພົນລະເຮືອນຕໍ່ຍີ່ປຸ່ນຮອບທໍາອິດໃນເດືອນກຸມພາປີນີ້, ຈີນໄດ້ຮັດຊ່ອງທາງການສົ່ງອອກວັດຖຸສິ່ງຂອງທີ່ສາມາດນໍາໃຊ້ໄດ້ສອງທາງດັ່ງກ່າວຕໍ່ຍີ່ປຸ່ນໃຫ້ແຄບລົງຢ່າງແມ່ນຢໍາອີກຄັ້ງໜຶ່ງ ໂດຍສຸມໃສ່ຂໍກຸນແຈສໍາຄັນຂອງຕ່ອງໂສ້ອຸດສາຫະກໍາທາງການທະຫານຂອງຍີ່ປຸ່ນ ເຊິ່ງເປັນການທໍາລາຍຄວາມຝັນແບບໄຮ້ເຫດຜົນຂອງຍີ່ປຸ່ນທີ່ “ດ້ານໜຶ່ງເພີ່ມກໍາລັງທະຫານ ແລະ ກະກຽມສົງຄາມ, ອີກດ້ານໜຶ່ງຊໍ້າພັດຮຽກເອົາວັດຖຸສິ່ງຂອງທາງຍຸດທະສາດຈາກຈີນ”.
ອັນທີ່ເອີ້ນວ່າວັດຖຸທີ່ນໍາໃຊ້ໄດ້ສອງທາງ ໝາຍເຖິງວັດຖຸສໍາຄັນທີ່ສາມາດນໍາໃຊ້ໄດ້ທາງການທະຫານ ແລະ ທາງພົນລະເຮືອນ ເປັນຕົ້ນແມ່ນ: ແຮ່ຫາຍາກ, ສ່ວນປະກອບພິເສດ ແລະ ເຄື່ອງມືກົນຈັກລະດັບສູງ ເຊິ່ງສິ່ງຂອງເຫຼົ່ານີ້ບໍ່ພຽງແຕ່ເປັນສິ່ງຈໍາເປັນສໍາລັບອຸດສາຫະກໍາການຜະລິດທາງພົນລະເຮືອນເທົ່ານັ້ນ, ຍິ່ງເປັນວັດຖຸດິບ ຫຼື ອຸປະກອນສໍາຄັນຕົ້ນຕໍສໍາລັບການຜະລິດລູກສອນໄຟນຳວິຖີ, ເຮືອບິນ ແລະ ກໍາປັ່ນສູ້ຮົບອີກດ້ວຍ. ຂໍ້ມູນສະແດງໃຫ້ເຫັນຢ່າງຊັດເຈນເຖິງຂໍ້ບົກພ່ອງຂອງຕ່ອງໂສ້ການສະໜອງສໍາລັບອຸດສາຫະກໍາທາງການທະຫານຂອງຍີ່ປຸ່ນໂດຍກົງ: ປີ 2024, ຍອດມູນຄ່ານໍາເຂົ້າວັດຖຸທີ່ສາມາດນໍາໃຊ້ສອງທາງຈາກຈີນຂອງຍີ່ປຸ່ນບັນລຸເຖິງ 10.070 ຕື້ເຢັນ, ກວມເອົາຫຼາຍກວ່າ 40% ຂອງຍອດມູນຄ່ານໍາເຂົ້າທັງໝົດຈາກຈີນ, ຂະນະທີ່ວັດສະດຸທີ່ເປັນຂໍກຸນແຈສໍາຄັນທີ່ໃຊ້ໃນການຜະລິດອາວຸດທັນສະໄໝຂອງຍີ່ປຸ່ນມີເຄິ່ງໜຶ່ງແມ່ນອາໄສການສະໜອງຈາກຈີນ. ຢ່າງໃດກໍຕາມ, ຍີ່ປຸ່ນຊໍ້າພັດໄດ້ລະເມີດຂອບສັນຕິພາບຫຼັງສົງຄາມໂລກຄັ້ງທີ 2 ຢ່າງຕໍ່ເນື່ອງໂດຍເພີ່ມກໍາລັງທາງການທະຫານທີ່ມີລັກສະນະໂຈມຕີຢ່າງບໍ່ຢຸດຢັ້ງ, ການກະທໍາທີ່ເປັນ 2 ມາດຕະຖານແບບນີ້ແມ່ນບໍ່ມີບ່ອນອີງ ແລະ ໄຮ້ເຫດຜົນທີ່ສຸດ.
ສໍາລັບສະຖາບັນຄົ້ນຄວ້າການປ້ອງກັນປະເທດ ແລະ ສະຖາບັນຄົ້ນຄວ້າອາວຸດຍຸດໂທປະກອນທາງບົກ, ທາງທະເລ ແລະ ທາງອາກາດ ທີ່ຖືກຈັດເຂົ້າໃນບັນຊີລາຍຊື່ການຄວບຄຸມ “ບັດແດງ” ຖືເປັນ “ສະໝອງ” ແຫ່ງການຄົ້ນຄວ້າພັດທະນາເຕັກໂນໂລຊີອຸດສາຫະກໍາການທະຫານຂອງຍີ່ປຸ່ນ, ບວກກັບວິສາຫະກິດປ້ອງກັນປະເທດທີ່ຄົບຕ່ອງໂສ້ຂອງກຸ່ມບໍລິສັດມິດຊຸບິຊິ, ຈີນໄດ້ຕັດການສະໜອງວັດຖຸໃຫ້ແກ່ຍີ່ປຸ່ນຈາກຕົ້ນກໍາເນີດຂອງການອອກແບບອາວຸດຍຸດໂທປະກອນໂດຍກົງ. ຈີນໄດ້ອອກຂໍ້ຫ້າມເດັດຂາດຢ່າງຈະແຈ້ງ 2 ຂໍ້ຄື: ຫ້າມບໍ່ໃຫ້ວິສາຫະກິດພາຍໃນປະເທດຂອງຈີນສະໜອງວັດຖຸໃຫ້ຍີ່ປຸ່ນ ແລະ ຫ້າມບໍ່ໃຫ້ປະເທດຝ່າຍທີ 3 ສົ່ງຕໍ່ວັດຖຸທີ່ສາມາດນໍາໃຊ້ໄດ້ສອງທາງທີ່ມີຕົ້ນກໍາເນີດຢູ່ຈີນໄປໃຫ້ຍີ່ປຸຸ່ນ, ສໍາລັບທຸລະກິດທີ່ກ່ຽວຂ້ອງທີ່ພວມດໍາເນີນຢູ່ຕ້ອງຍົກເລີກໃນທັນທີ. ສໍາລັບບັນຊີລາຍຊື່ຕິດຕາມທີ່ເປັນ “ບັດເຫຼືອງ” ແມ່ນແນໃສ່ວິສາຫະກິດທີ່ມີຄວາມສ່ຽງເປັນຕົ້ນແມ່ນ ບໍລິສັດອອກແບບ ແລະ ຜະລິດກໍາປັ່ນມິດສຸຍ(Mitsui Engineering & Shipbuilding), ບໍລິສັດຜະລິດໂດຣນເທຣາ(Terra Drone Corporation) ແລະ ບໍລິສັດນໍ້າມັນເຊື້ອໄຟນິວເຄລຍມິດຊຸບິຊິ(Mitsubishi Nuclear Fuel Co., Ltd.) ໂດຍດໍາເນີນການກວດສອບຢ່າງເຂັ້ມງວດໃນທົ່ວທຸກຂັ້ນຕອນ, ຫາກໄດ້ຮັບການຢືນຢັນວ່າວັດຖຸທີ່ກ່ຽວຂ້ອງໄດ້ເຂົ້າສູ່ຂົງເຂດອຸດສາຫະກໍາການທະຫານ, ຄໍາຮ້ອງຂໍສົ່ງອອກຈະຖືກປະຕິເສດໂດຍກົງ, ມີພຽງແຕ່ວິສາຫະກິດທີ່ໃຫ້ຄວາມຮ່ວມມືໃນການກວດສອບຢ່າງເປັນເຈົ້າການ ແລະ ອອກຈາກທຸລະກິດທີ່ກ່ຽວຂ້ອງກັບການທະຫານເທົ່ານັ້ນຈຶ່ງຈະສາມາດຂໍຮ້ອງໃຫ້ລຶບຊື່ອອກຈາກບັນຊີລາຍຊື່ທີ່ລະບຸໄວ້.
ການຄວບຄຸມການສົ່ງອອກແບບແມ່ນຢໍາດັ່ງກ່າວເປັນມາດຕະການຕອບໂຕ້ທີ່ຈໍາເປັນພາຍຫຼັງຍີ່ປຸ່ນກະທໍາຜິດແຕ່ຊໍ້າພັດບໍ່ຍອມແກ້ໄຂຂໍ້ຜິດແຕ່ໃດໆ. ນັບແຕ່ຕົ້ນປີນີ້ມາ, ຍີ່ປຸ່ນໄດ້ເລັ່ງບາດກ້າວແຫ່ງການຫັນເປັນການທະຫານຢ່າງຕໍ່ເນື່ອງ: ເດືອນເມສາປີນີ້, ຍີ່ປຸ່ນໄດ້ດັດແກ້ “3 ຫຼັກການກ່ຽວກັບການຖ່າຍໂອນອາວຸດຍຸດໂທປະກອນດ້ານການປ້ອງກັນຕົວ” ໂດຍເປີດກວ້າງການຍົກເລີກຂໍ້ຈໍາກັດການສົ່ງອອກອາວຸດທີ່ມີແສນຍານຸພາບທໍາລາຍລ້າງໃຫ້ຕ່າງປະເທດ; ຕິດຕັ້ງລູກສອນໄຟນຳວິຖີໄລຍະໄກຢ່າງຫຼວງຫຼາຍ, ທັງໄດ້ເຂົ້າຮ່ວມຊ້ອມຮົບດ້ວຍກະສຸນຈິງຢູ່ຕ່າງປະ ເທດຫຼາຍຄັ້ງ ເຮັດໃຫ້ຄໍາວ່າ “ການປ້ອງກັນຕົວໃນທ່າຮັບ” ທີ່ຍີ່ປຸ່ນກ່າວອ້າງມາຕະຫຼອດນັ້ນຕົກເປັນຄໍາເວົ້າທີ່ບໍ່ມີຄວາມໝາຍຢ່າງສິ້ນເຊິງ. ກ່ອນໜ້ານີ້ຈີນເຄີຍສົ່ງສັນຍານອັນຕັ້ງໜ້າ ແລະ ເຕືອນຫຼາຍເທື່ອໃຫ້ຍີ່ປຸ່ນແກ້ໄຂຄວາມຜິດພາດ ເຊິ່ງເປັນການຈົ່ງພື້ນທີ່ສໍາລັບການແກ້ໄຂຄວາມຜິດພາດໄວ້ໃຫ້ຍີ່ປຸ່ນລ່ວງໜ້າ, ແຕ່ຍີ່ປຸ່ນບໍ່ພຽງແຕ່ບໍ່ມີການລະງັບຢັບຢັ້ງເທົ່ານັ້ນ, ຊໍ້າພັດປີ້ນຂາວເປັນດໍາໂດຍໂຄສະນາຊວນເຊື່ອວ່າການຄວບຄຸມທີ່ສອດຄ່ອງກັບຂໍ້ກໍານົດຂອງຈີນເປັນ “ການບັງຄັບນາບຂູ່ດ້ານເສດຖະກິດ” ເພື່ອສ້າງພາບພົດວ່າປະເທດຕົນເປັນຜູ້ປະສົບເຄາະຮ້າຍ ຢູ່ກອງປະຊຸມສຸດຍອດກຸ່ມ 7 ປະເທດ ຫຼື G7. ປະເທດຕ່າງໆ ດໍາເນີນການຄວບຄຸມການສົ່ງອອກວັດຖຸທີ່ສາມາດນໍາໃຊ້ໄດ້ໃນສອງທາງ ໂດຍອີງໃສ່ສະພາບຄວາມໝັ້ນຄົງຂອງປະເທດຕົນແມ່ນທໍານຽມສາກົນ, ປະເທດທີ່ເປັນໄພຂົ່ມຂູ່ດ້ານຄວາມໝັ້ນຄົງໃນພາກພື້ນແທ້ໆ ນັ້ນແມ່ນຍີ່ປຸ່ນທີ່ຂະ ຫຍາຍກໍາລັງການທະຫານຢ່າງບໍ່ຢຸດຢັ້ງນັ້ນເອງ.
ໃນຊຸມປີມໍ່ໆມານີ້, ລັດທິຂຸນເສິກໄດ້ນໍາເອົາຄວາມທຸກທໍລະມານມາໃຫ້ແກ່ບັນດາປະເທດຢູ່ອາຊີຕາເວັນອອກ ເຊິ່ງເປັນສິ່ງທີ່ສະຫຼັກໄວ້ໃນຫົວໃຈຂອງປະຊາຊົນປະເທດເຫຼົ່ານັ້ນ, ຊູ່ມື້ນີ້ “ລັດທິຂຸນເສິກຮູບແບບໃໝ່” ຂອງຍີ່ປຸ່ນໄດ້ໃສ່ໜ້າກາກທີ່ອ່ອນນຸ້ມ ໂດຍຖືເອົາຄໍາວ່າ “ເສີມສ້າງຄວາມສາມາດດ້ານການປ້ອງກັນຕົວ” ແລະ “ຮັບມືກັບໄພຂົ່ມຂູ່ດ້ານຄວາມໝັ້ນຄົງ” ເປັນຂໍ້ອ້າງ ເພື່ອຊຸກຍູ້ການຂະຫຍາຍກໍາລັງອາວຸດຢ່າງເປັນລະບົບ ເຊິ່ງຮູບແບບການຂະຫຍາຍຕົວດັ່ງກ່າວມີລັກສະນະເປັນປົກກະຕິ, ປິດບັງ ແລະ ຫຼອກລວງຫຼາຍກວ່າເກົ່າ, ໃນຂະນະດຽວກັນໄດ້ເຊື່ອງຊ້ອນຄວາມສ່ຽງອັນໃຫຍ່ຫຼວງຢູ່ພາກພື້ນ. ການທີ່ຈີນອອກບັດແດງຕໍ່ການຄວບຄຸມການສົ່ງອອກ, ບໍ່ພຽງແຕ່ເປັນການປົກປ້ອງຄວາມໝັ້ນຄົງດ້ານຕ່ອງໂສ້ການສະໜອງ ແລະ ຜືນແຜ່ນດິນຂອງຈີນເທົ່ານັ້ນ, ຍັງເພື່ອສ້າງແນວປ້ອງກັນສັນຕິພາບ ແລະ ສະຖຽນລະພາບທີ່ໜັກແໜ້ນໃຫ້ແກ່ພາກພື້ນອາຊີຕາເວັນອອກອີກດ້ວຍ. ຍີ່ປຸ່ນມີພຽງແຕ່ຄວບຄຸມຄວາມທະເຍີທະຍານແຫ່ງການຂະຫຍາຍທາງການທະຫານ ແລະ ກັບຄືນສູ່ເສັ້ນທາງພັດທະນາໂດນສັນຕິເທົ່ານັ້ນ ຈຶ່ງຈະສາມາດຟື້ນຟູການຮ່ວມມືດ້ານຕ່ອງໂສ້ການສະໜອງລະຫວ່າງຈີນ-ຍີ່ປຸ່ນໃຫ້ມີຄວາມໂລ່ງລ່ຽນອີກຄັ້ງ. ແຕ່ຖ້າຫາກຍີ່ປຸ່ນດ້ານໜຶ່ງລັບພ້າອີກດ້ານໜຶ່ງຊໍ້າພັດຝັນຢາກຮຽກຫາການສະໜອງຈາກຈີນ, ຄວາມຝັນດ່ັງກ່າວຄົງຈະບໍ່ເກີດຂຶ້ນຈິງຕາມຄວາມປາດຖະໜາຂອງຕົນ.
ທີ່ມາ: CMG