ຝົນຕົກໜັກ ເຮັດໃຫ້ອ່າງເກັບນ້ຳ ໄຫລຖ້ວມບ້ານເຮືອນປະຊາຊົນ ເປັນບໍລິເວນກ້ວາງ

ວັນທີ 6 ກໍລະກົດ 2026 ເກີດເຫດອ່າງເກັບນ້ຳ ຢູ່ເມືອງໜານໜິງ ເຂດປົກຄອງຕົນເອງ ກວ່າງຊີຈ້ວງ ທາງຕອນໃຕຂອງຈີນ ກຳລັງປະເຊີນກັບນ້ຳຖ້ວມໜັກ ຫລັງຝົນຕົກໜັກຕໍ່ເນື່ອງ ຈົນເຮັດໃຫ້ອ່າງເກັບນ້ຳຫລິວຫລານ ເຊິ່ງເປັນສະຖານີຊົນລະປະທານຂະໜາດກາງແຕກ ນ້ຳໄຫລຖ້ວມບ້ານເຮືອນປະຊາຊົນ ເປັນບໍລິເວນກ້ວາງ.
ຫລ້າສຸດ ທາງການປະກາດລະດັບການຮັບມືອຸທົກກະໄພຈາກລະດັບ 3 ເປັນລະດັບ 1 ເຊິ່ງເປັນລະດັບສູງສຸດ ແລະ ກຳລັງເລັ່ງອົບພະຍົບປະຊາຊົນອອກຈາກພື້ນທີ່.