ສາຍການບິນຈີນ ຈະປັບຫລຸດຄ່າທຳນຽມເຊື້ອໄຟ

ອີງຕາມສຳນັກຂ່າວ ຕ່າງປະເທດ, ສາຍການບິນຂອງຈີນ ຫລາຍແຫ່ງ ລວມທັງ ແອຣ໌ໄຊນາ (Air China) ເປີດເຜີຍວ່າ: ສາຍການບິນຈີນຈະປັບຫລຸດຄ່າທຳນຽມເຊື້ອໄຟ ສຳລັບຖ້ຽວບິນພາຍໃນປະເທດ ທີ່ມີການຈຳໜ່າຍປີ້ໂດຍສານເລີ່ມຕັ້ງແຕ່ວັນທີ 5 ກໍລະກົດ ເປັນຕົ້ນໄປ.
 
ພາຍໃຕ້ອັດຕາໃໝ່, ຜູ້ໂດຍສານຈະໄດ້ຈ່າຍຄ່າທຳນຽມເຊື້ອໄຟ 50 ຢວນຕໍ່ຖ້ຽວບິນ ສຳລັບເສັ້ນທາງທີ່ມີໄລຍະທາງບໍ່ເກີນ 800 ກິໂລແມັດ ແລະ 100 ຢວນຕໍ່ຖ້ຽວບິນ ສຳລັບເສັ້ນທາງທີ່ຫລາຍກວ່າ 800 ກິໂລແມັດ.
 
ສຳລັບເດັກນ້ອຍເກີດໃໝ່ແມ່ນຈະຍັງຄົງໄດ້ຮັບການຍົກເວັ້ນຄ່າທຳນຽມເຊື້ອໄຟດັ່ງກ່າວ, ໃນຂະນະທີ່ເດັກນ້ອຍ ລວມທັງທະຫານຜ່ານເສິກເສຍອົງຄະ ແລະ ຕຳຫລວດເສຍອົງຄະ ຈະໄດ້ຮັບສ່ວນຫລຸດ 50%.
 
ເມື່ອທຽບໃສ່ກັບອັດຕາປັດຈຸບັນ, ຄ່າທຳນຽມເຊື້ອໄຟໃນອັດຕາໃໝ່ນີ້ຈະຫລຸດລົງ 30 ຢວນ ສຳລັບເສັ້ນທາງທີ່ມີໄລຍະທາງບໍ່ເກີນ 800 ກິໂລແມັດ ແລະ ຫລຸດລົງ 50 ຢວນ ສຳລັບເສັ້ນທາງທີ່ມີໄລຍະທາງ ຫລາຍກວ່າ 800 ກິໂລແມັດ.
 
ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ (NDRC) ປະກາດວ່າ: ຈີນຈະປັບຫລຸດລາຄາຂາຍຍ່ອຍນ້ຳມັນແອັດຊັງ (ເບັນຊິນ) ແລະ ດີເຊວ ໂດຍມີຜົນບັງຄັບໃຊ້ໃນວັນທີ 4 ກໍລະກົດນີ້ ຕາມການເໜັງຕີງຂອງລາຄານ້ຳມັນດິບໃນຕະຫລາດໂລກ.