ກະສິກອນ ເມືອງເມິງ ປັກດໍາເຂົ້ານາປີສໍາເລັດ 50%

ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ກະສິກອນໃນທົ່ວເມືອງເມິງ ແຂວງບໍ່ແກ້ວ ໄດ້ເລີ່ມປັກດໍາເຂົ້ານາປີມາແຕ່ທ້າຍເດືອນ ພຶດສະພາ 2026, ປັດຈຸບັນ ກະສິກອນພວມຂຸ້ນຂ້ຽວປັກດໍາເຂົ້ານາປີ ຊຶ່ງສໍາເລັດແລ້ວ 50% ຂອງເນື້ອທີ່ນາທັງໝົດ ໃນນີ້, ປູກເຂົ້າໄຮ່ສໍາເລັດ 100% ແລະ ຄາດວ່າການປັກດໍາເຂົ້ານາປີ ຈະໄດ້ສໍາເລັດ 100% ໃນທ້າຍເດືອນ ກໍລະກົດ 2026 ນີ້.
ຫ້ອງການກະກະສີກໍາ ແລະ ສິງແວດລ້ອມເມືອງເມິງ ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງເມິງ ມີເນື້ອທີ່ນາທັງໝົດ 1.228,83 ເຮັກຕາ ໃນນັ້ນ, ເຮັດນາຢອດເມັດ ມີ 7 ບ້ານ ມີເນື້ອທີ 16 ກວ່າເຮັກຕາ ແລະ ເຂົ້າໄຮ່ເນີນສູງ 650 ເຮັກຕາ, ນອກຈາກການປັກດໍາເຂົ້ານາປີແລ້ວ ທາງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ຍັງໄດ້ລົງຊຸກຍູ້ພໍ່ແມ່ປະຊາຊົນບັນດາເຜົ່າ ປູກພືດເປັນສິນຄ້າ ແລະ ພືດສະບຽງອາຫານ ຕາມລະດູການ ໃນເນື້ອທີ່ທັງໝົດ 48 ກວ່າເຮັກຕາ ເປັນຕົ້ນ ໝາກເຜັດ, ຖົ່ວດິນ, ສາລີຫວານ, ຖົ່ວຍາວ, ໝາກແຕງ, ໝາກເຂືອ, ໝາກນັດ, ເຜືອກ, ມັນ, ຂີງ, ສາລີແຂງ, ງາ, ເດືອຍ ແລະ ພືດຜັກອື່ນໆຕື່ມອີ່ກ ເພື່ອເປັນສິນຄ້າສົ່ງອອກຂອງເມືອງ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ.
ເມືອງເມິງມີ 28 ບ້ານ, ມີ 5 ກຸ່ມບ້ານຄື: ກຸ່ມບ້ານນໍ້າເມິງ, ກຸ່ມບ້ານຊຽງດາວ, ກຸ່ມບ້ານຜາດໍາ, ກຸ່ມບ້ານຫົວນໍ້າຄາ ແລະ ກຸ່ມບ້ານນໍ້າຍູ້.