ຮັນຈີຊອງ ນັກສະແດງສາວຄົນ ສ ເກົາຫຼີ ເສຍຊີວິດຍ້ອນອຸບັດເຫດ

ມີການລາຍງານໃນວັນທີ 8 ພຶດສະພາ ທີ່ຜ່ານມາວ່າຮັນຈີຊອງນັກສະແດງສາວ ແລະອະດີດສະມາຊິກວົງ ເກີລກຣຸບໄດ້ເສຍຊີວິດແລ້ວຫຼັງຈາກເກີດອຸບັດເຫດລົດຕໍາກັນ 3 ຄັນ ໂດຍຕອນທີ່ເກີດ ເຫດນັ້ນລົດຂອງຮັນຈີຊອງ ໄດ້ ຈອດໄວ້ເທິງທາງດ່ວນເນື່ອງຈາກ ສາມີຂອງລາວຕ້ອງການທີ່ຈະເຂົ້າ ຫ້ອງນໍ້າແຕ່ກັບໂຊກຮ້າຍທີ່ລາວ ໄດ້ລົງມາຈາກລົດດ້ວຍຈົນເຮັດໃຫ້ ເກີດເລື່ອງບໍ່ຄາດຝັນເມື່ອມີລົດ ສອງຄັນແລ່ນເຂົ້າມາຕຳຊ້ອນກັນ ຢ່າງຮຸນແຮງ.

ດ້ານບຸກຄົນໃກ້ຊິດຂອງຮັນຈີ ຊອງກ່າວວ່າຮັນຈີຊອງ ໄດ້ຈາກເຮົາໄປດ້ວຍອຸບັດເຫດລາວຄືນັກສະແດງທີ່ມີຄວາມສາມາດ ແລະເປັນ ຜູ້ທີ່ມີຄວາມຮັກໃນການສະແດງລາວເອງມີອະນາຄົດທີ່ສົດໃສເປັນ ໜ້າເສຍດາຍລາວຈາກເຮົາໄປ ຢ່າງກະທັນຫັນ, ກ່ອນໜ້ານີ້ຮັນຈີຊອງໄດ້ດີບີວໃນຊື່ວ່າ  Seo I  ໃນຖານະຂອງນັກຮ້ອງເກີລກຣຸບວົງ B.Dolls  ໃນປີ 2010 ກ່ອນທີ່ ຈະເປັນນັກສະແດງໃນຊີຣີເລື່ອງ Second to Last Love, Happy Sisters ລວມເຖິງຮູບເງົາ  ເລື່ອງ Moonlit Gymnastics  ແລະSori: Voice from the Heart.