ມິເກວ ເມຣີໂນ ຍິງປະຕູໄຊ ພາແອັດສະປາຍ ຊະນະ ປອກຕຸຍການ ຜ່ານເຂົ້າຮອບ 8 ທີມສຸດທ້າຍ

ການແຂ່ງຂັນເຕະບານໂລກ 2026 ຮອບ 16 ທີມສຸດທ້າຍ, ເປັນການພົບກັນ ລະຫວ່າງ ແອັດສະປາຍ ພົບກັບ ປ໊ອກຕຸຍການ. ເກມນີ້, ທັງ 2 ທີມເປີດເກມບຸກແລກກັນຢ່າງມັນ, ແຕ່ກໍບໍ່ມີທີມໃດ ສາມາດຍິງປະຕູຂຶ້ນນຳໄດ້, ເກມທຳທ່າວ່າ ຈະໄດ້ຕໍ່ເວລາພິເສດອອກໄປອີກ 30 ນາທີ, ແຕ່ໃນນາທີທີ 90+1 ເມຣີໂນ ກໍມາຍິງປະຕູໄຊ ພາທີມຊາດແອັດສະປາຍ ເອົາຊະນະ ທີມຊາດປອກຕຸຍການ ໄປໄດ້ ແບບຫວຸດຫວິດ 1-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ເປັນຄັ້ງທຳອິດໃນຮອບ 16 ປີ ນັບຕັ້ງແຕ່ພວກເຂົາຄອງແຊັມໂລກ ເມື່ອປີ 2010 ທີ່ອາຟຣິກາໃຕ້. ສ່ວນຮອບ 8 ທີມສຸດທ້າຍ ແອັດສະປາຍ ຈະພົບກັບ ແບນຊິກ.