ທຫລ ຈະສຸມໃສ່ 5 ວຽກງານບຸລິມະສິດ ເພື່ອຄວບຄຸມອັດເງິນເຟີ້ ບໍ່ໃຫ້ເພີ່ມສູງຂຶ້ນ

ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາກແຫ່ງຊາດ ຊຸດທີ X, ທ່ານ ນ. ບຸນຄໍາ ວໍລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ເຈາະຈີ້ມຂອງປະທານສະພາ ແລະ ບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບແຜນເງິນຕາ ແລະ ມາດຕະການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ ໂດຍສະເພາະອັດຕາເງິນເຟີ້ ແລະ ສະຖຽນລະພາບດ້ານອັດຕາແລກປ່ຽນ.
ທ່ານ ຜູ້ວ່າການ ທຫລ ຊີ້ແຈງວ່າ: ໃນ 6 ເດືອນຕົ້ນປີ 2026, ສປປ ລາວ ປະເຊີນກັບສິ່ງທ້າທາຍຫຼາຍດ້ານ ທັງຈາກປັດໄຈພາຍໃນ ແລະ ພາຍນອກ ໂດຍສະເພາະຜົນກະທົບຈາກສົງຄາມໃນຕາເວັນອອກກາງ ທີ່ກະທົບຕໍ່ລາຄານໍ້າມັນ ກໍຄືຕົ້ນທຶນການຜະລິດ ແລະ ອັດຕາເງິນເຟີ້ ຢ່າງຫຼີກລ້ຽງບໍ່ໄດ້. ອັດຕາເງິນເຟີ້ ຂອງ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 6.2% ໃນເດືອນ ກຸມພາ 2026 ມາເປັນ 9.7% ໃນເດືອນ ມີນາ, 10.2% ໃນເດືອນ ເມສາ, 9.0% ໃນເດືອນ ພຶດສະພາ ກ່ອນທີ່ຈະຫຼຸດລົງມາເປັນ 7.4% ໃນເດືອນ ມິຖຸນາ 2026. ສະເລ່ຍ 6 ເດືອນ ຕົ້ນປີ 2026 ຢູ່ໃນລະດັບ 8.0% (6 ເດືອນ ຕົ້ນປີ 2025 ຢູ່ໃນລະດັບ 10.9%) (ມະຕິສະພາແຫ່ງຊາດ ໃຫ້ຢູ່ໃນລະດັບ 5% (ເໜັງຕີງບໍ່ເກີນ ±2%).
ປັດໄຈຫຼັກທີ່ເຮັດໃຫ້ເງິນເຟີ້ສູງ:
ລາຄານໍ້າມັນສາກົນພຸ່ງສູງ: ສົ່ງຜົນໃຫ້ລາຄາສິນຄ້າ ແລະ ຄ່າລົດໂດຍສານພາຍໃນປະເທດ ເພີ່ມຂຶ້ນປະມານ 17%-36% ທຽບໃສ່ທ້າຍເດືອນກຸມພາ 2026.
ການອ່ອນຄ່າຂອງອັດຕາແລກປ່ຽນ: ເງິນໂດລາແຂງຄ່າຢ່າງຮຸນແຮງໃນຕະຫຼາດສາກົນ ແລະ ຄວາມຕ້ອງການເງິນຕາຕ່າງປະເທດໃນການນໍາເຂົ້າສິນຄ້າພາຍໃນເພີ່ມຂຶ້ນ (ຄ່ານໍ້າມັນເຊື້ອໄຟເພີ່ມ 59.57%, ຄໍາແທ່ງເພີ່ມ 573.24%, ຍານພາຫະນະເພີ່ມ 34.35% ເຊິ່ງລວມມີລົດໄຟຟ້າເພີ່ມຂຶ້ນ 24.48%). ນອກນີ້, ການຄຸ້ມຄອງກະແສເງິນຕາຕ່າງປະເທດຕິດພັນກັບການນໍາເຂົ້າ-ສົ່ງອອກ ຍັງບໍ່ທັນຮັດກຸມເທົ່າທີ່ຄວນ.
ໃນ 6 ເດືອນ ທ້າຍປີ 2026, ຄາດວ່າສະພາບການຂອງໂລກ ແລະ ພາກພື້ນ ຈະຍັງສືບຕໍ່ມີການປ່ຽນແປງໄປຢ່າງໄວວາ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະອັດຕາເງິນເຟີ້ ຊຶ່ງອົງການຈັດຕັ້ງສາກົນຈໍານວນໜຶ່ງ (ADB, WB, IMF, AMRO) ໄດ້ຄາດຄະເນວ່າ: ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ຂອງ ສປປ ລາວ ຈະຢູ່ລະຫວ່າງ 8 – 9.8%, ແຕ່ ທຫລ ຄາດຄະເນວ່າ ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ຂອງ ສປປ ລາວ ຈະຢູ່ໃນລະດັບ 6.4 – 6.6%; ສໍາລັບເດືອນ ກໍລະກົດ 2026, ຄາດວ່າ ອັດຕາເງິນເຟີ້ຈະຢູ່ໃນລະດັບ 6.8% ໂດຍມີຂອບຕໍ່າສຸດ-ສູງສຸດ ຢູ່ລະຫວ່າງ 6.3 – 7.2%.
ເພື່ອສືບຕໍ່ຄວບຄຸມອັດຕາເງິນເຟີ້ບໍ່ໃຫ້ເພີ່ມສູງຂຶ້ນ ແລະ ສູ້ຊົນປະຕິບັດຄາດໝາຍ ທີ່ສະພາແຫ່ງຊາດຮັບຮອງ ຄື: ອັດຕາເງິນເຟີ້ສະເລ່ຍໝົດປີ 2026 ບໍ່ໃຫ້ເກີນ 7% ນັ້ນ, ທຫລ ຈະສຸມໃສ່ 5 ວຽກງານ ເປັນບຸລິມະສິດ ຄື:
1) ຄວບຄຸມອັດຕາແລກປ່ຽນໃຫ້ມີຄວາມສະຫງົບ, ກໍານົດຂອບອັດຕາແລກປ່ຽນໃຫ້ມີຄວາມຍືດຍຸ່ນ ພ້ອມທັງຮັກສາສ່ວນຕ່າງລະຫວ່າງອັດຕາຂອງ ທທກ ແລະ ຕະຫຼາດນອກລະບົບໃຫ້ຫຍັບໃກ້ເຂົ້າກັນ; ຄຸ້ມຄອງ ແລະ ພັດທະນາຕະຫຼາດແລກປ່ຽນ ຊື້-ຂາຍ ເງິນຕາຕ່າງປະເທດ (ຕລຕ) ມູນຄ່າສູງ ເພື່ອເປັນຊ່ອງທາງແລກປ່ຽນເງິນຕາຕ່າງປະເທດ ລະຫວ່າງລູກຄ້ານິຕິບຸກຄົນລາຍໃຫຍ່ ເພື່ອຫຼຸດຜ່ອນແຮງກົດດັນຂອງກຸ່ມລູກຄ້າດັ່ງກ່າວ; ສືບຕໍ່ເກັບຊື້ ແລະ ດັດສົມເງິນຕາຕ່າງປະເທດ ໃຫ້ການນໍາເຂົ້າສິນຄ້າບູລິມະຊິດ ໂດຍສະເພາະນໍ້າມັນເຊື້້ອໄຟ ແລະ ສິນຄ້າອື່ນໆ ເມື່ອເຫັນວ່າຈໍາເປັນ.
2) ຄວບຄຸມປະລິມານເງິນລວມ M2 ໃຫ້ມີຄວາມເໝາະສົມ ໂດຍການປະຕິບັດນະໂຍບາຍເງິນຕາແບບປະສົມປະສານ; ພັດທະນາເຄື່ອງມືນະໂຍບາຍໃຫ້ຄົບຖ້ວນ, ມີວິທະຍາສາດ ແລະ ສອດຄ່ອງກັບສະພາບການ ເປັນຕົ້ນ: ທົບທວນ-ປະເມີນຄືນອັດຕາດອກເບ້ຍພື້ນຖານ ແລະ ປັບປຸງກົນໄກການຮັກສາເງິນແຮຝາກບັງຄັບ ໃນແຕ່ລະໄລຍະ; ສືບຕໍ່ອອກ ແລະ ຈໍາໜ່າຍພັນທະບັດ ທຫລ ໄລຍະສັ້ນສະກຸນເງິນກີບ ແລະ ສືບຕໍ່ສົມທົບກັບພາກສ່ວນກ່ຽວຂ້ອງ ໃນຈັດຕັ້ງປະຕິບັດການລວມສູນບັນຊີຄັງເງິນ (TSA) ຢູ່ ທຫລ.
3) ຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂັ້ມງວດ ແລະ ຫັນເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ ໂດຍສະເພາະຄຸ້ມຄອງເງິນຕາຕ່າງປະເທດຈາກລາຍຮັບຈາກການສົ່ງອອກໃຫ້ບັນລຸ 75% ຂອງມູນຄ່າການສົ່ງອອກ (ບໍ່ລວມຫົວໜ່ວຍທີ່ຍົກເວັ້ນບາງມາດຕາຂອງກົມໝາຍຄຸ້ມຄອງເງິນຕາຕ່າງປະເທດ), ພ້ອມທັງຕິດຕາມກະແສເງິນຕາຈາກກຸ່ມຜູ້ລົງທຶນຕ່າງປະເທດ ໂດຍຜ່ານການເຈລະຈາຂອງຄະນະສະເພາະກິດ ເພື່ອໃຫ້ນັກລົງທຶນໂອນເງິນເຂົ້າມາ; ຈະສົມທົບກັບກະຊວງການເງິນ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກ່ຽວຂ້ອງເພື່ອດັດສົມຫົວ ໜ່ວຍນຳເຂົ້າ, ຈຳກັດໂຄຕ້າການນຳເຂົ້າ (ໂດຍແຍກເປັນ 5 ກຸ່ມສິນຄ້າບູລິມະສິດ: ນໍ້າມັນເຊື້ອໄຟ, ຄຳ, ພາຫະນະ, ຢາປົວພະຍາດ, ປຸ່ຍຝຸ່ນ ແລະ ເຄື່ອງອຸປະໂພກ-ບໍລິໂພກ). ພິຈາ ລະນາດັດສົມເງິນຕາຕ່າງປະເທດໃຫ້ສະເພາະຜູ້ທີ່ໄດ້ຮັບອະນຸຍາດ ແລະ ຊຸກຍູ້ໃຫ້ ທທກ ດັດສົມເງິນຕາຕ່າງປະເທດ, ພ້ອມທັງຊຸກຍູ້ສົ່ງເສີມການນຳໃຊ້ເງິນກີບໂດຍປະສານສົມທົບກັບບັນດາກະຊວງກ່ຽວຂ້ອງ ໂດຍສະເພາະການຂາຍດິນ, ຂາຍພາຫະນະ ແລະ ອື່ນໆ ໃຫ້ເປັນເງິນກີບ, ຊຸກຍູ້ການນໍາໃຊ້ສະກຸນເງິນທ້ອງຖິ່ນ; ສືບຕໍ່ຄົ້ນຄວ້າປັບປຸງຮ່າງຍຸດທະສາດຄຸ້ມຄອງໜີ້ສິນຕ່າງປະເທດ ເພື່ອກະກຽມລາຍງານລັດຖະບານ, ພ້ອມທັງເລັ່ງປັບປຸງກົນໄກກ່ຽວກັບການກູ້ຢືມລະຫວ່າງປະເທດ ເພື່ອກໍານົດອັດຕາສ່ວນໜີ້ສິນຕໍ່ແຫຼ່ງທຶນ ແລະ ເງື່ອນໄຂເຂັ້ມງວດໃນການກູ້ຢືມລະຫວ່າງປະເທດ ແນໃສ່ຫຼຸດຜ່ອນໜີ້ສິນຈາກຕ່າງປະເທດຂອງພາກເອກະຊົນ. ນອກຈາກນີ້, ທຫລ ຈະອອກນິຕິກຳການຄຸ້ມຄອງທຸລະກິດຄຳຢູ່ ສປປ ລາວ ໃຫ້ມີຄວາມຮັດກຸມຂຶ້ນຕື່ມ.
4) ຈະສົມທົບກັບກະຊວງອຸດສາຫະກໍາ ແລະ ການຄ້າ ຄົ້ນຄວ້າກົນໄກການກໍານົດລາຍການສິນຄ້າ ເພື່ອສ້າງໂຄງສ້າງລາຄາ ແລະ ມາດຕະການໃນການຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ການດໍາລົງຊີວິດປະຈໍາວັນ ໂດຍສະເພາະ ໃນໄລຍະທີ່ລາຄານໍ້າມັນສາກົນຫຼຸດລົງ ກໍຄວນມີມາດຕະການໃນການຄຸ້ມຄອງລາຄາສິນຄ້າດັ່ງກ່າວໃຫ້ຫຼຸດລົງ ແລະ ສອດຄ່ອງກັບສະພາບຕົວຈິງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການປເປັນຢູ່ຂອງປະຊາຊົນ. ພ້ອມດຽວກັນນັ້ນ, ກໍໄດ້ມີການຄົ້ນຄວ້າກໍານົດລາຍການສິນຄ້າເພື່ອກໍານົດໂຄງສ້າງລາຄາສ້ນຄ້າ ໂດຍສະເພາະກຸ່ມປະເພດຕົ້ນທຶນການຜະລິດສິນຄ້າ (ແນວພັນພືດ, ຝຸ່ນວິທະຍາສາດ, ຫົວອາຫານ) ແລະ ກຸ່ມປະເພດຢາປົວພະຍາດ. ນອກນີ້, ຈະສ້າງຕະຫຼາດປະມູນສິນຄ້າ ເພື່ອເພີ່ມປະສິດທິພາບໃນການຄຸ້ມຄອງລາຄາສິນຄ້າ ຊຶ່ງຮອດປັດຈຸບັນແມ່ນໄດ້ສໍາເລັດການແຕ່ງຕັ້ງຄະນະຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕັ້ງຕະຫຼາດປະມູນສິນຄ້າ ແລະ ຢູ່ໃນຂັ້ນຕອນຂຶ້ນແຜນເພື່ອສໍາຫຼວດຄວາມເປັນໄປໄດ້ໃນການສ້າງຕັ້ງຕະຫຼາດດັ່ງກ່າວຢູ່ບັນດາແຂວງ.
5) ເພື່ອສືບຕໍ່ຊຸກຍູ້ການຜະລິດ: ທຫລ ຈະຊຸກຍູ້ ທທກ ໃຫ້ສະໜອງສິນເຊື່ອທີ່ມີຄຸນນະພາບ, ມີລະບົບການຄຸ້ມຄອງຮັດກຸມ, ທັນສະໄໝ, ທົ່ວເຖິງ ແລະ ມີຈຸດສຸມ. ຕໍ່ກັບນະໂຍບາຍສິນເຊື່ອເພື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ, ຈະສືບຕໍ່ພິຈາລະນາແຫຼ່ງທຶນ ໃຫ້ສະເພາະຫົວໜ່ວຍທີ່ຜ່ານການຄົ້ນຄວ້າ ແລະ ເຫັນດີອະນຸມັດຈາກຄະນະຮັບຜິດຊອບຂັ້ນແຂວງ/ນະຄອນຫຼວງ ໃນປີ 2025 ເທົ່ານັ້ນ. ສໍາລັບນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ, ຈະສືບຕໍ່ສົມທົບດອກເບ້ຍຕາມເເຜນການທີ່ກໍານົດໄວ້. ນອກນີ້, ຈະສືບຕໍ່ປະຕິບັດນະໂຍບາຍການສະໜອງສິນເຊື່ອ ຜ່ານກອງທຶນຕ່າງໆ ເພື່ອສົ່ງເສີມຫົວໜ່ວຍທຸລະກິດ SME ເຊັ່ນ: ສະໜອງຜ່ານກອງທຶນສົ່ງເສີມ SME ແລະ ກອງທຶນການສົ່ງເສີມການເຂົ້າເຖິງເເຫຼ່ງທຶນໃນ ສປປ ລາວ (LAFF); ຄົ້ນຄວ້າກໍານົດນະໂຍບາຍສົ່ງເສີມສິນເຊື່ອ ສໍາລັບສິນເຊື່ອຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ, ສິນເຊື່ອສໍາລັບການຜະລິດສົ່ງອອກ ແລະ ທົດແທນການນໍາເຂົ້າ ໂດຍສະເພາະໃນຊ່ວງລະດູຝົນ ດ້ວຍການໝູນໃຊ້ແຫຼ່ງທຶນ ຫຼື ສະພາບຄ່ອງສ່ວນເກີນ ຂອງບັນດາ ທທກ ບົນພື້ນຖານ ທຫລ ຮີບຮ້ອນຄົ້ນຄວ້ານະໂຍບາຍກະຕຸ້ນ ຄື:
1) ຄົ້ນຄວ້າປັບປຸງລະບຽບການກ່ຽວກັບການຈັດຊັ້ນໜີ້ ແລະ ຫັກເງິນແຮສໍາລັບ ທທກ ທີ່ສະໜອງສິນເຊື່ອຂະແໜງກະສິກໍາ, ອຸດສາຫະກໍາປຸງແຕ່ງ ເພື່ອທົດເເທນການນໍາເຂົ້າ;
2) ຄົ້ນຄວ້າຫຼັກການນໍາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອ ໃຫ້ການຜະລິດກະສິກໍາເປັນສ່ວນຫຼຸດ ໃນການຫັກເງິນແຮໜີ້ເສຍໄດ້, ໝາຍຄວາມວ່າ: ສາມາດເອົາມູນຄ່າທີ່ບໍລິສັດຄໍ້າປະກັນສິນເຊື່ອລົບຍອດສິນເຊື່ອ ແລ້ວຈຶ່ງເອົາມາຄິດໄລ່ເງິນແຮຈັດຊັ້ນໜີ້;
3) ສົມທົບ ກະຊວງການເງິນ ຄົ້ນຄວ້ານໍາໃຊ້ຄັງແຮຂອງ ກະຊວງການເງິນ ເພື່ອດັດສົມດອກເບ້ຍສ່ວນໃດສ່ວນໜຶ່ງ ໃຫ້ຫົວໜ່ວຍທຸລະກິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ.
ຂ່າວ: ສາວລາວໃຕ້