5 ເດືອນ ທະນາຄານທຸລະກິດ-ສະຖາບັນການເງິນສະໜອງທຶນໃຫ້ໜົວໜ່ວຍວິສາຫະກິດ 267 ຕື້ກວ່າກີບ

ໃນໄລຍະ 5 ເດືອນຕົ້ນປີ 2026 ບັນດາທະນາຄານທຸລະກິດ ແລະສະຖາບັນການເງິນຈຸລະພາກ ສາມາດສະໜອງສິນເຊື່ອໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ ຫລື MSMEs) ໄດ້ທັງໝົດ 219 ຫົວໜ່ວຍ. ໃນນັ້ນ, ມີຜູ້ປະກອບກິດຈະການແມ່ຍິງ 108 ຫົວໜ່ວຍລວມມູນຄ່າ 267, 92 ຕື້ກີບ. ໃນນັ້ນ,ຂະແໜງກະສິກໍາ ກວມ 56,17%, ຂະແໜງບໍລິການ ກວມ 10,50%, ຂະແໜງອຸດສາຫະກໍາ ກວມ 7,31%, ຂະແໜງຫັດຖະກໍາ ກວມ 2,74% ແລະຂະແໜງການຄ້າ ກວມ 23,28%.

 ການສະໜອງທຶນໃຫ້ແກ່ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ຖືເປັນນະ ໂຍບາຍສຳຄັນທີ່ລັດຖະບານໃຫ້ຄວາມສົນໃຈ ເພື່ອສົ່ງເສີມ ແລະ ກະຕຸ້ນການຜະລິດພາຍໃນປະເທດ ຊຶ່ງການເຂົ້າເຖິງແຫລ່ງທຶນຢ່າງສະດວກຈະຊ່ວຍໃຫ້ຜູ້ປະກອບການມີໂອກາດຂະຫຍາຍການຜະລິດ, ພັດທະນາຄຸນນະພາບສິນຄ້າ ແລະ ບໍລິການໃຫ້ມີຄວາມຫລາກຫລາຍຕອບສະໜອງຄວາມຕ້ອງການຂອງຕະຫລາດ ແລະ ສັງຄົມ. ນອກຈາກນັ້ນ, ການສະໜັບສະໜູນດ້ານທຶນຍັງເປັນປັດໄຈສຳຄັນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ, ຊ່ວຍຍົກລະດັບຂີດຄວາມສາມາດ ໃນການແຂ່ງຂັນ, ສ້າງວຽກສ້າງອາຊີບໃຫ້ປະຊາຊົນ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ. ພ້ອມກັນນີ້, ຍັງເປັນການປູພື້ນຖານໃຫ້ຜະລິດຕະພັນຂອງລາວກ້າວໄປສູ່ຕະຫລາດສາກົນ ແລະການສົ່ງອອກໃນອະນາຄົດ.

 ການອຳນວຍຄວາມສະດວກໃນການເຂົ້າຫາແຫລ່ງທຶນຈຶ່ງບໍ່ພຽງແຕ່ຊ່ວຍໃຫ້ວິສາຫະກິດເຕີບໂຕເທົ່ານັ້ນ, ແຕ່ຍັງເປັນກົນໄກສໍາຄັນໃນການຂັບເຄື່ອນເສດຖະກິດ, ເພີ່ມທະວີການລົງທຶນ, ສ້າງມູນຄ່າເພີ່ມໃຫ້ສິນຄ້າພາຍໃນປະເທດ ແລະປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດຊາດໃຫ້ມີຄວາມເຕີບໂຕຢ່າງໝັ້ນຄົງ ແລະຍືນຍົງ.