ລາຄານໍ້າມັນລົງ ແຕ່ສິນຄ້າບໍ່ຍອມລົງ ກະຊວງ ອຄ ວາງມາດຕະການແກ້ໄຂ ພ້ອມລົງໂທດຂັ້ນເດັດຂາດຕໍ່ຜູ້ສວຍໂອກາດ

ຈາກບັນຫາລາຄາສິນຄ້າທີ່ປັບຕົວລົງຍາກ ແລະ ຊ້າກວ່າລາຄານໍ້າມັນ ຍ້ອນຜົນກະທົບຈາກຕົ້ນທຶນເກົ່າຕົກຄ້າງສາງ ແລະ ຕົ້ນທຶນແຝງໃນຕ່ອງໂສ້ການສະໜອງ, ລ່າສຸດ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເລັ່ງຈັດຕັ້ງປະຕິບັດດຳລັດ 474/ນຍ ໂດຍບັງຄັບໃຫ້ຜູ້ປະກອບການສົ່ງໂຄງປະກອບລາຄາໃຫ້ກວດກາກ່ອນນຳໃຊ້, ພ້ອມທັງນຳໃຊ້ລະບົບຖານຂໍ້ມູນດິຈິຕອນ (DTOP) ເຂົ້າໃນການຄຸ້ມຄອງການສະໜອງນໍ້າມັນ ເພື່ອປ້ອງກັນການກັກຕຸນ. ທັງນີ້, ໄດ້ເນັ້ນຢໍ້າຫາກເຕືອນແລ້ວ 2 ຄັ້ງຍັງລະເມີດ ຈະຖືກປັບໃໝ ແລະ ໂຈະ ຫຼື ຖອນໃບທະບຽນວິສາຫະກິດທັນທີ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້ວ່າ: ສາເຫດທີ່ລາຄາສິນຄ້າ ແລະ ການບໍລິການ ຍັງບໍ່ຫລຸດລົງຕາມລາຄານໍ້າມັນ ແມ່ນເກີດຈາກຫລາຍປັດໄຈທາງເສດຖະກິດທີ່ຕິດພັນກັນ ຄື: ຍ້ອນຄວາມໜຽວດ້ານລາຄາ ໃນທາງເສດຖະສາດ ລາຄາສິນຄ້າເມື່ອໄດ້ປັບຕົວຂຶ້ນໄປແລ້ວ ມັກຈະປັບຕົວລົງຍາກ ແລະ ຊ້າກວ່າ ເນື່ອງຈາກຜູ້ປະກອບການ ຍັງມີຄວາມກັງວົນຕໍ່ຄວາມບໍ່ແນ່ນອນ ແລະ ຄວາມສ່ຽງຂອງສະພາບເສດຖະກິດ; ຕົ້ນທຶນສິນຄ້າເກົ່າຕົກຄ້າງໃນສາງຜູ້ຜະລິດ, ຜູ້ນໍາເຂົ້າ ແລະ ຜູ້ຂາຍສົ່ງ-ຂາຍຍ່ອຍ ຍັງມີສິນຄ້າເກົ່າທີ່ຕົກຄ້າງໃນສາງ ຊຶ່ງເປັນສິນຄ້າທີ່ໄດ້ນໍາເຂົ້າ ຫລື ຜະລິດໃນໄລຍະທີ່ຕົ້ນທຶນພວມຢູ່ໃນລະດັບສູງ, ຕົ້ນທຶນເຫລົ່ານັ້ນ ລວມມີ: ຄ່ານໍ້າມັນ, ວັດຖຸດິບ, ປຸ໋ຍ, ຫົວອາຫານສັດ, ຄ່າຂົນສົ່ງ, ຄ່າເຊົ່າ ແລະ ຄ່າໃຊ້ຈ່າຍອື່ນໆ ຊຶ່ງບໍ່ສາມາດປັບຫລຸດລົງຍ້ອນຫລັງໄດ້; ຕົ້ນທຶນແຝງອື່ນໆໃນຕ່ອງໂສ້ການສະໜອງ: ຕົ້ນທຶນບາງປະເພດ ເຊັ່ນ: ຄ່າແຮງງານ, ຄ່າເຊົ່າສະຖານທີ່ ແລະ ຄ່າບໍລິການໂລຈິສຕິກບາງປະເພດ ໄດ້ປັບຕົວຂຶ້ນໄປແລ້ວ, ຕົ້ນທຶນເຫລົ່ານີ້ ບໍ່ສາມາດປັບຫລຸດລົງໄດ້ຕາມລາຄານໍ້າມັນໃນທັນທີ.
ສຳລັບ ກົນໄກ, ມາດຕະການ ແລະ ວິທີການແກ້ໄຂ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອີງໃສ່ຫລັກການ ແລະ ມາດຕະການ ທີ່ກຳນົດໃນ ດໍາລັດ 474/ນຍ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍຈະວິເຄາະ ແລະ ຮັບຮອງໂຄງປະກອບລາຄາ, ບັງຄັບໃຫ້ຜູ້ດໍາເນີນທຸລະກິດ ສົ່ງໂຄງປະກອບລາຄາ (ຕົ້ນທຶນການຜະລິດ, ຊື້, ຕົ້ນທຶນການຈໍລະຈອນ, ລາຄາຈໍາໜ່າຍ ແລະ ກໍາໄລ) ສໍາລັບສິນຄ້າໃນລາຍການຄວບຄຸມ ໃຫ້ອົງການຄຸ້ມຄອງລາຄາກວດກາ ແລະ ຮັບຮອງກ່ອນນໍາໃຊ້ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາ; ຕິດຕາມການເໜັງຕີງ ແລະ ການຕິດປ້າຍລາຄາ ໂດຍຈະເພີ່ມທະວີ ລົງຕິດຕາມກວດກາການຕິດປ້າຍລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ມີຄວາມຈະແຈ້ງ ແລະ ໂປ່ງໃສ ເພື່ອບໍ່ໃຫ້ເກີດຄວາມສັບສົນແກ່ຜູ້ຊົມໃຊ້; ຊຸກຍູ້ການປະສານງານຮ່ວມກັບທ້ອງຖິ່ນ ເພີ່ມທະວີການປະສານງານລະຫວ່າງກະຊວງ, ພະແນກອຸດສະຫະກຳ ແລະ ການຄ້າ (ອຄ) ແຂວງ, ນະຄອນ ແລະ ຫ້ອງການ ອຄ ເມືອງ, ເທສະບານ ເພື່ອເປັນເຈົ້າການຈັດຕັ້ງປະຕິບັດ, ນໍາໃຊ້ລະບົບສາຍດ່ວນ, ໂຄສະນາ ແລະ ເປີດກວ້າງຊ່ອງທາງສາຍດ່ວນ ເພື່ອຮັບແຈ້ງເຫດ, ຂໍ້ມູນ-ຂ່າວສານ ແລະ ຄໍາຮ້ອງຮຽນຈາກຜູ້ຊົມໃຊ້ ທີ່ໄດ້ຮັບຜົນກະທົບຈາກການເອົາປຽບດ້ານລາຄາ. ສ່ວນມາດຕະການດັດສົມ ຈະຮັກສາສະຖຽນລະພາບດ້ານລາຄາ ໂດຍການສ້າງຄວາມສົມດຸນລະຫວ່າງການສະໜອງ ແລະ ຄວາມຕ້ອງ ການໃນທ້ອງຕະຫລາດ ສໍາລັບສິນຄ້າຄວບຄຸມ, ຄວບຄຸມສິນຄ້າໃນຄັງແຮສໍາຮອງ ໂດຍຈະກຳນົດໃຫ້ຜູ້ດໍາເນີນທຸລະກິດ ບໍລິຫານປະລິມານສິນຄ້າໃນຄັງແຮສໍາຮອງຢ່າງເໝາະສົມ ເພື່ອປ້ອງກັນການກັກຕຸນ. ສໍາລັບ ນໍ້າມັນເຊື້ອໄຟ, ກະຊວງ ອຄ ພວມເລີ່ມບັງຄັບໃຫ້ບໍລິສັດຜູ້ນໍາເຂົ້າຕ້ອງສະໜອງຂໍ້ມູນເຂົ້າໃນລະບົບຖານຂໍ້ມູນດິຈິຕອນການຄ້າ (DTOP) ເພື່ອແກ້ໄຂບັນຫາກັກຕຸນນໍ້າມັນໃນຕໍ່ໜ້າ.
ພ້ອມນີ້ ກະຊວງ ອຄ ຍັງໄດ້ວາງມາດຕະການຕໍ່ຜູ້ລະເມີດ ໂດຍບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ ຕໍ່ຜູ້ສວຍໂອກາດກັກຕຸນສິນຄ້າ, ບໍ່ຕິດປ້າຍລາຄາ ຫລື ເຈຕະນາປັ່ນປ່ວນລາຄາ ໂດຍຈະດໍາເນີນການຕາມຂັ້ນຕອນ ເປັນຕົ້ນ ຕັກເຕືອນ ແລະ ສຶກສາອົບຮົມ ໃນກໍລະນີທີ່ບໍ່ທັນເປັນການກະທຳຜິດທາງອາຍາ, ຫາກໄດ້ຮັບການຕັກເຕືອນແລ້ວ 2 ຄັ້ງ ແຕ່ຍັງສືບຕໍ່ລະເມີດ ຈະຖືກປັບໃໝຕາມລະບຽບການຢ່າງເດັດຂາດ, ຮ້າຍແຮງໄປກວ່ານັ້ນ ຈະໂຈະ ຫລື ຖອນໃບທະບຽນວິສາຫະກິດ, ໃບອະນຸຍາດດຳເນີນທຸລະກິດ ຫລື ຮິບວັດຖຸສິ່ງຂອງທັນທີ.