ແກ່ນທ້າວ ປະກາດສ້າງຕັ້ງຕາແສງ ຫ້ວຍເລິກ ຢ່າງເປັນທາງການ

ແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດສ້າງຕັ້ງຕາແສງຫ້ວຍເລິກ ຂອງເມືອງແກ່ນທ້າວ ແຂວງໄຊຍະບູລີ ຈັດຂຶ້ນໃນວັນທີ 7 ກໍລະກົດ 2026 ທີ່ສໍານັກງານຕາແສງດັ່ງກ່າວ ໂດຍມີທ່ານ ຄຳເຫລັກ ແກ້ວວິໄລພອນ ປະທານຄະນະກວດກາພັກ, ປະທານອົງການກວດກາລັດແຂວງໄຊຍະບູລີ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກ ເມືອງແກ່ນທ້າວ ພ້ອມດ້ວຍບັນດາການນໍາຂັ້ນເມືອງ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ກ້ອນກໍາລັງຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ.
ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງ ເມືອງແກ່ນທ້າວ ໄດ້ລາຍງານວ່າ: ຕາແສງຫ້ວຍເລິກ ຕັ້ງຢູ່ທາງທິດຕາເວັນຕົກ ຂອງເມືອງແກ່ນທ້າວ ຫ່າງຈາກເທສະບານເມືອງ ປະມານ 41,2 ກິໂລແມັດ, ມີເນື້ອທີ່ 28.040,93 ເຮັກຕາ, ປະກອບມີ 6 ບ້ານຄື: ບ້ານວັງປູນ, ບ້ານຫ້ວຍເລິກ, ບ້ານວັງປາ, ບ້ານສວນກ້ວຍ, ບ້ານຫ້ວຍບູຮາ ແລະ ບ້ານລາດຂາມປ້ອມ, ມີພົນລະເມືອງ 7.372 ຄົນ, ຍິງ 3.571 ຄົນ (ເປັນເຜົ່າລາວ 100%), ມີສຳນັກງານຫ້ອງການຕັ້ງຢູ່ບ້ານວັງປາ (ນຳໃຊ້ຫ້ອງການກຸ່ມບ້ານພັດທະນາຫ້ວຍເລິກ-ວັງປາ ຫລັງເກົ່າ) ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານປະຈຳການ.
ທ່ານ ໄພທອງ ຈັນດາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງຫ້ວຍເລິກ, ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ແລະ ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານ, ການຍົກຍ້າຍພະນັກງານ, ການບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານພັກຕາແສງ, ເລຂາ-ຮອງເລຂາ, ປະທານ-ຮອງປະທານກວດກາ, ພ້ອມທັງແຕ່ງຕັ້ງຄະນະກຳມະການປົກຄອງຕາແສງຫ້ວຍເລິກ, ຊຶ່ງແຕ່ງຕັ້ງ ທ່ານ ດາວຫລຸ້ງ ເຮີ ເປັນປະທານຄະນະກຳມະການປົກຄອງຕາແສງຫ້ວຍເລິກ, ທ່ານ ລ໋ອນ ສີລິວັນ ແລະ ທ່ານ ນາງ ຫວານ ຈວງເທວີ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ.