
ປັດຈຸບັນ ທົ່ວປະເທດຍັງມີຄອບຄົວບໍ່ພົ້ນທຸກກວ່າ 189,000 ຄອບຄົວ (ເທົ່າກັບ 14,78%), ບ້ານບໍ່ພົ້ນທຸກ 2,173 ບ້ານ ແລະ ເມືອງບໍ່ພົ້ນທຸກອີກ 66 ເມືອງ (ກວມເອົາ 44,59% ຂອງເມືອງທົ່ວປະເທດ).
ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ລາຍງານໃຫ້ຮູ້ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້ວ່າ: ລັດຖະບານ ໄດ້ຮ່າງວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸຸກຍາກ ເພື່ອຫັນເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງກ່ຽວກັບວຽກພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເປັນອັນລະອຽດ ດ້ວຍການນໍາໃຊ້ຂໍ້ມູນ ທີ່ມີລັກສະນະວິທະຍາສາດ, ມີການຢັ້ງຢືນຮັບຮອງຈາກອົງການປົກຄອງທ້ອງຖິ່ນ ແລະ ສູນກາງ ເປັນພື້ນຖານໃນການກໍານົດ ເປົ້າໝາຍ, ຄາດໝາຍ ແລະ ວຽກຈຸດສຸມ ເພື່ອເລັ່ງແກ້ໄຂບັນຫາຕົວຈິງຮີບດ່ວນຂອງຊົນນະບົດ ຢ່າງມີຈຸດສຸມ ແລະ ມີລັກສະນະບຸກທະລຸ. ໃນນີ້, ຈະສຸມໃສ່ແກ້ໄຂ 2 ບັນ ຫາໃຫຍ່ ຄື: ສ້າງອາຊີບ ແລະ ແຫລ່ງລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ; ພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ຢູ່ຊົນນະບົດ. ຖ້າ 2 ບັນຫາດັ່ງກ່າວ ໄດ້ຮັບການແກ້ໄຂຢ່າງເປັນຮູບປະທໍາ ຈະສາມາດ ສ້າງຄອບຄົວພົ້ນທຸກ ໄດ້ຫລາຍກວ່າ 100,000 ຄອບຄົວ ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກ ຫລຸດຈາກ 14,78% ຍັງເຫລືອ ໜຶ່ງຕົວເລກ ຫລື ປະມານ 8%; ສ້າງບ້ານພົ້ນທຸກ ໃຫ້ໄດ້ຫລາຍກວ່າ 1,000 ບ້ານ, ສ້າງເມືອງພົ້ນທຸກໃຫ້ໄດ້ຫລາຍກວ່າ 25 ເມືອງ. ໃນນັ້ນ, ລັດຖະບານ ໄດ້ກຳນົດຫລາຍມາດຕະການ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ, ສ້າງຄອບຄົວ, ສ້າງບ້ານ, ເມືອງ ພົ້ນທຸກ ໃຫ້ໄດ້ຕາມເປົ້າໝາຍທີ່ວາງໄວ້ ໂດຍຈະສຸມໃສ່ສ້າງອາຊີບ ແລະ ແຫລ່ງລາຍຮັບຂອງປະຊາຊົນໃຫ້ມີຄວາມໝັ້ນຄົງ ພ້ອມທັງເຂົ້າເຖິງການບໍລິການ, ລະບົບປົກປ້ອງສັງຄົມຂັ້ນພື້ນຖານ; ສຸມໃສ່ພັດທະນາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຢູ່ຊົນນະບົດ ໃຫ້ຮັບປະກັນການດໍາລົງຊີວິດ, ການຜະລິດ ແລະ ເຂົ້າເຖິງການບໍລິການດ້ານສາທາລະນຸປະໂພກ ຢ່າງທົ່ວເຖິງ ແລະ ຍືນຍົງ; ສຸມໃສ່ຈັດສັນພູມລຳເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ຫລຸດຜ່ອນການເຄື່ອນຍ້າຍຂອງພົນລະເມືອງແບບຊະຊາຍ; ສ້າງ ແລະ ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ສາມາດນໍາພາປະຊາຊົນເປັນເຈົ້າການປົກປັກຮັກສາ, ພັດທະນາຕົນເອງ, ພັດທະນາບ້ານ ແລະ ຊຸມຊົນ ໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ; ເຮັດໃຫ້ຮາກຖານມີຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນໜ້າທີ່ຂອງທົ່ວປວງຊົນ; ຂົນຂວາຍ ແລະ ຍາດແຍ່ງການລົງທຶນເຂົ້າໃສ່ການພັດທະນາຢູ່ຊົນນະບົດ ຈາກແຫລ່ງທຶນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ, ບໍ່ເອື້ອຍອີງໃສ່ແຕ່ງົບປະມານຂອງລັດດ້ານດຽວ ເພື່ອໃຫ້ມີທຶນຮອນຕອບສະໜອງການພັດທະ ນາຊົນນະບົດໃຫ້ຫລາຍຂຶ້ນ ແລະ ມີຈຸດສຸມ; ສ້າງ ແລະ ປັບປຸງ ນິຕິກຳ-ກົນໄກ ໃນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ, ສອດຄ່ອງ, ຮັດກຸມ ແລະ ເອື້ອອໍານວຍໃຫ້ແກ່ການຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ທ່ານ ສັນຕິພາບ ພົມວິຫານ ຍັງໃຫ້ຮູ້ອີກວ່າ: ປັດຈຸບັນ, ທົ່ວປະເທດ ຍັງມີຄອບຄົວບໍ່ພົ້ນທຸກ 189,792 ຄອບຄົວ ເທົ່າກັບ 14,78%, ບ້ານບໍ່ພົ້ນທຸກ 2,173 ບ້ານ ກວມ 25,83% ແລະ ເມືອງບໍ່ພົ້ນທຸກ 66 ເມືອງ ກວມ 44,59% ຊຶ່ງສາຍເຫດຕົ້ນຕໍ ທີ່ພາໃຫ້ຄອບຄົວບໍ່ພົ້ນທຸກ ມີ 2 ສາເຫດຄື: ຄອບຄົວຂາດອາຊີບ ຫລື ແຫລ່ງລາຍຮັບໝັ້ນຄົງ ເນື່ອງມາຈາກຂາດຄວາມຮູ້, ຂາດຄວາມກະຕືລືລົ້ນ ໃນການພັດທະນາຕົນເອງ, ຄອງຄອຍການຊ່ວຍເຫລືອຈາກພາກລັດ ແລະ ວິທີທຳມາຫາກິນແບບຄອງເດີມ; ບໍ່ສາມາດເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານ ເປັນຕົ້ນ ການເຂົ້າເຖິງການບໍລິການສາທາລະນະສຸກ, ການສຶກສາ, ນໍ້າສະອາດ. ສ່ວນສາເຫດທີ່ບ້ານບໍ່ພົ້ນທຸກ ມີ 3 ສາຍເຫດຕົ້ນຕໍ ຄື: ເສັ້ນທາງຄົມມະນາຄົມ ບໍ່ສາມາດທຽວໄດ້ຕະຫລອດປີ; ບໍ່ມີຕາຂ່າຍໄຟຟ້າໃນລະບົບ; ບໍ່ສາມາດເຂົ້າເຖິງການບໍລິການດ້ານໂທລະຄົມມະນາຄົມ ແລະ ການຂົນສົ່ງ.
ສຳລັບ ສາເຫດທີ່ເມືອງບໍ່ພົ້ນທຸກ ມີ 3 ສາຍເຫດຕົ້ນຕໍ ຄື: ເສັ້ນທາງຄົມມະນາຄົມ ບໍ່ສາມາດທຽວໄດ້ຕະຫລອດປີ ແລະ ຍັງບໍ່ທັນເຊື່ອມຈອດກັບບ້ານ ພາຍໃນເມືອງ; ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບໍ່ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ ຢ່າງມີປະສິດທິຜົນ; ເທສະບານເມືອງ ບໍ່ໄດ້ຊົມໃຊ້ນໍ້າປະປາຊຸມຊົນ ຫລື ລະບົບນໍ້າປະປາ.
ຂ່າວ: ສາວລາວໃຕ້