ບໍລິສັດ ພູເບ້ຍ ມາຍນິງ ສຳເລັດໂຄງການປັບປຸງເສັ້ນທາງສາທາລະນະຢູ່ບ້ານນໍ້າຍອນ ເພື່ອປະໂຫຍດແກ່ຊຸມຊົນທ້ອງຖິ່ນ

ບໍລິສັດ ພູເບ້ຍ ມາຍນິິ້ງ ແຈ້ງໃຫ້ຮູ້ວ່າ ການບຳລຸງຮັກສາ ແລະ ປັບປຸງເສັ້ນທາງສາທາລະນະ ຢູ່ບ້ານນໍ້າຍອນທີ່ຢູ່ ໃກ້ເຂດໂຄງການຂຸດ ຄົ້ນ-ປຸງແຕ່ງ ທອງ-ຄຳ ພູຄຳ ໃນເມືອງອະນຸວົງ, ແຂວງໄຊສົມບູນ ຕາມການສະເໜີຂອງອຳນາດການປົກຄອງທ້ອງຖິ່ນ ໄດ້ສຳເລັດ ເປັນທີ່ຮຽບຮ້ອຍແລ້ວ.

ການປັບປຸງເສັ້ນທາງໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງຄວາມມຸ້ງໝັ້ນຂອງບໍລິສັດພູເບ້ຍ ມາຍນນິງ ໃນການສ້າງຜົນປະໂຫຍດໄລຍະ ຍາວໃຫ້ແກ່ປະຊາຊົນບ້ານນໍ້າຍອນ ແລະ ຊຸມຊົນໃກ້ຄຽງ ພ້ອມທັງຊ່ວຍຍົກລະດັບການເຊື່ອມໂຍງການຄົມມະນາຄົມໄປຍັງພື້ນ ທີ່ອື່ນໆ ໃນແຂວງໄຊສົມບູນ. ໂຄງການປັບປຸງເສັ້ນທາງທີ່ມີຄວາມຍາວ 4.2 ກິໂລແມັດ ເລີ່ມດຳເນີນໃນຕົ້ນເດືອນພຶດສະພາ ແລະ ສຳເລັດໃນທ້າຍເດືອນມິຖຸນາ 2026 ດ້ວຍງົບປະມານລວມ 95,836 ໂດລາສະຫະລັດ.

ການຕັດສິນໃຈຂອງບໍລິສັດໃນການປັບປຸງເສັ້ນທາງ ເກີດຂຶ້ນພາຍຫຼັງທີ່ ບໍລິສັດ ພູເບ້ຍ ມາຍນິງ ໄດ້ຮັບການສະເໜີຈາກອຳນາດ ການປົກຄອງທ້ອງຖິ່ນ ໃຫ້ປັບປຸງເສັ້ນທາງບ້ານນໍ້າຍອນ ເນື່ອງຈາກເຫັນວ່າບໍ່ປອດໄພສຳລັບຜູ້ໃຊ້ຖະໜົນ. ທີມງານຂອງບໍລິສັດ ປະ ກອບດ້ວຍ ພະແນກບຳລຸງຮັກສາ ແລະ ສ້ອມແປງເສັ້ນທາງ, ພະແນກພົວພັນຊຸມຊົນ ແລະ ພະແນກຄວາມປອດໄພ ໄດ້ປະສານ ງານກັບຜູ້ຮັບເໝົາລາວ, ປະຊາຊົນ ແລະ ຜູ້ໃຊ້ຖະໜົນ ເພື່ອໃຫ້ການປັບປຸງສຳເລັດຕາມແຜນ.

ພາຍຫຼັງສຳເລັດໂຄງການໃນວັນທີ 27 ມິຖຸນາ, ເສັ້ນທາງສາທາລະນະໄດ້ຮັບການລົງຫີນສອງຊັ້ນ ແລະ ຂະຫຍາຍເສັ້ນທາງບາງຈຸດເພື່ອ ຮອງຮັບປະລິມານການສັນຈອນທີ່ເພີ່ມຂຶ້ນ.

ທ່ານ ເດວິດ ຣີດ (David Reid), ຜູ້ອຳນວຍການໃຫຍ່ ຂອງ ບໍລິສັດ ພູເບ້ຍ ມາຍນິງ ໄດ້ກ່າວຢ່າງພາກພູມໃຈເຖິງການສະໜັບ ສະໜູນໂຄງການພັດທະນາພື້ນຖານໂຄງລ່າງສາທາລະນະໃນແຂວງໄຊສົມບູນ.

ທ່ານ ເດວິດ ກ່າວວ່າ: “ນັບຕັ້ງແຕ່ເລີ່ມດຳເນີນງານ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນຫຼາຍກວ່າ 100 ລ້ານໂດລາສະຫະລັດ ໃນການ ປັບປຸງເສັ້ນທາງສາທາລະນະຕາມເສັ້ນທາງຂົນສົ່ງຂອງບໍລິສັດ ແລະ ຊຸມຊົນໃກ້ຄຽງ. ບ້ານນໍ້າຍອນ ເປັນໜຶ່ງໃນຊຸມຊົນເຈົ້າພາບຂອງ ພວກເຮົາ ທີ່ໄດ້ຮັບປະໂຫຍດໂດຍກົງຈາກໂຄງການພັດທະນາຊຸມຊົນຂະໜາດນ້ອຍ ທີ່ບໍລິສັດໄດ້ລິເລີ່ມມາຕັ້ງແຕ່ປີ 2008.

“ໂດຍປະຕິບັດຕາມຄຸນນະທໍາດ້ານນະວັດຕະກຳຂອງກຸ່ມບໍລິສັດກວ່າງຕົງ ຣາຍຊິງ ໂຮລດິງ ກຼຸບ (GDRH), ເປົ້າໝາຍຂອງພວກເຮົາ ຄື ການສືບຕໍ່ການດຳເນີນງານຢູ່ລາວໃນໄລຍະຍາວ ແລະ ຈະເພີ່ມການສະໜັບສະໜູນ ເພື່ອຊ່ວຍສ້າງອະນາຄົດທີ່ດີກວ່າໃຫ້ແກ່ຊຸມຊົນ ທ້ອງຖິ່ນໃນອີກຫຼາຍປີຕໍ່ໜ້າ” .

ການລົງທຶນດ້ານໂຄງສ້າງຖະໜົນອື່ນໆ ຂອງ ພູເບ້ຍ ມາຍນິ້ງ:

  • ເສັ້ນທາງຂົນສົ່ງແຮ່: ນັບຕັ້ງແຕ່ປີ 2006, ບໍລິສັດ ພູເບ້ຍ ມາຍນິງ ໄດ້ລົງທຶນໃນການສ້ອມແປງ ແລະ ບຳລຸງຮັກສາເສັ້ນທາງ ຕາມເສັ້ນທາງຂົນສົ່ງແຮ່ເຂັ້ມຂຸ້ນຂອງບໍລິສັດ. ໂດຍສະເພາະ ເສັ້ນທາງເລກ 9 (ADB) ຈາກເມືອງທ່າບົກ, ແຂວງບໍລິຄຳໄຊ ໄປຫາໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ.
  • ເສັ້ນທາງສາທາລະນະ 5A: ໃນປີ 2013, ພູເບ້ຍ ມາຍນິ້ງ ໄດ້ລິເລີ່ມໂຄງການປັບແນວເສັ້ນທາງ ຄວາມຍາວປະມານ 4.7 ກິໂລແມັດ ຕາມເສັ້ນທາງ 5A ທີ່ເຊື່ອມໄປຫາເຂື່ອນນໍ້າງື່ມ 3 ລະຫວ່າງບ້ານນໍ້າຍອນ ແລະ ຂົວນໍ້າຍອນ ໃນເມືອງອະນຸວົງ. ການສ້ອມແປງ ແລະ ຍົກລະດັບເສັ້ນທາງ 5A ໄດ້ຊ່ວຍປູໜ້າທາງໃໝ່ ແລະ ເສີມຄວາມແຂງແຮງໃຫ້ເປີ້ນພູ ທີ່ມີຄວາມສ່ຽງຕໍ່ການເຊາະເຈື່ອນ ແລະ ດິນເຈື່ອນໃນໄລຍະລະດູຝົນ.
  • ເສັ້ນທາງເລກ 12: ໃນປີ 2014, ນອກເຂດແຂວງໄຊສົມບູນ, ບໍລິສັດຍັງໄດ້ຮ່ວມມືກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ໃນການຍົກລະດັບເສັ້ນທາງເລກ 12 ບາງຈຸດ ເລີ່ມຈາກກິໂລແມັດ 130. ເສັ້ນທາງສາຍນີ້ ເຊື່ອມຕໍ່ລະຫວ່າງດ່ານນາເພົ້າ, ແຂວງຄຳມ່ວນ ກັບ ດ່ານຈາລໍ,່ ປະເທດຫວຽດນາມ ເຊິ່ງເປັນເສັ້ນທາງຂົນສົ່ງແຮ່ທອງເຂັ້ມຂຸ້ນປະມານ 75% ຂອງບໍລິສັດ.
  • ເສັ້ນທາງເບຕົງຢູ່ບ້ານນ້ຳໂມ້: ໃນປີ 2022, ບໍລິສັດ ພູເບ້ຍ ມາຍນິິງ ໄດ້ລົງທຶນ 1,422,500 ໂດລາສະຫະລັດ ເພື່ອສ້າງເສັ້ນທາງເບຕົງທີ່ມີ ຄວາມຍາວ 2.728 ກິໂລແມັດ ກວ້າງ 6 ແມັດ ຈາກໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄຳ ໄປຫາໂຮງຮຽນມັດທະຍົມສົມບູນ ບ້ານນ້ຳໂມ້.