ລັດຖະມົນຕີ ກະຊວງກະສິກຳ ແລະສິ່ງແວດລ້ອມ ຊີ້ແຈງກ່ຽວກັບບັນຫາການຫັນປ່ຽນທີ່ດິນປ່າໄມ້ ເພື່ອນໍາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ

ວາລະກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 08 ກໍລະກົດ 2026 , ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ຂຶ້ນຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາການຫັນປ່ຽນທີ່ດິນປ່າໄມ້ ເພື່ອນໍາໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ແລະ ແນວທາງການຟື້ນຟູປ່າໄມ້ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ທ່ານລັດຖະມົນຕີ ໄດ້ເປີດເຜີຍຂໍ້ມູນຜົນການສໍາຫຼວດຄວາມປົກຫຸ້ມປ່າໄມ້ ໃນປີ 2025 ທີ່ຜ່ານມາ ເຫັນວ່າມີຕົວເລກກວມເອົາ 62.56% ຂອງເນື້ອທີ່ທົ່ວປະເທດ ຊຶ່ງເພີ່ມຂຶ້ນຈາກປີ 2020 ພຽງແຕ່ປະມານ 0.56% ເທົ່ານັ້ນ. ສາເຫດຕົ້ນຕໍທີ່ເຮັດໃຫ້ເນື້ອທີ່ປ່າໄມ້ເພີ່ມຂຶ້ນໃນອັດຕາທີ່ໜ້ອຍ ແມ່ນເນື່ອງມາຈາກບັນຫາການບຸກລຸກປ່າໄມ້ ແລະ ການຫັນປ່ຽນທີ່ດິນປ່າໄມ້ໄປເປັນທີ່ດິນປະເພດອື່ນ ເພື່ອຮອງຮັບໂຄງການພັດທະນາ ເປັນຕົ້ນແມ່ນ ໂຄງການຂຸດຄົ້ນບໍ່ແຮ່, ໂຄງການພັດທະນາພະລັງງານໄຟຟ້າ ແລະ ໂຄງການກະສິກຳ.
ເພື່ອແກ້ໄຂບັນຫາດັ່ງກ່າວ ແລະ ຮັບປະກັນໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ບັນລຸໄດ້ 65% ພາຍໃນປີ 2030 (ຫຼື ເທົ່າກັບ 15.4 ລ້ານເຮັກຕາ), ພັກ ແລະ ລັດຖະບານ ໄດ້ອອກບັນດານິຕິກຳ ແລະ ຄຳສັ່ງຢ່າງເດັດຂາດ ເປັນຕົ້ນແມ່ນ ຄຳສັ່ງ 15/ນຍ, ຄຳສັ່ງ 11/ນຍ, ຄຳສັ່ງ 11/ຄລສພ ພ້ອມທັງແຈ້ງການໂຈະການພິຈາລະນາໂຄງການບໍ່ແຮ່ໃໝ່. ນອກນັ້ນ, ວຽກງານຄຸ້ມຄອງປ່າໄມ້ 3 ປະເພດ ກໍໄດ້ຖືກກຳນົດໃຫ້ເປັນ 1 ໃນ 7 ແຜນງານຈຸດສຸມຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ແຕ່ນີ້ຮອດປີ 2030.
ລັດຖະບານ ໄດ້ກຳນົດແນວທາງ ແລະ ແຜນການຈັດຕັ້ງປະຕິບັດຢ່າງເປັນລະບົບ ດັ່ງນີ້: ທິດທາງແຜນງານ: ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ທີ່ມີຢູ່ໃນປັດຈຸບັນ. ສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມມີສ່ວນຮ່ວມ ໂດຍຜ່ານຂະບວນການຕ່າງໆ ເຊັ່ນ "ແລ່ນເພື່ອປ່າ". ເລັ່ງສູ້ຊົນສຳຫຼວດ, ຈັດສັນ ແລະ ກຳນົດເຂດທີ່ດິນປ່າໄມ້ທຳມະຊາດ ຄວບຄູ່ໄປກັບການຍູ້ແຮງຂະບວນການຟື້ນຟູປ່າ ແລະ ປູກໄມ້ທົດແທນ. ຕົວເລກຄາດໝາຍ: ຂະແໜງການມີແຜນການສູ້ຊົນຟື້ນຟູປ່າໂດຍທຳມະຊາດໃຫ້ໄດ້ 520,000 ເຮັກຕາ ແລະ ສົ່ງເສີມການປູກໄມ້ອຸດສາຫະກຳໃຫ້ໄດ້ 200,000 ເຮັກຕາ. ເມື່ອລວມກັບເນື້ອທີ່ດິນປ່າໄມ້ທີ່ກຳລັງສຳຫຼວດ ແລະ ຈັດສັນຈຳນວນ 14.7 ລ້ານເຮັກຕາ ແລ້ວ ຈະເຮັດໃຫ້ເນື້ອທີ່ປ່າໄມ້ທົ່ວປະເທດບັນລຸ 15.4 ລ້ານເຮັກຕາ ໃນປີ 2030.
ສໍາລັບມາດຕະການເລັ່ງດ່ວນປີ 2026 ໄດ້ເລັ່ງເກັບລາຍຮັບງົບປະມານຟື້ນຟູປ່າ ແລະ ປູກປ່າທົດແທນ ຈາກໂຄງການພັດທະນາທີ່ມີມະຕິສະພາແຫ່ງຊາດ ຮັບຮອງໃນການຫັນປ່ຽນປ່າ ໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ແລະ ງົບປະມານແຫຼ່ງອື່ນໆ, ຄຸ້ມຄອງ ແລະ ຈັດສັນງົບປະມານໃນການຟື້ນຟູປ່າ ແລະ ປູກປ່າທົດແທນທີ່ໄດ້ອະນຸມັດໃນຈໍານວນ 11 ຕື້ກີບ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ສ່ວນມາດຕະການໄລຍະຍາວ ລັດຖະບານ ຈະສ້າງເງື່ອນໄຂເພື່ອຍາດແຍ່ງການຊ່ວຍເຫຼືອດ້ານງົບປະມານ ແລະ ເຕັກນິກ ຈາກທັງພາຍໃນ ແລະ ຕ່າງປະເທດ ໂດຍເນັ້ນໃສ່: ຊຸກຍູ້ການສ້າງ ໂຄງການສິນເຊື່ອກາກບອນປ່າໄມ້ (Carbon Credit) ເພື່ອຄຸ້ມຄອງ ແລະ ຟື້ນຟູປ່າ 3 ປະເພດ ຜ່ານ 3 ຮູບແບບການຮ່ວມມື ຄື: ລັດຕໍ່ລັດ, ຫຼາຍຝ່າຍ (ລັດ ແລະ ຄູ່ຮ່ວມພັດທະນາ) ແລະ ການຮ່ວມມືກັບພາກເອກະຊົນ; ເພີ່ມທະວີການຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອພັດທະນາ ແລະ ປົກປັກຮັກສາປ່າໄມ້ ຕາມທິດທາງສີຂຽວ ແລະ ຍືນຍົງ; ຜັນຂະຫຍາຍກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ລະອຽດ ເພື່ອເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ; ປັບປຸງ ແລະ ພັດທະນາບຸກຄະລາກອນ ໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງຂະແໜງການ.