ສະພາບໄພນໍ້າຖ້ວມຢູ່ບາງເມືອງຂອງແຂວງຄຳມ່ວນ ທີ່ໄດ້ຮັບອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ສະພາບການເກີດໄພນໍ້າຖ້ວມຢູ່ເມືອງມະຫາໄຊ ໃນວັນທີ 7 ກໍລະກົດ 2026 ຊຶ່ງປັດຈຸບັນ ຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ໃນລະດັບ ປານກາງ ຫາ ຕົກແຮງ ໂດຍໄດ້ຮັບອິດທິພົນ ຈາກລົມພະຍຸ ໝູນເຂດຮ້ອນ ໄມ້ສັກ ເຮັດໃຫ້ນໍ້າໄດ້ເພີ່ມສູງຂຶ້ນ 10,58 ແມັດ ທຽບໃສ່ ຕອນແລງວັນທີ 6 ກໍລະກົດ 2026 ເພີ່ມຂຶ້ນ 2,20 ແມັດ ຊຶ່ງກໍ່ໃຫ້ເກີດ ມີຜົນກະທົບຫລາຍຢ່າງຢູ່ເມືອງມະຫາໄຊເຊັ່ນ: ທໍ່ບັອກ 4 ລ່ຽມ ລອດທາງຫ້ວຍນໍ້າຊຽງເຊັດ ທາງໄປບ້ານຜານາງ ນໍ້າໄຫລບໍ່ທັນຍິ່ງສູງຂຶ້ນ ເຮັດໃຫ້ມີຄວາມກົດດັນ ນໍ້າໄຫລລົງທໍ່ແຮງ ມີຄວາມສ່ຽງຕໍ່ການເຊາະເຈື່ອນໃນບໍລິເວນປາກທໍ່ ພ້ອມກັນນັ້ນຂົວໄມ້ ທີ່ເຄີຍນໍາໃຊ້ໃນເມື່ອກ່ອນໄດ້ຖືກນໍ້າພັດໄປ.
ອີງຕາມການລາຍງານຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ພ້ອມນີ້, ເສັ້ນທາງຕັດໃໝ່ ຂອງຕົວເມືອງປ່າໜາມ ຖືກນໍ້າເຊາະເຈື່ອນ ໃນບໍບິເວນຂ້າງປາກທໍ່ລອດທາງ ເລິກເຂົ້າໄປ ປະມານ 1 ແມັດ ເສຍຫາຍ 1 ຈຸດ, ເສັ້ນທາງ ເຂົ້າບ້ານ ໂພນເມືອງ ຖືກນໍ້າຖ້ວມຍາວ 130 ແມັດ, ເລິກ 55 ເຊັນ, ສະພາບນໍ້າຖ້ວມ ຫ້ວຍສະໜູດບ້ານໂພນເມືອງ ນໍ້າໄດ້ລົ້ນຕະຝັ່ງໄຫລຖ້ວມພື້ນເຮືອນຂອງພໍ່ແມ່ປະຊາຊົນ ຄຸ້ມວັງປູນໄດ້ຖືກຜົນກະທົບ ຈໍານວນ 47 ຄອບ ຄົວ, 214 ຄົນ, ຍິງ 103 ຄົນ, ຂາດນໍ້າໃຊ້ທີ່ສະອາດ, ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ ແລະ ຖ້ວມເນື້ອທີ່ທຳການຜະລິດເຂົ້ານາປີຂອງປະຊາຊົນ 120 ເຮັກຕາ.
ສຳລັບເມືອງຄູນຄຳ ແຂວງຄຳມ່ວນ ມີຝົນຕົກໜັກຕິດຕໍ່ກັນເປັນເວລາ 05 ວັນແລ້ວ ມາຮອດວັນທີ 07 ກໍລະກົດ 2026 ເຮັດໃຫ້ລະດັບນ້ຳເພີ່ມຂຶ້ນຫລາຍ, ການນຳເມືອງຄູນຄຳ ນຳທີມໂດຍ ທ່ານ ຄຳປ່ຽນ ມະນີຄຳ ກຳມະການພັກແຂວງ ເລຂາພັກເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ປະທານຄະນະກຳມະການປົກຄອງເມືອງຄູນຄຳ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມສະພາບຢ່າງໃກ້ຊິດ, ການລົງຕິດຕາມໃນຄັ້ງນີ້ພົບວ່າລະດັບນ້ຳເພີ່ມຂຶ້ນຫລາຍຈົນເຮັດໃຫ້ເສັ້ນທາງສັນຈອນຄູນຄຳ-ກອງລໍ ເຂດບ້ານນາຄຳ ລົງຫາບ້ານນາກາງຖືກຕັດຂາດລົດນ້ອຍໃຫຍ່ ບໍສາມາດໄປມາໄດ້ ນ້ຳເລີ່ມໄຫ ເຂົ້າເຮືອນປະຊາຊົນ ຮອດຊັ້ນລຸ່ມເຂດບ້ານນາກາງ, ບ້ານແກ້ງ ແລະ ບ້ານມ່ວງນ້ຳສາງ, ໄຮ່ນາບາງສ່ວນຖືກນ້ຳຖ້ວມ, ສ່ວນເຂດບ້ານໜອງຮາງເກົ່າແມ່ນຖືກນ້ຳຖ້ວມ ການສັນຈອນຖືກຕັດຂາດ. ປັດຈຸບັນປະຊາຊົນແມ່ນນຳໃຊ້ເຮືອຈັກເລັ່ງນຳສັດ ແລະ ຊັບສິນມີຄ່າອອກຈາກສະຖານທີ່ດັ່ງກ່າວ ໄປໄວ້ບ່ອນທີ່ປອດໄພ. ການລົງຕິດຕາມໃນຄັ້ງນີ້ ການນຳຂອງເມືອງຄູນຄຳ ໄດ້ໃຫ້ອົງການປົກຄອງບ້ານ, ຂະແໜງການທີ່ກ່ຽວຂ້ອງ ສືບຕໍ່ເຝົ້າລະວັງຕະຫລອດ 24 ຊົ່ວໂມງ ຖ້າຫາກລະດັບນ້ຳຍັງເພີ່ມຂຶ້ນ ໃຫ້ແຈ້ງປະຊາຊົນອົບພະຍົບອອກຈາກບ່ອນທີ່ມີຄວາມສ່ຽງໂດຍໄວ ແລະ ແຈ້ງໃຫ້ເມືອງຮັບຊາບ ເນື່ອງຈາກໃນປັດຈຸບັນເຮືອຈັກຂອງເມືອງທຽບທ່າກຽມ ພ້ອມຊ່ວຍ ເຫລືອປະຊາຊົນຢ່າງເຕັມຄວາມສາມາດ ແລະ ການລົງຕິດຕາມໃນຄັ້ງນີ້ການນຳເມືອງຄູນຄຳ ຍັງໄດ້ມອບເຄື່ອງບໍລິໂພກຈຳນວນໜຶ່ງ ໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມອີກດ້ວຍ.
ສ່ວນເມືອງໄຊບົວທອງ, ຄະນະການນໍາຂອງເມືອງກໍໄດ້ລົງເຄື່ອນໄຫວ ສໍາຫລວດພື້ນທີ່ ທີ່ມີຄວາມສ່ຽງນໍ້າຖ້ວມຂັງ ຢູ່ພາຍໃນເມືອງ ໂດຍສະເພາະ ຢູ່ຂົວຂ້າມຫ້ວຍບ້ານນາຄໍາຈວງ ແລະ ຂົວຂ້າມຫ້ວຍຜົມດົກ ທີ່ພວມກໍ່ສ້າງຍັງບໍ່ທັນສໍາເລັດ ແລະ ຍັງໄດ້ສໍາຫລວດພື້ນທີ່ ທີ່ຄວາມສ່ຽງຕາມແຜນຜັງຂອງເມືອງ ເປັນຕົ້ນ ຕະຫລາດຊຸມຊົນຂອງເມືອງ ແລະ ຈຸດທີ່ມີຄວາມສ່ຽງອື່ນ ພາຍໃນເມືອງ, ເພື່ອຄົ້ນຄວ້າຊອກຫາວິທີແກ້ໄຂ ໂດຍຈະໄດ້ເຈາະລວງທໍ່ເກົ່າ ໄປຫາ ຄອງລະບາຍນໍ້າ ທີ່ພວມສ້າງໃໝ່ ເພື່ອລະບາຍນ້ຳ ລົງສູ່ຂົວເຫລືອງ ຫ້ວຍນ້ຳປຽດ, ເພື່ອຫລຸດຜ່ອນການເກີດນໍ້າຖ້ວມຂັງໃນໄລຍະລະດູຝົນນີ້.