.

ກະຊວງການເງິນ! ເລັ່ງອັດຊ່ອງວ່າງລາຍຮັບຮົ່ວໄຫຼງົບປະມານ, ເຜີຍຕົວເລກ ສຳປະທານບໍ່ແຮ່ 407 ໂຄງການ, ແຕ່ລາຍຮັບລາຍຮັບຈາກຄ່າເຊົ່າ-ຄ່າສຳປະທານ ຍັງບໍ່ທັນສົມຄູ່ກັບຄວາມເປັນຈິງ.
.
ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 01 ຂອງສະພາແຫ່ງຊາດ ຊຸດທີ X, ເມື່ອວັນທີ 7 ກໍລະກົດ 2026 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ສະພາ ສໍາລັບຄໍາຖາມ ແລະ ການປະກອບຄຳເຫັນຂອງສະມາຊິກສະພາແຫ່ງຊາດ, ຊຶ່ງສະແດງ ໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍຕໍ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະຕິດພັນກັບ ວຽກງານຫັນເປັນທັນສະໄໝ, ບັນຫາໜີ້ສິນສາທາລະນະ ແລະ ການຈັດຕັ້ງປະຕິບັດແຜນການລົງທຶນຂອງ ລັດ ແລະ ເອກະຊົນ. ໂດຍສັງລວມ 4 ປະເດັນຈຸດສຸມ.
ໃນນັ້ນ, ຫົວຂໍ້ສໍາຄັນອີກອັນຫນຶ່ງທີ່ ສສຊ ໃຫ້ຄວາມສົນໃຈເປັນພິເສດກໍ່ແມ່ນຄໍາຖາມທີ່ວ່າ: ລັດຖະບານ ຈະມີກົນໄກ, ມາດຕະການ ແລະ ວິທີການ ໃນການຕິດຕາມກວດກາຄຸນນະພາບຂອງໂຄງການລົງທຶນ ເອກະຊົນແນວໃດ? ໂດຍສະເພາະ ການເຊົ່າ-ສຳປະທານທີ່ດິນ ເພື່ອສໍາຫຼວດຂຸດຄົ້ນ ແລະ ປຸງແຕ່ງ ແຮ່ທາດ, ການສ້າງຕົວເມືອງອັດສະລິຍະ, ການເກັບລາຍຮັບໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ?. ຊຶ່ງລັດຖະບານຈະມີກົນໄກ, ມາດຕະການ ແລະ ວິທີການໃນການຕິດຕາມກວດກາ ຄຸນນະພາບແນວໃດ?
ສຳລັບຄຳຖາມນີ້ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງ ສະເພາະບັນຫາທີ່ຕິດພັນກັບກະຊວງການເງິນ ດັ່ງນີ້:
ມາຮອດປັດຈຸບັນ, ໂຄງການສຳປະທານບໍ່ແຮ່ ທີ່ສູນກາງອະນຸມັດມີ 407 ໂຄງການ, ມີລາຍຮັບຈາກຄ່າສຳ ປະທານໃນປີ 2025 ຫຼາຍກວ່າ 139 ລ້ານໂດລາສະຫະລັດ. ເຖິງແນວໃດກໍຕາມ, ເຫັນວ່າ ລາຍຮັບຈາກ ຄ່າເຊົ່າ-ຄ່າສຳປະທານ ຍັງບໍ່ທັນສົມຄູ່ກັບຄວາມເປັນຈິງ. ອີກດ້ານໜຶ່ງເຫັນວ່າ: ການເກັບກຳຖານຂໍ້ມູນ ການອະນຸມັດເນື້ອທີ່ສຳປະທານ ແລະ ການເກັບລາຍຮັບ, ຍັງບໍ່ມີການເຊື່ອມຂໍ້ມູນລວມສູນຜ່ານລະບົບ ຄຸ້ມຄອງຖານຂໍ້ມູນທັນສະໄໝ ເຮັດໃຫ້ທັງສູນກາງ ແລະ ທ້ອງຖິ່ນ ຍັງມີລາຍຮັບຮົ່ວໄຫຼ ແລະ ເນື້ອທີ່ ທັບຊ້ອນກັນ. ສະນັ້ນ, ຕ້ອງໄດ້ມີການເຊື່ອມຕໍ່ຖານຂໍ້ມູນກັບລະບົບຂອງກະຊວງການເງິນທີ່ມີຢູ່ໃນປັດຈຸບັນ ເພື່ອຄຸ້ມຄອງລວມສູນການເກັບລາຍຮັບຄ່າເຊົ່າ- ສຳປະທານ.
ເພື່ອຮັບປະກັນການລົງທຶນຂອງລັດ ໃຫ້ສາມາດສ້າງຜົນຕອບແທນທາງເສດຖະກິດ ແລະ ເກັບລາຍຮັບໄດ້ ຖືກຕ້ອງ, ສອດຄ່ອງຕາມກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ, ກະຊວງການເງິນ ໄດ້ດຳເນີນການຈັດຕັ້ງ ປະຕິບັດມາດຕະການກວດກາຄຸນນະພາບແຮ່ທາດກ່ອນການສົ່ງອອກຢູ່ບັນດາດ່ານເປົ້າໝາຍ ເຫັນວ່າ: ຍັງມີຊ່ອງວ່າງຫຼາຍດ້ານທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ, ໂດຍສະເພາະແມ່ນ ມີການແຈ້ງບໍ່ຖືກຕ້ອງກັບຕົວ ຈິງທາງດ້ານປະເພດແຮ່ທາດ, ປະລິມານ-ນ້ຳໜັກ, ຄວາມເຂັ້ມຂຸ້ນດ້ານຄຸນນະພາບຂອງແຮ່ທາດ ແລະ ແຮ່ຕິດພັນທີ່ມີຄ່າ ໃນເວລາສົ່ງອອກເຮັດໃຫ້ມີຊ່ອງວ່າງຮົ່ວໄຫຼດ້ານລາຍຮັບຢ່າງຫຼວງຫຼາຍ.
ຕໍ່ກັບບັນຫາດັ່ງກ່າວ, ກະຊວງການເງິນ ກຳລັງຜັນຂະຫຍາຍສ້າງຕັ້ງຫ້ອງກວດກາຄຸນນະພາບແຮ່ທາດ ກ່ອນການສົ່ງອອກໃນທຸກດ່ານສາກົນ, ພ້ອມທັງຈະສົມທົບກັບຂະແໜງການອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າ ແລະ ປັບປຸງກົນໄກ ແລະ ມາດຕະການ ກວດກາຄຸນນະພາບແຮ່ທາດຢູ່ປາກບໍ່ (ຕົ້ນທາງ).
ໃນຕໍ່ໜ້າ, ກະຊວງການເງິນ ຈະເປັນເຈົ້າການຕິດຕາມ ແລະ ກວດກາ ກ່ອນການອະນຸມັດໂຄງການ ຮ່ວມກັບກັບຂະແໜງການກ່ຽວຂ້ອງ ເພື່ອຮັບປະກັນໃນບົດບາດການຄຸ້ມຄອງເກັບລາຍຮັບ. ພ້ອມກັນນີ້, ກໍຮຽກຮ້ອງມາຍັງສະມາຊິກສະພາແຫ່ງຊາດ, ກະຊວງ-ອົງການ ແລະ ອຳນາດການປົກຄອງທ້ອງຖິ່ນ ເປັນເຈົ້າການຊ່ວຍສະໜັບສະໜູນ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ດ້ວຍການ ເຜີຍແຜ່, ເຊື່ອມຊຶມ ແລະ ໂຄສະນາບັນດານິຕິກຳທີ່ກ່ຽວຂ້ອງ ໃຫ້ຜູ້ປະກອບການຮັບຮູ້, ເຂົ້າໃຈ ແລະ ໃຫ້ການຮ່ວມມືຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ຄ້າຂາຍ, ນຳເຂົ້າສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດຕ່າງໆທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ໃນຂອບເຂດທົ່ວປະເທດ ແລະ ຄຳສັ່ງຄະນະເລຂາທິການສູນກາງພັກ ສະບັບເລກທີ 1/ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພີ່ມທະວີການຊີ້ນຳ ຂອງຄະນະພັກຕໍ່ວຽກງານແຮ່ທາດ, ການຄຸ້ມຄອງ ແລະ ການແກ້ໄຂບັນຫາທີ່ດ້ານຊັບພະຍາກອນທຳມະຊາດ.
(ເນື້ອໃນຂ່າວ: ກະຊວງການເງິນ)
(ຮູບພາບ: ກົມສື່ມວນຊົນ, ສະພາແຫ່ງຊາດ)