ປະເທດລຸກຊຳບວກ ສະໜອງອຸປະກອນເກັບຮັກສາຄວາມເຢັນໃຫ້ຢາວັກຊິນ ເພື່ອເສີມສ້າງລະບົບການສັກຢາກັນພະຍາດ ຢູ່ ສປປ ລາວ

ການສັກຢາວັກຊີນເປັນສ່ວນຫນຶ່ງ ຂອງການປ້ອງກັນພະຍາດ. ແຕ່ອີກສ່ວນຫນຶ່ງ ແມ່ນການເກັບຮັກສາວັກຊີນໃຫ້ມີຄວາມປອດໄພ ຈົນກ່ວາຈະໄດ້ສັກໃຫ້ເດັກນ້ອຍ.
ໃນວັນທີ 7 ກໍລະກົດທີ່ຜ່ານມາ, ພິທີມອບຮັບ ອຸປະກອນເກັບຮັກສາຄວາມເຢັນ ໄດ້ຈັດຂຶ້ນທີ່ ສູນສຸຂະພາບແມ່ ແລະ ເດັກ ເພື່ອສະເຫຼີມສະຫຼອງໃຫ້ແກ່ການສະໜັບສະໜູນ ດ້ານອຸປະກອນເກັບຮັກສາຄວາມເຢັນຊຸດໃໝ່ ຂອງປະເທດລຸກຊຳບວກໃຫ້ແກ່ ສປປ ລາວ. ການມອບຮັບອຸປະກອນເກັບຮັກສາຄວາມເຢັນນີ້້້ ເປັນຂີດໝາຍສຳຄັນອີກອັນໜຶ່ງໃນການຮ່ວມມືສອງຝ່າຍດ້ານສາທາລະນະສຸກ ລະຫວ່າງປະເທດລຸກຊຳບວກ ແລະ ສປປ ລາວ. ຫຼັງຈາກທີ່ລຸກຊຳບວກໄດ້ປະກອບສ່ວນ 875,000 ໂດລາສະຫະລັດ ສຳລັບການຂົນສົ່ງວັກຊີນທີ່ຈຳເປັນ ເພື່ອເປັນການປິດຊ່ອງຫວ່າງຂອງການບໍ່ໄດ້ຮັບວັກຊີນຢ່າງທົ່ວເຖິງ ສຳລັບເດັກນ້ອຍ ແລະ ໄວຫນຸ່ມ, ໂດຍຮ່ວມມືກັບ UNICEF ແລະ Gavi, ເຊິ່ງເປັນພັນທະມິດດ້ານການສະໜອງວັກຊີນ. ໃນຂະນະທີ່ການລົງທຶນຄັ້ງທຳອິດແມ່ນໄດ້ຮັບປະກັນການເກັບຮັກສາວັກຊີນ, ສ່ວນການລົງທຶນຄັ້ງນີ້ແມ່ນຮັບປະກັນດ້ານການຂົນສົ່ງວັກຊີນ ເຮັດໃຫ້ເກັບຮັກສາວັກຊີນ ມີຄວາມປອດໄພ, ມີປະສິດທິພາບ ແລະ ເຮັດໃຫ້ຊຸມຊົນທົ່ວປະເທດສາມາດເຂົ້າເຖິງວັກຊີນໄດ້.
ຕາມການສະເໜີຂໍຈາກກະຊວງສາທາລະນະສຸກ, ອຸປະກອນເກັບຮັກສາຄວາມເຢັນຊຸດໃໝ່ນີ້້ ແມ່ນໄດ້ຖືກຈັດຊື້້ຜ່ານບໍລິສັດ B Medical Systems, ທີ່ມີຜູ້ຊ່ຽວຊານດ້ານວິທີການແກ້ໄຂລະບົບຕ່ອງໂສ້ຄວາມເຢັນທາງດ້ານການແພດ ຢູ່ທີ່ປະເທດລຸກຊຳບວກ. ໃນນີ້ແມ່ນມີອຸປະກອນເກັບຮັກສາຄວາມເຢັນ (ຮັກສາເລືອດ) ທີ່ຈຳເປັນຫຼາຍກວ່າ 3,000 ລາຍການ ເຊັ່ນ: ຕູ້ເຢັນ, ຕູ້ແຊ່ແຂງ, ອຸປະກອນຕິດຕາມອຸນຫະພູມດິຈິຕອນ ແລະ ໜ່ວຍຂົນສົ່ງເຄື່ອນທີ່, ເຊິ່ງກວມເອົາທັງການເກັບຮັກສາໃນສະຖານທີ່ ແລະ ການຂົນສົ່ງໄປຍັງເຂດເມືອງ ແລະ ບ້ານ. ການຕິດຕັ້ງອຸປະກອນດັ່ງກ່າວ ຈະໄດ້ຮັບການສະໜັບສະໜູນ ໃນລະດັບຂັ້ນແຂວງ ແລະ ຂັ້ນເມືອງ, ລວມທັງມີການຝຶກອົບຮົມໃຫ້ແກ່ພະນັກງານ ຂັ້ນສູນກາງ ແລະ ຂັ້ນແຂວງ ສຳລັບການບຳລຸງຮັກສາ ເປັນເວລາສາມປີ, ເພື່ອຮັບປະກັນການຕິດຕັ້ງ, ການນຳໃຊ້ ແລະ ການບຳລຸງຮັກສາອຸປະກອນຢ່າງມີປະສິດທິພາບ.
ອຸປະກອນທີ່ໄດ້ຮັບການສະໜອງໃຫ້ ເພື່ອເສີມສ້າງລະບົບຕ່ອງໂສ້ຮັກສາຄວາມເຢັນ ໃຫ້ແກ່ແຜນງານສັກຢາວັກຊີນແຫ່ງຊາດ ຂອງ ສປປ ລາວ, ມີມູນຄ່າລວມປະມານ 2,500,000 ເອີໂຣ, ໂດຍຜ່ານ ແຜນງານສາທາລະນະສຸກ ແລະ ໂພຊະນາການ (LAO/035) ຂອງ LuxDev (ອົງການ ຮ່ວມມືເພື່ອການພັດທະນາ ລຸກຊຳບວກ) ແລະ ຈະຖືກແຈກຢາຍໃຫ້ຕາຫນ່າງສາທາລະນະສຸກ ໃນທົ່ວປະເທດ ແຕ່ລະດັບສູນກາງ, ແຂວງ ແລະ ເມືອງ.
ທ່ານ Thomas Lammar, ອຸປະທູດແຫ່ງຣາດຊະອານາຈັກລຸກຊຳບວກປະຈຳ ສປປ ລາວ ໄດ້ເນັ້ນໜັກວ່າ “ການຮ່ວມມືລະຫວ່າງ ລາວ-ລຸກຊຳບວກ ໃນຂະແໜງສາທາລະນະສຸກ ມີມາເປັນເວລາ 3 ທົດສະວັດແລ້ວ. ໃນໄລຍະເວລານີ້, ເຕັກໂນໂລຊີທາງການແພດ ຂອງປະເທດລຸກຊຳບວກມີບົດບາດສຳຄັນ ໃນການສົ່ງເສີມການບໍລິການທີ່ມີສ່ວນຮ່ວມ ເຊິ່ງສາມາດເຂົ້າເຖິງຊຸມຊົນໃນເຂດຫ່າງໄກສອກຫຼີກທີ່ສຸດ ດ້ວຍການສັກວັກຊີນເພື່ອກັນພະຍາດ ແລະ ການນໍາໃຊ້ເລືອດເພື່ອການປິ່ນປົວຄົນເຈັບ ທີ່ມີຄວາມປອດໄພສູງ. ຕູ້ເຢັນຈາກ B Medical Systems ໄດ້ສະແດງໃຫ້ເຫັນວ່າມີຄວາມທົນທານສູງ ແລະ ຜະລິດຂຶ້ນ ເພື່ອແກ້ໄຂບັນຫາສະເພາະ ທີ່ພົບພໍ້ຢູ່ໃນປະເທດກຳລັງພັດທະນາ. ໃນຖານະທີ່ເປັນສ່ວນໜຶ່ງຂອງການສະໜັບສະໜູນທີ່ກວ້າງຂວາງ ຂອງລຸກຊຳບວກຕໍ່ກະຊວງສາທາລະນະສຸກ, ອຸປະກອນເກັບຮັກສາຄວາມເຢັນເຫລົ່ານີ້ ແມ່ນຈະໄດ້ຊ່ວຍຊີວິດມະນູດຢ່າງແທ້ຈິງ ແລະ ຈະຍັງຄົງຊ່ວຍຊີວິດມະນຸດ ໃນອານາຄົດອີກຕໍ່ໄປ”
ຈາກນັ້ນ, ທ່ານ ວັນນະໄຊ ຊາດຕະກຸນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ກໍ່ໄດ້ປະກອບມີຄໍາເຫັນຄື: “ວຽກງານຮັກສາສຸຂະພາບແມ່ ແລະ ເດັກ ເປັນວຽກບູລິມະສິດຂອງລັດຖະບານ ສປປ ລາວ ແລະ ໄດ້ນອນຢູ່ແຜນຍຸດທະສາດຂອງກະຊວງສາທາລະນະສຸກ. ດັ່ງນັ້ນ ວຽກງານສັກຢາກັນພະຍາດ ແລະ ອຸປະກອນລະບົບຄວາມເຢັນ ເພື່ອຮັກສາຢາວັກຊີນ ແມ່ນມີຄວາມສໍາຄັນຫລາຍ ແລະ ນອກຈາກນັ້ນ ກໍ່ຍັງມີບັນດາຕົວເລກຊີ້ວັດ ທີ່ຕ້ອງສູ້ຊົນ ເພື່ອຕ້ອງເຮັດບັນລຸ ແຕ່ນີ້ຮອດປີ 2030 ອີກ”. ທ່ານໄດ້ສະແດງຄວາມຂອບອົກຂອບໃຈຢ່າງສູງ ມາຍັງລັດຖະບານລຸກຊໍາບວກ ແລະ ທຸກໆພາກສ່ວນກ່ຽວຂ້ອງ ທີ່ໄດ້ຊ່ວຍເຫຼືອອຸປະກອນຄຸ້ມຄອງຮັກສາຢາວັກຊີນອັນລໍ້າຄ່າ ໃນຄັ້ງນີ້. ຫລັງຈາກນັ້ນ ທ່ານມີຄວາມເຊື່ອຫມັ້ນວ່າ ການຈັດຕັ້ງປະຕິບັດ ໂຄງການສັກຢາວັກຊິນແຫ່ງຊາດ ຈະປະສົບຜົນສໍາເລັດເປັນຢ່າງດີ. ທ່ານລັດຖະມົນຕີ ຍັງມີເຊື່ອຫມັ້ນວ່າອີກວ່າ ການຮ່ວມມືລະຫວ່າງລັດຖະບານລາວ ແລະ ລັດຖະບານລຸກຊໍາບວກ ໃນຂະແຫນງສາທາລະນະສຸກ ຈະມີຄວາມຫນັກແຫນ້ນກ່ວາເກົ່າ ແລະ ສ້າງມີຜົນງານຢ່າງງອກງາມຫລາຍກ່ວາເກົ່າ.
ທ່ານນາງ Estess Teo ຈາກບໍລິສັດ B Medical Systems ໄດ້ກ່າວວ່າ “ໃນຖານະທີ່ເປັນບໍລິສັດ Luxembourg ທີ່ອຸທິດຕົນມາເປັນເວລາຫຼາຍກວ່າສີ່ທົດສະວັດ ເພື່ອຮັກສາຊີວິດຜ່ານວິທີແກ້ໄຂລະບົບຕ່ອງໂສ້ຄວາມເຢັນ ທີ່ຫນ້າເຊື່ອຖືໄດ້, ພວກເຮົາຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ສະໜັບສະໜູນ ໂຄງການສັກວັກຊີນຂອງປະເທດລາວຄຽງຄູ່ກັບຄູ່ຮ່ວມງານຂອງພວກເຮົາ. ການຮ່ວມມືນີ້ສະແດງໃຫ້ເຫັນເຖິງ ຄຳໝັ້ນສັນຍາຂອງ Luxembourg ໃນວຽກງານສາທາລະນະສຸກໂລກ ໃນທາງປະຕິບັດ, ແລະ ພວກເຮົາຍັງຄົງມຸ່ງໝັ້ນຢ່າງເຕັມທີ່ ທີ່ຈະຮັບປະກັນວ່າອຸປະກອນນີ້ຈະເປັນປະໂຫຍດໃຫ້ແກ່ປະຊາຊົນລາວ ໃນອີກຫຼາຍປີຂ້າງໜ້າ”
ການມອບອຸປະກອນເກັບຮັກສາຄວາມເຢັນໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງ ຂອງປະເທດລຸກຊຳບວກ ໃນການສະໜັບສະໜູນວຽກງານດ້ານສາທາລະນະສຸກ ຂອງ ສປປ ລາວ, ໂດຍຮັບປະກັນວ່າເດັກນ້ອຍທຸກຄົນ ໃນທຸກແຂວງ, ຈະສາມາດເຂົ້າເຖິງວັກຊີນ ທີ່ສາມາດປ້ອງກັນອະນາຄົດຂອງເຂົາເຈົ້າໄດ້ ແລະ ເພື່ອສຸຂະພາບຂອງທຸກຄົນໃນ ສປປ ລາວ.
ພິທີດັ່ງກ່າວ ໄດ້ຮັບກຽດຈາກຜູ້ມີກຽດ ແລະ ແຂກຖືກເຊີນເຂົ້າຮ່ວມ ລວມມີ ທ່ານ ວັນນະໄຊ ຊາດຕະກູນ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ສປປ ລາວ; ທ່ານ Thomas Lammar, ອຸປະທູດ ຂອງຣາດຊະອານາຈັກລຸກຊໍາບວກ ປະຈຳ ສປປ ລາວ; ທ່ານ Robert de Waha, ຜູ້ຕາງຫນ້າ ຫ້ອງການ LuxDev ປະຈຳພາກພື້້້ນອາຊີ; ດຣ. Silvia Morgoci, ທີ່ປຶກສາອາວຸໂສ ຂອງແຜນງານສາທາລະນະສຸກແລະໂພຊະນາການ, ພ້ອມທັງບັນດາຜູ້ຕາງໜ້າຈາກກົມກອງແລະການຈັດຕັ້ງຂອງລັດຖະບານ ສປປ ລາວ ແລະ ອົງການ LuxDev.