ອົງຄະນະພັກກະຊວງ ວທ ດໍາເນີນກອງປະຊຸມສາມັນຄົບຄະນະ ຄັ້ງທີ 4 ສະໄໝທີ VI

ກອງປະຊຸມສາມັນຄົບຄະນະບໍລິຫານງານພັກກະຊວງ ວັດທະນະທໍາ ແລະ ດານທ່ອງທ່ຽວ(ວທ) ຄັ້ງທີ 4 ສະໄໝທີ VI ຈັດຂຶ້ນໃນ ວັນທີ 7 ກໍລະກົດ 2026 ໂດຍການເປັນປະທານຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ມີສະຫາຍຮອງເລຂາ, ຄະນະປະຈໍາພັກ, ຄະນະບໍລິຫານງານພັກ ກະຊວງ ວທ ເຂົ້າຮ່ວມ.
ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII, ຕາມມະຕິຕົກລົງຂອງຄະນະບໍລິຫານງານສູນກາງພັກຮັບຮອງ ສະບັບເລກທີ 21/ຄບສພ, ລົງວັນທີ 23 ກຸມພາ 2026, ຜ່ານບົດສະຫລຸບຕີລາຄາ, ຖອດຖອນບົດຮຽນຜົນສຳເລັດ ແລະ ຂໍ້ຄົງຄ້າງ ການນຳພາ-ຊີ້ນຳວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະທົ່ວອົງຄະນະພັກກະຊວງ ວທ ໃນເດືອນຜ່ານມາ, ລວມທັງ 6 ເດືອນ ຕົ້ນປີ 2026 ແລະ ທິດທາງແຜນການໃນ 3 ເດືອນຕໍ່ໜ້າ ລວມທັງ 6 ເດືອນທ້າຍປີ 2026, ຜ່ານບົດສຳຫລວດບຸກຄົນໃນຄະນະບໍລິຫານງານພັກກະຊວງ ວທ, ປຶກສາຫາລື, ຄົ້ນຄວ້າ, ຕົກລົງບັນຫາອື່ນ ທີ່ຮີບດ່ວນ ແລະ ມີຄວາມຈໍາເປັນ.
ໂອກາດນີ້, ສະຫາຍ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ຮຽກຮ້ອງ ໃຫ້ທຸກສະຫາຍຈົ່ງເອົາໃຈ ໃສ່ສຸມສະຕິປັນຍາຄົ້ນຄວ້າເນື້ອໃນເອກະສານຢ່າງເລິກເຊິ່ງ, ພາວະວິໄສ, ສອດຄ່ອງກັບສະພາບ ເງື່ອນ ໄຂການຈັດຕັ້ງປະຕິບັດວຽກງານຕົງຈິງ ຂອງກະຊວງໃນລະໄລຍະ 6 ເດືອນຕໍ່ໜ້າ ເພື່ອເຮັດໃຫ້ບັນຫາຕ່າງໆທີ່ຍົກຂຶ້ນໃນກອງປະຊຸມຄັ້ງນີ້ ໄດ້ມີຄວາມເປັນເອກະພາບ, ສາມາດນໍາເອົາໄປນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງອອກໃນທຸກດ້ານ.
ຂ່າວ-ພາບ: ຫ້ອງການກະຊວງ ວທ