ເດັກນ້ອຍ ຫລາຍກວ່າ 300 ຄົນ ເສຍຊີວິດ-ບາດ ເຈັບ ຈາກການປະທະກັນ ຢູ່ ຊູດັງ

ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 6 ກໍ​ລະ​ກົດ, ກອງ​ທຶນ ສະຫະ ປະຊາຊາດ(ສ​ປ​ຊ) ​ເພື່ອ​ເດັກ ນ້ອຍ (UNICEF) ໃຫ້​ຮູ້​ວ່າ: ​ມີ​ເດັກ​ນ້ອຍ ຫລາຍ ກວ່າ 300 ຄົນ​ ໄດ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ ໃນ 6 ເດືອ​ນ​ຜ່ານ​ມາ,ຍ້ອນ​ການ​ປະ​ທະ​ກັນ​ຢູ່​ຊູ​ດັງ,ສ່ວນຫລາຍ ​ແມ່ນ​ການ​ບຸກ​ໂຈມ​ຕີ ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ (UAV).ຕາມUNICEF ແລ້ວ, ເດັກ​ນ້ອຍ​ຢູ່ ​ຊູ​ດັງ ​ພວ​ມ​ຖືກ​ຕິດ​ຄ້າງ​ ໃນ​ສະ​ພາບ​ການ​ ໃຊ້​ຄວາມ​ຮຸນ​ແຮງ, ອົບ​ພະ​ຍົບ ແລະ ຂາດ​ເຂີນ. ອົງ​ການ​ນີ້​ ຮຽກ​ຮ້ອງ​ ໃຫ້​ບັນ​ດາ​ຝ່າຍ​ປົກ​ປ້ອງ​ສາ​ມັນ​ຊົນ ແລະ ພື້ນ​ຖານ​ໂຄງ​ລ່າງ ​ພົນ​ລະ​ເຮືອນ, ອະ​ນຸ​ຍາດ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ ໃຫ້​ແກ່ ​ການ​ເຂົ້າ​ເຖິງ​ມະ​ນຸດ​ສະ​ທຳ ຢ່າງປອ​ດ​ໄພ, ວ່ອງ​ໄວ ແລະ ບໍ່​ຖືກ​ກີດ​ຂວາງ, ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ ​ທີ່​ສາ​ມາດ​ເຮັດ​ໄດ້​ ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍ​ ບໍ່​ໃຫ້ໄດ້ຮັບຜົນກະ ທົບ.