ທ່ານ​ ສີ​ຈິ້ນ​ຜິງ ໃຫ້​ຄຳ​ຊີ້​ນຳຕໍ່​ວຽກ​ງານ​​ປ້ອງ​ກັນ​ນ້ຳຖ້ວມ ແລະ​ກູ້​ໄພ

ວັນ​ທີ 7 ກໍ​ລະ​ກົ​ດ​, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິ​ດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູ​ນ​ກາງ​ຈີນ ໄດ້​ໃຫ້​ຄຳ​ຊີ້​ນຳ​​ທີ່​ສຳ​ຄັນ​ຕໍ່​ວຽກ​ງານ​​ປ້ອງ​ກັນ​ນ້ຳຖ້ວມ ແລະ​ກູ້​ໄພ​​.
 
ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ຫຼາຍ​ມື້​ມໍ່ໆ​ມາ​ນີ້, ​ເນື່ອງ​ຈາກ​ມີ​ຝົນ​ຕົກ​ໜັກ ແລະ​ລົມ​ແຮງ, ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງ ກວາງ​ຊີ, ແຂວງຮູ​ເປີຍ ແລະ ແຂວງ​ກ່ານ​ຊູ້​ເປັນ​ຕົ້ນ​ ໄດ້ເກີດ​ໄພ​ພິ​ບັດ​ຕ່າງໆ ເຊັ່ນ: ​ອ່າງ​​ເກັບນ້ຳ​ແຕກ, ດິນ​ພູ​ເຈື່ອນ​ເປັນ​ຕົ້ນ, ເຮັດ​ໃຫ້​ປະ​ຊາ​ຊົນ​​ເສຍ​ຊີ​ວິດ ແລະ​ບາດ​ເຈັບຫຼາຍ​ຄົນ, ເສດ​ຖະ​ກິດໄດ້​ຮັບ​ຜົນ​ເສຍ​ຫາຍ​ຈຳ​ນວນຫຼວງຫຼາຍ.
 
ຕ້ອງສຸມ​ກຳ​ລັງ​ເຂົ້າ​ໃນ​​ວຽກ​ງານການ​ກູ້​ໄພ ແລະ​ບັນ​ເທົາ​ທຸກ, ປິ່ນ​ປົວ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ, ​ຈັດ​ສັນ​ປະ​ຊາ​ຊົນທີ່​ໄດ້​ຮັບ​ຜົນ​ກະ​ທົບ ແລະ​ວຽກ​ງານ​ອື່ນໆ, ພະຍາຍາມຈົນສຸດຄວາມສາມາດເພື່ອຫຼຸດ​ຜ່ອນຈຳນວນຜູ້ເສຍຊີວິດ ແລະ ບາດເຈັບ, ປ້ອງ​ກັນ​ໄພ​ພິ​ບັດ​ທີ່​ອາດ​ຈະ​ເກີ​ດ​ຂຶ້ນ​ຕາມ​ມາ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ.
ທີ່ມາ:CMG