ກະຊວງ ຍທຂ ເລັ່ງປັບປຸງບັນດາສັນຍາການຂົນສົ່ງທາງບົກ ກັບ 5 ປະເທດໃກ້ຄຽງ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ X, ໃນວັນທີ 8 ກໍລະກົດ 2026 ນີ້. ໂດຍທ່ານໄດ້ເປີດເຜີຍວ່າ ປັດຈຸບັນ ກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງເລັ່ງປັບປຸງບັນດາສັນຍາການຂົນສົ່ງທາງບົກ ກັບ ປະເທດໃກ້ຄຽງ ເຊິ່ງລວມມີ ລາວ-ຫວຽດນາມ, ລາວ-ຈີນ, ລາວ-ໄທ, ລາວ-ກຳປູເຈຍ ແລະ ລາວ-ມຽນມາ.
 
ການເລັ່ງປັບປຸງສັນຍາກັບ 5 ປະເທດເພື່ອນບ້ານໃນຄັ້ງນີ້ ແມ່ນໜຶ່ງໃນມາດຕະການຂົນສົ່ງ ໃນຮູບແບບການຂົນສົ່ງສິນຄ້າຂ້າມແດນ ແລະ ຜ່ານແດນ ພາຍໃຕ້ບັນດາກອບສັນຍາການຂົນສົ່ງທາງບົກຕ່າງໆ ທີ່ ສປປ ລາວ ເປັນພາຄີ. ທັງນີ້ ກໍເພື່ອເປັນການກະຕຸ້ນການຂົນສົ່ງທາງບົກ ຂອງ ສປປ ລາວ ໂດຍສະເພາະແມ່ນການສຸມໃສ່ຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບ ຈາກການຂົນສົ່ງສິນຄ້າທັງພາຍໃນ ແລະ ຕ່າງປະເທດ.
 
ຄຽງຄູ່ກັນນີ້, ປັດຈຸບັນ ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ຄົ້ນຄວ້າສ້າງ (ຮ່າງ) ຍຸດທະສາດການຂົນສົ່ງປະສົມປະສານຫຼາຍຮູບແບບແຫ່ງຊາດ 2026-2045 ເຊິ່ງຄາດຄະເນວ່າຈະໃຫ້ສຳເລັດໃນທ້າຍປີ 2026 ນີ້. ຍຸດທະສາດດັ່ງກ່າວ ໄດ້ກຳນົດແຜນການຍົກລະດັບຕາໜ່າງເສັ້ນທາງ, ແຜນພັດທະນາສິ່ງອຳນວຍຄວາມສະດວກດ້ານໂລຊິດສະຕິກການຂົນສົ່ງ ແລະ ການເຊື່ອມຈອດກັບພາກພື້ນ ແລະ ສາກົນ ໃນແຕ່ລະຮູບແບບການຂົນສົ່ງ ທັງທາງບົກ, ທາງນໍ້າ, ທາງອາກາດ ແລະ ທາງລາງ.
 
ນອກຈາກການສ້າງ ແລະ ປັບປຸງນິຕິກຳຂ້າງເທິງນັ້ນ, ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ສຸມໃສ່ການພັດທະນາເສັ້ນທາງສາຍຫຼັກ ຕາມທີ່ໄດ້ກຳນົດໄວ້ໃນ ມະຕິຂອງລັດຖະບານ ສະບັບເລກທີ 05/ລບ ລົງວັນທີ 30 ມີນາ 2026 ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໄລຍະ 2026-2030 ເພື່ອຮັບປະກັນການເຊື່ອມໂຍງການຜະລິດ ແລະ ການຂົນສົ່ງສິນຄ້າຈາກແຫຼ່ງການຜະລິດພາຍໃນທ້ອງຖິ່ນ ເຂົ້າສູ່ສະຖານີຂົນສົ່ງ ແລະ ເສັ້ນທາງສາຍຫຼັກ ເຊັ່ນ: ທາງລົດໄຟ ແລະ ທາງດ່ວນ ໃຫ້ມີຄວາມສະດວກສະບາຍຂຶ້ນ.
ຂ່າວ: ສາວລາວໃຕ້