ສປ ຈີນ ປະກາດແຜນພັດທະນາການທ່ອງທ່ຽວ 5 ປີຕໍ່ໜ້າ

ສຳນັກຂ່າວ ຊິນຮວາ ຂອງ ສປ ຈີນ, ສປ ຈີນ ຕັ້ງເປົ້າໝາຍ ທີ່ຈະດຶງ ດູດ ນັກທ່ອງທ່ຽວ ຕ່າງປະເທດ 190 ລ້ານເທື່ອຄົນຕໍ່ປີ ພາຍໃນປີ 2030ຕາມແຜນພັດທະນາ ການທ່ອງທ່ຽວ ໄລຍະ 5 ປີຕໍ່ໜ້າ. ສິ່ງນີ້ ສະທ້ອນໃຫ້ ເຫັນເຖິງ ຄວາມມຸ່ງໝັ້ນ ຂອງລັດຖະບານ ໃນການດຶງດູດ ນັກທ່ອງທ່ຽວ ຈາກທົ່ວໂລກ ເພື່ອຊຸກຍູ້ການບໍລິໂພກ ພາຍໃນປະເທດ ແລະ ເສີມຂະ ຫຍາຍ ການແລກປ່ຽນສາກົນ. ແຜນການພັດທະນາ ການທ່ອງທ່ຽວດັ່ງ ກ່າວ ໄດ້ຮັບການອະນຸມັດ ຈາກຄະນະລັດຖະມົນຕີຈີນ ຕັ້ງເປົ້າສ້າງ ລາຍຮັບ ຈາກການທ່ອງທ່ຽວ ຫລາຍກວ່າ 150 ຕື້ໂດລາ ສະຫະ ລັດຕໍ່ປີ ພາຍໃນປີ 2030, ພ້ອມທັງ ສຸມໃສ່ການປັບປຸງ ຄຸນນະພາບ ການບໍລິການ ທ່ອງທ່ຽວ ແລະ ເສີມສ້າງບົດບາດ ຂອງອຸດສາຫະກຳ ທ່ອງທ່ຽວຂອງ ສປ ຈີນ ໃນເວ ທີໂລກ.
ຂ່າວໂດຍ: ສະໄຫວ ລາດປາກດີ