ທັບນັກກີລາເຍົາວະຊົນ U10 ເບສະຫວັນ ຄວ້າແຊັມບານເຕະນານາຊາດ ທີ່ ຊຽງໃໝ່

ທັບນັກກີລາບານເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ແລະ ຄະນະຄູເຝິກຂອງສະໂມສອນ ເບສະຫວັນ ເອັຟຊີ (Baysanvanh FC) ໄດ້ເດີນ ທາງເຖິງນະຄອນ ຫລວງວຽງຈັນ ສປປ ລາວ ໃນວັນທີ 6 ກໍລະກົດ 2026 ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ພາຍຫລັງຍາດໄດ້ຂັນຊະນະເລີດ (ຂັນແຊັມ) ໃນການແຂ່ງຂັນບານເຕະເຍົາວະຊົນນານາຊາດ ລາຍການ "COPA NAKA 2026 – U10" ທີ່ແຂວງຊຽງໃໝ່ ຣາຊະອານາຈັກໄທ ລະຫວ່າງວັນທີ 4-5 ກໍລະກົດ 2026.
ການເດີນທາງຄັ້ງນີ້ ນຳໂດຍທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານສະຫະ ພັນບານເຕະຄົນພິການຕາແຫ່ງຊາດລາວ, ຮອງປະທານສະຫະພັນບານ ເຕະນະຄອນຫລວງວຽງຈັນ ທັງເປັນປະທານກິດຕິມະສັກຂອງສະໂມສອນ ເບສະຫວັນ ເອັຟຊີ ໄດ້ຮ່ວມເດີນທາງໄປຕິດຕາມ ແລະ ໃຫ້ກຳລັງໃຈນັກກິ ລາຢ່າງໃກ້ຊິດ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ຕໍ່ການພັດທະນາບານ ເຕະຮາກຖານ (Grassroots Football) ໃນ ສປປ ລາວ.
ການເຂົ້າຮ່ວມແຂ່ງ ຂັນຄັ້ງນີ້ ຖືເປັນໂອກາດອັນດີເລີດຂອງທັບນັກເຕະ ຮຸ່ນເຍົາວະຊົນ ເບສະຫວັນ ເອັຟຊີ ທີ່ຈະໄດ້ເກັບກ່ຽວປະສົບການຈິງ ພັດທະ ນາທັກສະ ແລະ ຮຽນຮູ້ມາດຕະຖານການຫລິ້ນໃນລະດັບສາກົນ, ພ້ອມທັງ ເປັນການເຜີຍແຜ່ຊື່ສຽງ ແລະ ຄວາມກ້າວໜ້າຂອງວົງການບານ ເຕະເຍົາ ວະຊົນລາວ ໃຫ້ເປັນທີ່ຮູ້ຈັກໃນເວທີສາກົນຫລາຍຂຶ້ນ.
ການແຂ່ງຂັນ COPA NAKA 2026 – U10 ມີທີມເຂົ້າຮ່ວມທັງໝົດຈາກ 14 ປະເທດ ທົ່ວພາກພື້ນອາຊີ ປະກອບດ້ວຍ ຍີ່ປຸ່ນ, ສ.ເກົາຫລີ, ສປ ຈີນ, ໄທ, ມາເລເຊຍ, ສສ ຫວຽດນາມ, ອິນໂດເນເຊຍ, ອິນເດຍ, ຟີລິບປິນ ສິງກະໂປ, ສປປ ລາວ, ເມົາດິບ, ມົງໂກລີ ແລະ ມຽນມາ.
ສໍາລັບຜົນງານຂອງ ທັບນັກກິລາ ເບສະຫວັນ ເອັຟຊີ ຮອບແບ່ງກຸ່ມ ນັດ ທໍາອິດ ເອົາຊະນະ All star 14-0 ນັດທີສອງ ໄລ່ເອົາຊະນະ Elite 11-0 ແລະ ນັດທີ 3 ເອົາຊະນະ Spartans 8-1 ຮອບ 8 ທີມສຸດທ້າຍ ເອົາຊະນະ Chiangmai FA Bx Wachirawit 7-0, ຮອບຮອງຊະນະເລີດ ( 4 ທີມສຸດ ທ້າຍ) ເອົາຊະນະ Lampang Arena 7-1 ແລະ ນັດຊີງຊະນະເລີດ ເອົາຊະນະ Spirit Academy 5-2 ພ້ອມໄດ້ສິດໄປແຂ່ງຂັນຢູ່ປະເທດສິງກະໂປ ໃນເດືອນ ພະຈິກ 2026.
ລາຍການຕໍ່ໄປຫລານນ້ອຍ ເບສະຫວັນ ມີແຜນຈະສືບຕໍ່ອອກເດີນທາງ ໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ໃນວັນທີ 12 ກໍລະກົດ 2026 ນີ້. ສຳ ລັບຜົນງານໃນໄລຍະຜ່ານມາ ສະໂມສອນ ເບສະຫວັນ ໃນຮຸ່ນດັ່ງກ່າວ ກໍໄດ້ ສາຍແວວ ໃນການຄວ້າແຊັມບານເຕະຊີງແຊັມນາໆຊາດ ທີ່ນະຄອນ ຖາຍ ຫງຽນ ສສ ຫວຽດນາມມາແລ້ວ.
ຂ່າວ: ສີພອນ