ກັກຕົວກຸ່ມແກ້ງສໍ້ໂກງທາງອອນລາຍ 10 ຄົນ ເປັນສັນຊາດລາວທັງໝົດ

ໃນທ້າຍເດືອນກຸມພາ 2026 ຜ່ານມາ, ເຈົ້າໜ້າທີ່ກົມຕຳຫຼວດສືບສວນ - ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຮັບລາຍງານຈາກພົນລະເມືອງດີວ່າ: ໄດ້ມີກຸ່ມແກ້ງສໍ້ໂກງຊັບທາງອອນລາຍ ( Call Center ) ໄດ້ເຊົ່າເຮືອນວິນລາຊັ້ນດຽວຢູ່ບ້ານ ສະພັງໜໍ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໃຊ້ເປັນສະຖານທີ່ສໍ້ໂກງຊັບທາງອອນລາຍ, ຈາກນັ້ນ; ເຈົ້າໜ້າທີ່ກົມຕຳຫຼວດສືບສວນ - ສອບສວນ ໄດ້ລົງສົມທົບກັບ ປກສ ກຸ່ມ 3 ສີສັງວອນ ແລະ ອົງການປົກຄອງບ້ານ ສະພັງໜໍ້ ເພື່ອເຂົ້າໄປກວດຄົ້ນເຮືອນດັ່ງກ່າວ ສາມາດກັກຕົວເປົ້າໜາຍໄດ້ ຈຳນວນ 10 ຄົນ ຍິງ 5 ຄົນ ( ສັນຊາດລາວ ) ພົບເຫັນເຄື່ອງຂອງກາງ ມີ: ຄອມພິວເຕີໂນດບຸກ ຈຳນວນ 13 ໜ່ວຍ, ໂທລະສັບມືຖື ຈຳນວນ 21 ໜ່ວຍ, ຊິມໂທລະສັບ ຈຳນວນ 11 ຊິມ, ແອກາດ ຈຳນວນ 6 ອັນ, ກ່ອງໄວຟາຍ ຈຳນວນ 4 ອັນ ແລະ ອື່ນໆ.
 
ຈາກນັ້ນ, ເຈົ້າໜ້າທີ່ກົມຕຳຫຼວດສືບສວນ - ສອບສວນ ຈຶ່ງໄດ້ທຳການສືບສວນ - ສອບສວນເປົ້າໜາຍ ໂດຍພວກກ່ຽວຮັບສາລະພາບວ່າ: ຮູບແບບ ແລະ ວິທີການຂອງພວກກ່ຽວແມ່ນນຳໃຊ້ແອັບລາຍ ( Line ) ແລະ ແອັບເຟສບຸກ ( Facebook ) ສະໜັກຫຼາຍບັນຊີ, ແລ້ວໄດ້ນຳເອົາຮູບພາບບ່າວ-ສາວໜ້າຕາດີ ທີ່ເອົາມາຈາກອອນລາຍເພື່ອມາໃສ່ເປັນໂປຼຟາຍຂອງແຕ່ລະບັນຊີຂອງແຕ່ລະແອັບ ເພື່ອໃຊ້ເປັນເຄື່ອງມືແຊັດໄປຫາຜູ້ເສຍຫາຍ ເພື່ອສ້າງຄວາມສະໜິດ ( ຕົວະໃຫ້ຫຼົງຮັກ ) ແລ້ວພວກກ່ຽວໄດ້ຊັກຊວນເອົາຜູ້ຖືກເສຍຫາຍໂອນເງິນລົງທຶນຊື້ສິນຄ້າຢູ່ໃນເວັບໄຊ Cdiscout ໂດຍສະເໜີວ່າຈະໃຫ້ດອກເບ້ຍ 20% ຫຼັງຈາກມີຜູ້ເສຍຫາຍຫຼົງເຊື່ອ ພວກກ່ຽວຈະຊອກບັນຊີເງິນຝາກຂອງບຸກຄົນທີ່ຊື້ - ຂາຍຫຼຽນ USDT ຢູ່ແອັບໄບແນ້ນ ( Binace ) ເພື່ອໃຫ້ຜູ້ຖືກເສຍຫາຍໂອນເງິນເຂົ້າ ແລ້ວຖອນເງິນສົດມາໃຫ້ພວກກ່ຽວ.
 
ສະນັ້ນ,ເຈົ້າໜ້າທີ່ຈຶ່ງໄດ້ອອກຄຳສັ່ງເປີດການສືບສວນ - ສອບສວນ ແລະ ກັກຕົວພວກກ່ຽວດຳເນີນຄະດີຕາມກົດໝາຍ ແລະ ສະຫຼຸບສົ່ງໃຫ້ອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ສຶບຕໍ່ດຳເນີນ ເພື່ອສັ່ງຟ້ອງໃຫ້ສານຕັດສິນ.
 
ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ກົມຕຳຫຼວດສືບສວນ - ສອບສວນ ຈຶ່ງຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າໃນສັງຄົມຈົ່ງຮັບຮູ້, ເຂົ້າໃຈ, ມີສະຕິລະວັງຕົວ ແລະ ປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຖືກຫຼອກຫຼວງຈາກກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ຫຼື ຄໍເຊັນເຕີ ແລະ ອາຊະຍາກຳໃນຫຼາຍຮູບແບບເປັນຕົ້ນແມ່ນການຊັກຊວນລົງທຶນທີ່ມີຜົນກຳໄລສູງ, ການຫຼິ້ນເກມອອນລາຍ, ການລົງທະບຽນເບີໂທລະສັບ ແລະ ຮູບແບບອື່ນໆ.
ຂ່າວ: ກົມໃຫຍ່ຕໍາຫຼວດ