ສ່ວຍສາອາກອນຫລວງພະບາງ ຕ້ອງເຂັ້ມງວດຕໍ່ຜູ້ທີ່ລະເມີດລະບຽບກົດໝາຍ ແລະ 10 ຂໍ້ຫ້າມຂອງພະນັກງານ

ໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ ມາດຕະການ ຈຸດສຸມຕົ້ນຕໍ 6 ເດືອນທ້າຍປີ 2026 ຂອງວຽກງານສ່ວຍສາອາກອນປະຈຳແຂວງຫລວງພະບາງ ໃນວັນທີ 7 ກໍລະກົດ 2026 ນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ ປະທານ ຄະນະກໍາມະການປົກຄອງແຂວງຫລວງພະບາງ ໄດ້ເນັ້ນໜັກໃຫ້ພະນັກງານ ສ່ວຍສາອາກອນ ຍົກສູງຄວາມເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍບັນດາມາດຕະການ ທີ່ສະພາແຫ່ງຊາດໄດ້ກໍານົດ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ຢ່າງເຂັ້ມງວດ, ຮັບປະກັນເຮັດໃຫ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫລວງພະບາງ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2026 ໃຫ້ສໍາເລັດຕາມແຜນກໍານົດໄວ້.
 
ພ້ອມນີ້, ຄະນະນຳແຕ່ລະຂັ້ນ ຕ້ອງເພີ່ມທະວີວຽກສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຢ່າງຕໍ່ເນື່ອງ, ກໍາແໜ້ນ ແລະ ນໍາພາແນວຄິດພະນັກງານ ໃຫ້ໂລ່ງລ່ຽນ, ມີຄວາມຫ້າວຫັນ, ມີຄວາມສັດຊື່-ບໍລິສຸດ, ມີຈັນຍາບັນ ໃນການປະຕິບັດໜ້າທີ່ວຽກງານດ້ວຍຄວາມຮັບຜິດຊອບສູງ; ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ ແລະ ປະຕິບັດວິໄນຢ່າງເຂັ້ມງວດ ຕໍ່ຜູ້ທີ່ລະເມີດລະບຽບກົດໝາຍ ແລະ 10 ຂໍ້ຫ້າມຂອງພະນັກງານຂະແໜງການເງິນ ພ້ອມທັງເອົາໃຈໃສ່ພັດທະນາບຸກຄະລາກອນດ້ວຍການບຳລຸງສ້າງ ແລະ ຍົກລະດັບຄວາມຮູ້ດ້ານວິຊາສະເພາະ ໃຫ້ພະນັກງານຢູ່ແຕ່ລະຂັ້ນຢ່າງຮອບດ້ານ.
 
ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຍັງໄດ້ສະເໜີໃຫ້ກົມສ່ວຍສາອາກອນ ກະຊວງການເງິນຊ່ວຍຊຸກຍູ້ ວຽກງານ ອາກອນມູນຄ່າເພີ່ມ, ວຽກງານ ການຕິດຕັ້ງໃບເກັບເງິນເອລັກໂຕຣນິກ (E-Tax-Invoice), ການຍ້ອງຍໍຕໍ່ກັບຫົວໜ່ວຍທຸລະກິດທີ່ດີເດັ່ນ ໃນການມີພັນທະຕໍ່ກັບຂະແໜງສ່ວຍສາອາກອນ ແລະ ຊຸກຍູ້ກວດກາຄືນວຽກງານທີ່ຂະແໜງ ອາກອນ ປະຈໍາແຂວງຫລວງພະບາງ ໄດ້ມີຄໍາສະເໜີ ທັງນີ້ກໍເພື່ອເຮັດໃຫ້ການຈັດເກັບລາຍຮັບ ສ່ວຍສາອາກອນຢູ່ແຂວງຫລວງພະບາງໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນກວ່າເກົ່າ.
ຂ່າວ-ພາບ: ທະນູສິນ ອິດທິພົນ