ຈັບແກ້ງໄວລຸ້ນປ່ວນເມືອງ ປກສ ແຂວງສະຫວັນນະເຂດ ສຶກສາອົບຮົມເປົ້າໝາຍກຸ່ມໄວໜຸ່ມຂັບຂີ່ລົດໄວ, ໃຊ້ສຽງດັງ

ໃນວັນທີ 7 ກໍລະກົດ 2026, ພະແນກຕຳຫຼວດຈະລາຈອນ ປກສ ແຂວງສະຫວັນນະເຂດ ສຶກສາອົບຮົມເປົ້າໝາຍກຸ່ມໄວໜຸ່ມຂັບຂີ່ລົດໄວ, ໃຊ້ສຽງດັງ, ຢູ່ໃນເສັ້ນທາງເທດສະບານ ນະຄອນໄກສອນພົມວິຫານ ນໍາມາສຶກສາອົບຮົມກ່າວເຕືອນ.
ພັທ ໄພວັນ ແກ້ວວໍລະວົງ ໄດ້ໃຫ້ຮູ້ວ່າ: ໃນໄລຍະ ວັນທີ 2 ຫາ 26 ມີຖຸນາ 2026 ທີ່ຜ່ານມາ ພະແນກຕຳຫຼວດຈະລາຈອນກອງບັນຊາການ ປກສ ແຂວງ ສົມທົບກັບ ກອງພັນປ້ອງກັນເຄື່ອນທີ່ ແລະ ກອງຕຳຫຼວດຈະລາຈອນ ປກສ ນະຄອນໄກສອນພົມວິຫານ, ໄດ້ລົງເຄື່ອນໄຫວຕິດຕາມ ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະຜູ້ໃຊ້ລົດໃຊ້ຖະໜົນ, ທີ່ລະເມີດລະບຽບກົດໝາຍຈະລາຈອນທາງບົກເປັນຕົ້ນແມ່ນລົດດັດແປງສະພາບເຕັກນິກ (ທໍ່ດັງ, ຕີນນ້ອຍ, ບໍ່ມີໄຟແສງສະຫວ່າງ, ລົດບໍ່ຕິດປ້າຍທະບຽນ, ຕິດປ້າຍບໍ່ຖືກຕ້ອງ ແລະ ອື່ນໆ), ທັງເປັນປະກົດການຫຍໍ້ທໍ້ທາງຖະໜົນ, ນັບທັງການຂັບຂີ່ລົດໄວໃຊ້ສຽງດັງ, ຂັບຂີ່ລົດຈັກແຂ່ງກັັນຕາມຖະໜົນ, ສ້າງຄວາມສັບສົນໃຫ້ແກ່ການສັນຈອນ ແລະ ມີຄວາມສຽງໃນການເກີດອຸບັດຕິເຫດ.
ເຊິ່ງໃນນັ້ນເຈົ້າໜ້າທີ່ວິຊາສະເພາະ ສາມາດກັກລົດຈັກ 72 ຄັນ ລົດຈຳນວນດັ່ງກ່າວ ແມ່ນດັດແປງສະພາບເຕັກນິກໃຊ້ຢາງນ້ອຍ, ທໍ່ສຽງດັງ ແລະ ສະພາບອື່ນໆ, ພ້ອມນັ້ນກໍ່ໄດ້ນໍາພວກກ່ຽວ ພ້ອມທັງຜູ້ປົກຄອງ ເຂົ້າມາສຶກສາອົບຮົມ.
ພ້ອມນີ້, ຍັງໃຫ້ນັກຂັບຂີ່ມ້າງອາໄຫລ່ ທີ່ມີການດັດແປງສະພາບເຕັກນິກລົດຈັກອອກ ແລ້ວເອົາອາໄຫລ່ໃໝ່ມາປະກອບໃສ່ຄືນໃຫ້ຖືກຕ້ອງ, ສ່ວນອາໄຫລ່ທີ່ຖືກປ່ຽນແມ່ນເຈົ້າໜ້າທີ່ໄດ້ທໍາລາຍຖິ້ມ, ພ້ອມນີ້, ເຈົ້າໜ້າທີ່ວິຊາສະເພາະຍັງໄດ້ເຮັດບົດບັນທຶກເພື່ອບໍ່ໃຫ້ຜູ້ກ່ຽວກັບມາກະທຳຜິດອີກ ພ້ອມທັງມອບຜູ້ກ່ຽວ ແລະ ລົດຈັກຈຳນວນ ດັ່ງກ່າວ, ຄືນໃຫ້ພໍ່-ແມ່ຜູ້ປົກຄອງນຳໄປສຶກສາອົບຮົມ ແລະ ສ້ອມແປງລົດຄັນດັ່ງກ່າວກັບສູ່ສະພາບເດີມຕື່ມອີກ.

ວິທະຍຸກະຈາຍສຽງ ແຂວງສະຫວັນນະເຂດ