ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ

ໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ສະຫຼຸບການປະຕິບັດກິດຈະກຳ ໄລຍະ 2 ໄຕມາດ
.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້, ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ໄພສະໝອນ ໄອ່ແກ້ວ ຮອງຫົວໜ້າພະແນກກະສິກຳ ແລະສິ່ງແວດລ້ອມ ແຂວງເຊກອງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມໂຕະ ຫົວໜ້າອົງການອາສາສະຫມັກຍີ່ປຸ່ນ (JVC) ປະຈໍາລາວ, ມີຮອງເຈົ້າເມືອງກະລຶມ ແລະເມືອງດາກຈຶງ, ມີພະນັກງານຂະແໜງການກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະອົງການ JVC ເຂົ້າຮ່ວມ.
ທ່ານ ກົງແສງ ວັນນະຈອມຈັນ ພະນັກງານອົງການ JVC ໄດ້ລາຍງານການຈັດຕັ້ງປະຕິບັດບັນດາກິດຈະກໍາໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດໍາລົງຊີວິດແບບຍືນຍົງ ຢູ່ແຂວງເຊກອງ ປະຈໍາໄຕມາດ 1 ແລະ ໄຕມາດ 2 (ແຕ່ເດືອນມັງກອນ-ມິຖຸນາ 2026) ໃຫ້ຮູ້ວ່າ: ໂຄງການດັ່ງກ່າວແມ່ນມີໄລຍະເວລາປະມານ 3 ປີ( 2025-2028), ໃນ 18 ບ້ານເປົ້າໝາຍ ໃນເມືອງກະລຶມ ແລະເມືອງດາກຈຶງ, ໄດ້ຮັບການສະໜັບສະໜູນງົບປະມານ 400.000 ໂດລາ ຈາກອົງການ JVC, ໂດຍມີ 3 ຈຸດປະສົງຫຼັກຄື: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວບ້ານໃນບ້ານເປົ້າໝາຍ ຄໍ້າປະກັນສະບຽງອາຫານເພື່ອປັບປຸງຊີວິດການເປັນຢູ່ໃຫ້ມີຄວາມຍືນຍົງ, ອະນຸລັກຊັບພະຍາກອນທໍາມະຊາດໃນບ້ານເປົ້າໝາຍ, ສ້າງຄວາມອາດສາມາດ ແລະຄວາມຊໍານານໃຫ້ແກ່ຄູ່ຮ່ວມງານພາກລັດ ໃນການຈັດຕັ້ງປະຕິບັດ ແລະຄຸ້ມຄອງບັນດາກິດຈະກຳ, ເຊິ່ງມີ 2 ກິດຈະກຳຄື: ປັບປຸງການບໍລິຫານຊັບພະຍາກອນທໍາມະຊາດ ໂດຍຊຸມຊົນເປັນເຈົ້າການ ແລະສົ່ງເສີມການຜະລິດກະສິກຳແບບຍຶນຍົງ, ເຊິ່ງຜູ້ທີ່ໄດ້ຮັບປະໂຫຍດແມ່ນປະຊາຊົນ 10 ບ້ານ ໃນເມືອງດາກຈຶງ ແລະ 8 ບ້ານ ໃນເມືອງກະລຶມ, ມີ 1.297 ຫຼັງຄາເຮືອນ, 1.6641 ຄອບຄົວ, 8.213 ຄົນ, ຍິງ 3.841 ຄົນ.
ເຊິ່ງຜົນໄດ້ຮັບຂອງກິດຈະກໍາທີ1 ໃນໄລຍະ 2 ໄຕມາດຜ່ານມາ ມີຄື: ເປີດບ້ານເປົ້າໝາຍໃໝ່ ພ້ອມກັບເກັບຂໍ້ມູນລວມຂອງບ້ານ ໄດ້ 14 ບ້ານ ຢູ່ 2ເມືອງ ໂດຍສົມທົບກັບຜູ້ຮ່ວມງານຂັ້ນແຂວງ, ຂັ້ນເມືອງ ເຊິ່ງໄດ້ຈັດກອງປະຊຸມຮ່ວມກັບຊາວບ້ານ; ພ້ອມທັງປຶກສາຫາລື ແລະສຶກສາຄວາມເປັນໄປໄດ້ ໃນການຈັດຕັ້ງປະຕິບັດກິດຈະກຳທີ່ເໝາະສົມ ໃນ 6 ບ້ານ 2 ເມືອງ; ມອບປຶ້ມຂໍ້ມູນບ້ານ ໃຫ້ແກ່ບ້ານເປົ້າໝາຍ ໄດ້ 5 ບ້ານ, ສ້າງຕັ້ງວັງສະຫງວນ ໄດ້ 3 ແຫ່ງ ພ້ອມທັງໄດ້ສ້າງກົດລະບຽບການຄຸ້ມຄອງ, ຈັດຕັ້ງຄະນະກຳມະການ, ຈັດຕັ້ງໜ່ວຍງານລາດຕະເວນ ແລະຕິດຕັ້ງປ້າຍແຕ່ລະຊະນິດ, ຈັດກອງປະຊຸມເປີດໂຕປະຕິທິນກົດໝາຍປະຈໍາປີ 2026, ຈັດຝຶກອົບຮົມໃຫ້ແກ່ຄູ່ຮ່ວມງານ ກ່ຽວກັບທັກສະການອໍານວຍຄວາມສະດວກໃຫ້ຊຸມຊົນ ແລະການນໍາໃຊ້ປະຕິທົນກົດໝາຍ, ເຜີຍແຜ່ ແລະແຈກຢາຍປະຕິທິນກົດໝາຍ ໃຫ້ບ້ານເປົ້າໝາຍເກົ່າ ແລະໃໝ່ ໄດ້ 24 ບ້ານ 3 ເມືອງ, ສໍາເລັດການຈັດຝຶກອົບຮົມກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ໃຫ້ແກ່ໜ່ວຍໄກ່ເກ່ຍຂັ້ນບ້ານ ໄດ້ 7 ບ້ານ 2 ເມືອງ.
ຜົນໄດ້ຮັບກິດຈະກຳທີ2: ສະໜອງແນວພັນຜັກ, ອຸປະກອນ ແລະຝຶກອົບຮົມດ້ານວິຊາການໃຫ້ແກ່ຄອບຄອບຄົວທີ່ຖືກເລືອກສົນໃຈເຮັດສວນຄົວຊີວະພາບລະດູແລ້ງຄື: ສະໜອງແນວພັນຜັກ 17 ຊະນິດ, ບົວຫົດນໍ້າ 21 ອັນ ແລະຝຶກອົບຮົມການເຮັດຝຸ່ນບົ່ມ ແລະນໍ້າສະກັດຊີວະພາບ ໃຫ້ແກ່ 16 ຄອບຄົວຕົວແບບຂອງບ້ານວັກ, 5 ຄອບຄົວ ຂອງບ້ານດາກດຸງ, ພ້ອມທັງຕິດຕາມການເຄື່ອນໄຫວ ແລະສະໜັບສະໜູນດ້ານວິຊາການໃຫ້ແກ່ສວນຄົວ 21 ຄອບຄົວ ຢູ່ 2 ບ້ານດັ່ງກ່າວ, ສະໜອງແນວພັນຖົ່ວດິນ 180 ກກ ເພື່ອທົດລອງປັບປຸງຄຸນນະພາບດິນທີ່ເສື່ອມໂຊມຈາກການປູກມັນຕົ້ນ ທັງເປັນການຮັກສາສະພາບແວດລ້ອມ ໃຫ້ແກ່ 12 ຄອບຄົວ 6 ບ້ານ ຂອງ 2 ເມືອງ ພ້ອມທັງລົງຕິດຕາມການປູກຂອງປະຊາຊົນ. ຈາກນັ້ນ ພະນັກງານໂຄງການຍັງໃຫ້ຮູ້ຕື່ມວ່າ ໃນ 2 ໄຕມາດຜ່ານມາ ໄດ້ນໍາໃຊ້ງົບປະມານ 92,1% ແລະຍັງໄດ້ນໍາສະເໜີແຜນກິດຈະກຳ ແລະແຜນງົບປະມານ ໃນໄຕມາດຕໍ່ໄປຕື່ມອີກ.
ຈາກນັ້ນ ບັນດາຂະແໜງການກ່ຽວຂ້ອງ ກໍໄດ້ປະກອບຄໍາຄິດຄໍາເຫັນ ແລະຊອກຫາວິທີທາງແກ້ໄຂ ເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງກັບການຈັດຕັ້ງປະຕິບັດກິດຈະກໍາຕົວຈິງ ເພື່ອໃຫ້ບັນລຸເປົ້າໝາຍຂອງໂຄງການ.
ຂ່າວ:ພຸດທະສອນ