ອັດຕະປື ມີແຜນຈະປ່ອຍລູກປາ ລົງໃສ່ແຫລ່ງນໍ້າທໍາມະຊາດ ໃຫ້ໄດ້ຫລາຍກວ່າ 7,6 ລ້ານໂຕ

ໃນປີ 2026 ນີ້, ແຂວງອັດຕະປື ກະກຽມການປ່ອຍລູກປາ ຫລາຍຊະນິດລົງໃສ່ແຫລ່ງນໍ້າທໍາມະຊາດ ໃຫ້ໄດ້ຫລາຍກວ່າ 7,6 ລ້ານໂຕ ໃນນີ້, ສະເພາະ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະ ກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍລູກປາ ໃຫ້ໄດ້ 218.500 ໂຕ ແລະ ພິທີໃຫຍ່ຂອງແຂວງ ຈະຈັດຂຶ້ນທີ່ວັງສະຫງວນເຊນໍ້ານ້ອຍ ບ້ານໃຫຍ່ໝື່ນຫົວເມືອງ ເມືອງສາມັກຄີໄຊ, ສ່ວນທີ່ເຫລືອຈະສືບຕໍ່ປ່ອຍຕາມແຜນການຂອງແຕ່ລະເມືອງ ໃຫ້ໄດ້ທັງໝົດ 7,4 ລ້ານກວ່າໂຕ.
ທ່ານ ສັກບັນດິດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ໃຫ້ສໍາພາດໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ໃນໄລຍະຊຸມປີຜ່ານມາ ການຈັດຕັ້ງທຸກຂັ້ນໄດ້ເປັນເຈົ້າການຈັດກິດຈະກໍາປ່ອຍປາ ແລະ ສັດນໍ້າ ຄືນສູ່ແຫລ່ງນໍ້າທໍາມະຊາດ, ຕາມອ່າງເກັບນໍ້າ, ຕາມໜອງ ແລະ ແຫລ່ງນໍ້າອື່ນໆ, ເພື່ອຄືນຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ທັງເປັນການຊຸກຍູ້ສົ່ງເສີມ ແລະ ປູກຈິດສໍານຶກໃນການອະນຸລັກ, ປົກປັກຮັກສາ ແລະ ພັດທະນາປາ ແລະ ສັດນໍ້າ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ. ເນື່ອງໃນໂອກາດວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ວັນທີ 13 ກໍລະກົດ 2026 ທີ່ຈະມາເຖິງນີ້, ທາງພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ບັນດາເມືອງ ໃນການຈັດພິທີປ່ອຍປາ ແລະ ສັດນໍ້າ ໃຫ້ເປັນຂະບວນຟົດຟື້ນ ໃນນັ້ນ, ເມືອງໄຊເສດຖາ ມີແຜນການປ່ອຍປາໃຫ້ໄດ້ 2,3 ລ້ານໂຕ, ເມືອງສະໜາມໄຊ ໃຫ້ໄດ້ 1.650.000 ໂຕ, ເມືອງຊານໄຊໃຫ້ໄດ້ 1 ລ້ານໂຕ, ເມືອງພູວົງ ໃຫ້ໄດ້ 550.000 ໂຕ. ນອກນັ້ນ, ຍັງມີພາກສ່ວນລັດວິຊາຫະກິດເຂື່ອນໄຟຟ້ານໍ້າກົງ 1, 2, 3 ປ່ອຍຢູ່ໜ້າເຂື່ອນ 300.000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້າເຊກະໝານ 1 ຈໍານວນ 20.000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້ານໍ້າກົງ 3 ຈໍານວນ 20.000 ໂຕ, ຜູ້ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້ານໍ້າກົງ 1 ຈໍານວນ 20.000 ໂຕ.
ໂອກາດນີ້, ທ່ານ ສັກບັນດິດ ຈັນທະລັງສີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ ຜູ້ປະກອບການ ລວມທັງປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນໃຫ້ຄວາມສໍາຄັນ ຂອງປາ ແລະ ສັດນໍ້າ ບໍ່ແມ່ນພຽງແຕ່ການເອົາປາລົງນໍ້າແລ້ວຈົບໄປ, ແຕ່ມັນແມ່ນການສ້າງຊີວິດໃໝ່ ໃຫ້ກັບທຳມະຊາດ ເພື່ອຟື້ນຟູຄວາມສົມດຸນຂອງລະບົບນິເວດ ແລະ ເພີ່ມແຫລ່ງອາຫານທີ່ໝັ້ນຄົງ ໃຫ້ກັບປະຊາຊົນ, ການປ່ອຍປາເປັນເລື່ອງທີ່ດີ, ແຕ່ສິ່ງທີ່ສໍາຄັນກວ່າແມ່ນການຢຸດຕິການຫາປາແບບດັບສູນ ເຊັ່ນ: ການຊ໋ອດໄຟ, ການເບື່ອປາ ຫລື ການຫາປາໃນລະດູວາງໄຂ່, ເນື່ອງຈາກ ປາ ແລະ ສັດນໍ້າ ແມ່ນຊັບສິນຂອງພວກເຮົາທຸກຄົນ ທີ່ຕ້ອງຊ່ວຍກັນເບິ່ງແຍງ, ຄຽງຄູ່ກັນນັ້ນ ກໍຕ້ອງຊຸກຍູ້ການລ້ຽງປາ ແລະ ສັດນໍ້າໃນໜອງ, ໃນກະຊັງຕາມແມ່ນໍ້າລຳເຊ, ອ່າງເກັບນໍ້າເຂື່ອນໄຟຟ້າ ແລະ ອ່າງເກັບນໍ້າຊົນລະປະທານ, ທີ່ມີການຄຸ້ມຄອງ ແລະ ນໍາໃຊ້ເຕັກນິກເຂົ້າຊ່ວຍ ເພື່ອເພີ່ມສະມັດຕະພາບການຜະລິດ ທີ່ສາມາດຕອບສະໜອງຄວາມຕ້ອງການບໍລິໂພກຊີ້ນປາ ແລະ ສັດນໍ້າ ໃຫ້ພຽງພໍຕາມຄວາມຕ້ອງການ ແລະ ກາຍເປັນສິນຄ້າສົ່ງອອກ.