ເມືອງລະມາມ ໄຂກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 4 ສະໄໝທີ X

ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 8 ກໍລະກົດ ນີ້ ທີ່ສະໂມສອນເມືອງລະມາມ, ໂດຍການເຂົ້້າຮ່ວມຂອງສະຫາຍ ດາວວີ ສວຍທະລັງສີ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງລະມາມ, ສະຫາຍ ບົວໄລ ວິໄລວົງ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ປກຊ-ປກສ, ອົງການທຽບເທົ່າ, ພ້ອມດ້ວຍຄະນະພັກຮາກຖານ-ອໍານາດການປົກຄອງບ້ານ ເຂົ້າຮ່ວມ.
ທ່ານ ບົວໄລ ວິໄລວົງ ກ່າວໄຂກອງປະຊຸມວ່າ: ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງລະມາມ ຄັ້ງທີ 4 ສະໄໝທີ X ໄຂຂຶ້ນໃນທາມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະແມ່ນປະຊາຊົນບັນດາເຜົ່າຊາວເມືອງລະມາມ ພວມຕັ້ງໜ້າສຸມໃສ່ການຜະລິດລະດູຝົນ ເຊິ່ງຕິດພັນຢ່າງສະໜິດແໜ້ນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແຂວງ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງເມືອງ, ໂດຍສະເພາະ ແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ, ຂອງແຂວງ, ຂອງເມືອງ, 2 ວາລະແຫ່ງຊາດ ດ້ວຍຈິດໃຈປະຕິວັດຢ່າງແຂງແຮງ, ເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ຄົ້ນຄວ້າ ເຊື່ອມຊຶມ ຮ່າງບົດສະຫຼຸບຕີລາຄາ ການນໍາພາ-ຊີ້ນໍາ ຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ, ຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ແລະໄດ້ຮັບຟັງການມີຄໍາເຫັນ ໃນ 4 ຫົວຂໍ້ ຄື: ການແກ້ໄຂປະກົດການຫຍໍ້ທໍ້ ພາຍໃນເມືອງ (ບັນຫາຢາເສບຕິດ ແລະ ສະແກຣມເມີ້), ຜົນສໍາເລັດໃນການສ້າງຕັ້ງຕາແສງ, ບັນຫາການຄຸ້ມຄອງ - ນໍາໃຊ້ ນໍ້າຊົນລະປະທານ, ການແກ້ໄຂບັນຫາຂີ້ເຫຍື່ອ ແລະ ສັດລ້ຽງ. ເຊິ່ງແຕ່ລະບັນຫາທີ່ກ່າວມານັ້ນ ລ້ວນແຕ່ເປັນວຽກງານສຳຄັນ ທີ່ຕິດພັນໂດຍກົງກັບການນຳພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕາມແນວທາງຂອງພັກ.
ຈາກນັ້ນ, ບັນດາບັນດາສະຫາຍຄະນະບໍລິຫານງານພັກເມືອງ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕໍ່ຮ່າງບົດສະຫຼຸບຢ່າງກົງໄປກົງມາ ເພື່ອແກ້ໄຂບັນຫາ ທີ່ຍັງຄົງຄ້າງ ນໍາເອົາໄປຄົ້ນຄວ້າປັບປຸງໃຫ້ຄົບຖ້ວນ ແລະ ຈັດຕັ້ງໃຫ້ ສອດຄ່ອງໃນຕໍ່ໜ້າ ໃຫ້ມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ:ພຸດທະສອນ