ສະຫາຍ ນາງ ສຸກມະນີວັນ ໄຊຍະວົງຄຳດີ ຮອງເລຂາພັກເມືອງລະມາມ ປະທານອົງການກວດກາພັກ-ລັດເມືອງລະມາມ ໄດ້ສະຫຼຸບຕີລາຄາການນຳພາ-ຊີ້ນຳຮອບດ້ານ ຂອງຄະນະບໍລິຫານງານພັກເມືອງ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງໃນ 6 ເດືອນທ້າຍປີ 2026 ໃນວາລະກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ເປີດກວ້າງຄັ້ງທີ 4 ສະໄໝທີ X ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດໃນແຕ່ລະຂົງເຂດວຽກງານ ເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງຢ່າປົກກະຕິ, ຕິດພັນການປະຕິບັດວາລະແຫ່ງຊາດ ວ່າດ້ວຍແກ້ໄຂບັນຫາຢາເສບຕິດ, ຕິດຕາມ, ກວດກາ ແລະເກັບກໍາຂໍ້ມູນເປົ້າໝາຍຕ່າງໆ ພ້ອມທັງທັບມ້າງຄະດີຄ້າຂາຍຢາເສບຕິດ, ກັກຕົວຜູ້ຖກຫາໄດ້ຈໍານວນໜຶ່ງ, ຂຶ້ນທະບຽນສຳມະໂນຄົວ 8.786 ຄອບຄົວ, ອອກບັດປະຊາຊົນແບບໃໝ່ໄດ້ 352 ຄົນ, ຍິງ 169 ຄົນ, ສ້າງຄອບຄົວ ແລະບ້ານປ້ອງກັນຄວາມສະຫງົບດີ ໄດ້ 22 ບ້ານ, ລົງຊຸກຍູ້ການຂະຫຍາຍກອງທຶນ ປກຊ-ປກສ ໄດ້ 31 ບ້ານ ເປັນເງິນ 147 ລ້ານກວ່າກີບ.
ພ້ອມດຽວກັນນີ້ ຂົງເຂດເສດຖະກິດ ກໍໄດ້ມີການຂະຫຍາຍຕົວ 6,7%, ລວມຍອດຜະລິດຕະພັນພາຍໃນປະຕິບັດໄດ້ 1.029,25 ຕື້ກີບ, ທຽບໃສ່ພົນລະເມືອງ 24,32 ລ້ານກີບຕໍ່ຄົນ, ປະຕິບັດການເກັບລາຍຮັບພາຍໃນ ໄດ້ 6,9 ຕື້ກີບ ແລະ ປະຕິບັດລາຍຈ່າຍ ໄດ້ 24,82 ຕື້ກີບ, ຊຸກຍູ້ ແລະສົ່ງເສີມການະລິດກະສິກໍາ ເພ່ອຮັບປະກັນການສະໜອງ ແລະການຊົມໃຊ້ພາຍໃນ ໂດຍໄດ້ເລັ່ງໃສ່ການປູກເຂົ້ານາແຊງ, ການຜະລິດພືດສະບຽງອາຫານເປັນສິນຄ້າ ແລະການລ້ຽງສັດ ຕາມເຂດທີ່ມີທ່າແຮງ, ຊຸກຍູ້ລາຄາສິນຄ້າທີ່ກະທົບໄວໃນທ້ອງຕະຫຼາດ ຕາມມາດຕະການທີ່ຂັ້ນເທິງວາງອອກ, ຊຸກຍຸ້ການພດທະນພື້ນຖານໂຄງລ່າງ ແລະການບໍລິການ ໂດຍສຸມໃສ່ບັນດາໂຄງການກໍ່ສ້າງ ແລະສ້ອມແປງດເສັ້ນທາງ ລວມທັງການຂະຫຍາຍລະບົບສັນຍານໂທລະສັບ-ອິນເຕີເນັດ; ວຽກງານເຄຫາຜັງເມືອງ ເພ່ອຄຸ້ມຄອງໃຫ້ສອດຄ່ອງຕາມລະບຽບການ; ໄດ້ສຸມໃສ່ການພັດທະນາການສຶກສາ-ກິລາ ໂດຍເລັ່ງໃສ່ການຈັດຕັ້ງປະຕິບັດການຮຽນ-ການສອນຢ່າງຕໍ່ເນື່ອງ ສາມາດປະຕິບັດຄາດໝາຍການພັດທະນາການສຶກສາ ໄດ້ 91,66%, ສຳເລັດການປະຕິບັດນະໂຍບາຍຄູອາສາສະໝັກ ບັນຈຸເຂົ້າໃນກຳລັງປ້ອງກັນຊາດ ໄດ້ 26 ຄົນ, ສຳເລັດການຈັດຕັ້ງສອບເສັງເລື່ອນຂັ້ນ, ຈົບຊັ້ນ ໄດ້ສຳເລັດຕາມແຜນການ ແລະຊຸກຍູ້ການບໍລິການທາງດ້ານສຸຂະພາບ ແລະການປິ່ນປົວພະຍາດຢ່າງເປັນປົກກະຕິ, ປັບປຸງແບບແຜນການເຄື່ອນໄຫວການປະຕິບັດວຽກວິຊາສະເພາະໃນ 11 ຕົວຊີ້ບອກຂອງຂະແໜງສາທາລະນະສຸກຢ່າງຕໍ່ເນື່ອງ, ຊຸກຍູ້ການອະນຸລັກ-ປົກປັກຮັກສາ ແລະວັດທະນະທໍາຂອງຊາດ ແລະຂອງທ້ອງຖິ່ນ ຟື້ນຟູ ແລະເສີມຂະຫຍາຍຄຸນຄ່າທີ່ເປັນເອກະລັກຂອງຊົນເຜົ່າ, ຄຸ້ມຄອງການບໍລິການ ການທ່ອງທ່ຽວໄດ້ເປັນຢ່າງດີ; ສໍາເລັດການສ້າງຕັ້ງ 4 ຕາແສງ ພ້ອມທັງຄົ້ນຄວ້າບຸກຄະລາກອນປະກອບເຂົ້າໃນກົງຈັກການຈັດຕັ້ງພັກ-ລັດຂັ້ນຕາແສງ, ສາມາດປະເມີນຄອບຄົວພົ້ນທຸກ ກວມເອົາ 66,33%, ຄອບຄົວພັດທະຍາ ກວມເອົາ 34,29%, ມີບ້ານພົ້ນທຸກ ກສມເອົາ 48,89%; ສໍາເລັດກາປະກາດຮັບຮອງເມອງລະມາມ ເປັນເມອງຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ.
ສະຫາຍ ນາງ ສຸກມະນີວັນ ໄຊຍະວົງຄຳດີ ກ່າວຕື່ມວ່າ: ໄລຍະ 6 ເດືອນທ້າຍປີ 2026 ເປັນໄລຍະທີ່ມີຄວາມໝາຍຄວາມສໍາຄັນເຊັ່ນດຽວກັນ ໃນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃຫ້ປະກົດຜົນເປັນຈິງ; ສະນັ້ນ ຄະນະພັກ-ຄະນະນໍາເມືອງ ຈະຕ້ອງໄດ້ສບຕໍ່ກໍ່ສ້າງພັໃຫ້ປດໃສ ເຂັ້ມແຂງ ໜັກແໜ້ນ ທາງດ້ານດານເມືອງ, ຍົກສູງຄວາມສາມາດໃນການນໍາພາ-ຊີ້ນໍາຮອບດ້ານ ຂອງອົງຄະນະພັກເມອງ ຕໍ່ທຸກການເຄື່ອນໄຫວຂອງກົງຈັກລັດ ແລະອົງການຈັດຕັ້ງມະຫາຊົນ, ຖືເອົາການວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນພ້ນຖານອັນຈໍາເປັນ ເພື່ອຮັບປະກັນຄວາມເປັນລະບຽຍຮຽບຮ້ອຍໃນສັງຄົມ, ຫັນປ່ຽນໂຄງສ້າງເສດຖະກິດຢ່າງມີຈຸດສຸມ, ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານກະສິກຳປຸງແຕ່, ຫັດຖະກໍາ, ການຄ້າ, ການທ່ອງທ່ຽວ-ວັດທະນະທໍາ ແລະຊັບພະຍາກອນໍາມະຊາດ ເພ່ອສ້າງຖານລາຍຮັບທີ່ໝັ້ນຄົງ, ແກ້ໄຂຄວາມທຸກຍາກ ບົນພື້ນຖານເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ.