ທະນາຄານກາງຈີນ ອອກມາດຕະການສົ່ງເສີມເຂດຮົງກົງເປັນສູນກາງເງິນຢວນ ລະດັບໂລກ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ພານ ກົງເຊິ່ງ ຜູ້ວ່າການ ທະນາຄານກາງຈີນ (PBOC) ໄດ້ປະກາດມາດຕະການ ຫລາຍດ້ານ ເພື່ອແນໃສ່ຂະຫຍາຍຊ່ອງທາງ ການລົງທຶນລະຫວ່າງ ຕະຫລາດ ການເງິນ ຂອງເຂດຮົງກົງ ກັບ ສປຈີນ, ລວມເຖິງ ການຍົກລະດັບ ບົດບາດ ຂອງ ເຂດຮົງກົງ ເພື່ອສົ່ງເສີມ ການໃຊ້ ສະກຸນເງິນ ຢວນຢູ່ຕ່າງປະເທດ.
ທ່ານ ພານ ກົງເຊິ່ງ ກ່າວໃນກອງປະຊຸມ Hong Kong FIC & Bond Connect Summit ເມື່ອວັນທີ 7 ກໍລະກົດ ວ່າ: ມາດຕະການ ດັ່ງກ່າວ ແມ່ນກວມເອົາ ວົງເງິນ ຊ່ວຍເຫລືອ ສະພາບ ຄ່ອງ ເພື່ອທຸລະກິດ ສະກຸນເງິນຢວນ (RMB Business Facility). ໂດຍຄາດວ່າ ວົງເງິນຈະມີຂະໜາດເພີ່ມຂຶ້ນ ກວ່າສອງເທົ່າ ດ້ວຍມູນຄ່າລວມ 5 ແສນລ້ານຢວນ (7,4 ໝື່ນລ້ານ ໂດລາສະຫະລັດ) ເພື່ອຈະຊ່ວຍໃຫ້ ທະນາຄານ ທ້ອງຖິ່ນ ສາມາດ ເຂົ້າເຖິງ ສະກຸນເງິນເງິນຢວນ ໃນຮູບແບບຂອງເງິນກູ້ຢືມ ຈາກ ທະນາຄານກາງຮົງກົງ (HKMA) ໄດ້ຫລາຍຂຶ້ນ.
ນອກຈາກນີ້, ຜູ້ວ່າການ PBOC ຍັງກ່າວ ຕື່ມວ່າ: ໜ່ວຍງານກ່ຽວຂ້ອງຂອງຈີນ ໄດ້ເພີ່ມ ໂຄຕາ ໃນໂຄງການ ເຊົາບອນດ ຄອນເນກ (Southbound Bond Connect) ອະນຸຍາດ ໃຫ້ນັກລົງທຶນ ສະຖາບັນ ຈາກຈີນ ສາມາດຊື້ຕາສານໜີ້ ຕ່າງປະເທດ ຜ່ານເຂດຮົງກົງໄດ້ ໂດຍຈະເພີ່ມ ເພດານ ລາຍປີໃຫ້ແກ່ ໂຄງການນີ້ ເປັນ 8 ແສນລ້ານຢວນ ຈາກເດີມ 5 ແສນລ້ານຢວນ.