ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອຸດົມໄຊສືບຕໍ່ພັດທະນາໂຄງລ່າງພື້ນຖານຮອງຮັບການລົງທຶນ

ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມ ປຶກສາຫາລື ກ່ຽວກັບວຽກງານການລົງທຶນ ລະຫວ່າງ ພາກລັດ ກັບ ບໍລິສັດ ອຳມະຕະຊິຕີ້ ຈຳກັດ (ຜູ້ພັດທະນາໂຄງການເມືອງອຸດສະຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ເມືອງນາໝໍ້) ໃນວັນທີ 14 ກໍລະກົດ 2026 ຢູ່ແຂວງອຸດົມໄຊ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ ສືບຕໍ່ພັດທະນາໂຄງລ່າງພື້ນຖານຮອງຮັບການລົງທຶນ.
ພ້ອມທັງສົ່ງເສີມ, ດຶງດູດ ການລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ພາຍໃນແຂວງ, ລວມທັງ ຢູ່ເຂດໂຄງການເມືອງອຸດສະຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ທີ່ເມືອງນາໝໍ້ ໃຫ້ນັບມື້ຫລາຍຂຶ້ນ, ສາມາດສ້າງວຽກເຮັດງານທຳ, ລາຍຮັບ ແລະ ຜົນປະໂຫຍດຕ່າງໆ ໃຫ້ແກ່ທ້ອງຖິ່ນ; ສືບຕໍ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້ບັນດາໂຄງການລົງທຶນຢູ່ພາຍໃນແຂວງ ໃຫ້ພັດທະນາສອດຄ່ອງຕາມສັນຍາ, ເຄື່ອນໄຫວຖືກຕ້ອງຕາມກົດໝາຍ-ລະບຽບການທີ່ກ່ຽວຂ້ອງ, ທັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຢ່າງແທ້ຈິງ. ພ້ອມນັ້ນ, ກໍດຳເນີນມາດຕະການ ຕໍ່ໂຄງການທີ່ບໍ່ມີການເຄື່ອນໄຫວ ຫລື ເຄື່ອນໄຫວ ແຕ່ບໍ່ມີປະສິດທິຜົນ ຢ່າງເຂັ້ມງວດ ແລະ ສຳເລັດໂດຍໄວ; ສືບຕໍ່ສົມທົບກັນ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ຢ່າງຈິງຈັງ, ດ້ວຍຄວາມຮັບຜິດຊອບສູງ ແລະ ຕົກໄປໂດຍໄວ.
 
ໃນກອງປະຊຸມ, ທ່ານ ວົງສະຫວັນ ໄຊຍະວົງ ປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບການລົງທຶນ ຢູ່ພາຍໃນແຂວງ ໂດຍສະເພາະ ແມ່ນຄວາມຄືບໜ້າ, ບັນດາຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າ ໃນການພັດທະນາໂຄງການເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຂອງບໍລິສັດ ອຳມະຕະ ຊິຕີ້ລາວ ຢູ່ເມືອງນາໝໍ້. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດເຫັນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບັນດາຂໍ້ຄົງຄ້າງ ໄດ້ຮັບການແກ້ໄຂ ຢ່າງສົມເຫດສົມຜົນ, ໂຄງການ ໄດ້ຮັບການພັດທະນາ ແລະ ສໍາເລັດ ຕາມແຜນການທີ່ກໍານົດໄວ້.
 
ພາຍຫລັງສຳເລັດການດຳເນີນກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມເບິ່ງພື້ນທີ່ຕົວຈິງ ໂຄງການພັດທະນາເມືອງອຸດສາຫະກຳທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຂອງບໍລິສັດ ອຳມະຕະ ຊິຕີ້ລາວ ທີ່ເມືອງນາໝໍ້ ຕື່ມອີກ.
ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.