ປະເມີນ 5 ສິນຄ້າໂອດັອບ ຂອງແຂວງຜົ້ງສາລີ

ກອງປະຊຸມຄະນະກຳມະການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ປະເມີນ 5 ກາໝາຍ ສິນຄ້າທ່າແຮງ ເປັນສິນຄ້າໂອດັອບ ຈັດຂຶ້ນໃນວັນທີ 15 ກໍລະກົດ 2026 ທີ່ພະແນກອຸດສາຫະກຳແລະ ການຄ້າແຂວງຜົ້ງສາລີໂດຍການເປັນປະທານຂອງທ່ານ ຍີນໄຊ ດວງພະຈັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຜົ້ງສາລີ ພ້ອມດ້ວຍພະແນກການ, ສະພາອຸດສາຫະກຳ ແລະ ການຄ້າແຂວງ, ຄະນະກຳມະການຄັດເລືອສິນຄ້າໂອດັອບ ເຂົ້າຮ່ວມ.
ຈຸດປະສົງ ກໍເພື່ອສ້າງຄວາມຍືນຍົງຂອງສິນຄ້າ, ວັດຖຸດິບ, ການປຸງແຕ່ງ, ການຫຸ້ມຫໍ່, ຕະຫລາດຈຳໜ່າຍສິນຄ້າ ແລະ ພ້ອມກັນຮັບຮອງເອົາຜົນຂອງການປະເມີນດັ່ງກ່າວ ເພື່ອນຳໄປພັດທະນາ ແລະ ປັບປຸງ ໃຫ້ຈຳນວນສິນຄ້າໂອດັອບດັ່ງກ່າວ ໄດ້ຮັບການນິຍົມຂອງສັງຄົມ ແລະ ອອກສູ່ຕະຫລາດສາກົນຫລາຍຂຶ້ນກວ່າເກົ່າ.
ໃນກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ, ຜ່ານບົດລາຍງານການຊຸກຍູ້ສົ່ງເສີມສິນຄ້າໂອດັອບຂອງ 5 ກາໝາຍຄື: ເມືອງຜົ້ງສາລີ ມີຜະລິດຕະພັນຊາ ຈຳນວນ 4 ຫົວໜ່ວຍ: ໂຮງງານປຸງແຕ່ງຊາທຳມະຊາດ, ໂຮງງານປຸງແຕ່ງຊາພູດອຍ, ໂຮງງານປຸງແຕ່ງຊາ MT, ໂຮງງານປຸງແຕ່ງຊາທະເລໝອກ ແລະ ເມືອງໃໝ່ມີຜະລິດຕະພັນເຫລົ້າ 1 ຫົວໜ່ວຍ (ເຫລົ້າເຖົ້າວົງກາດອກອັນຊັນ). ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານປະຫວັດຄວາມເປັນມາ ແລະ ຂັ້ນຕອນການຜະລິດຂອງ 5 ກາໝາຍສິນຄ້າດັ່ງກ່າວ.